
ເບສະຫວັນ ແລະ ເອັດທີທີ ຜົນງານດີຕໍ່ເນື່ອງຊະນະ 7 ນັດຕິດຕໍ່ກັນ ການແຂ່ງຂັນ ຟຸດຊໍ ລາວລີກ ປະຈຳປີ 2024
ເວລາອອກຂ່າວ: 2024-04-29 09:13:09 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 540 | ຄວາມນິຍົມ:
ທີມ ເບສະຫວັນ ຊະນະ ທີມ ລະຊະຕະ ດ້ວຍຄະແນນ 5-3 ປະຕູ ໂດຍໄດ້ປະຕູຈາກການຍິງຂອງ ບຸນທະວີ ສີປະສົງ ສອງປະຕູ, ຄຳຜາ ພິພັກຂະວົງ, ວັນນາ ບຸນຫຼໍ່ວົງສາ ແລະ ນິດນີລັນ ຈັນຈະເລີນ ຜູ້ລະປະຕູ, ທີມລະຊະຕະ ໄດ້ປະຕູຈາກການຍິງຂອງ ທົງໄຊ ຈັນທະບູນ, ສຸກວິໄລ ມະນີຈັນ ແລະ ພົງສິດ ສິລິບົວລີວັນ ຜູ້ລະໜຶ່ງປະຕູ.
ຂະນະທີ່ ທີມ ເອັດທີທີ ຊະນະ ອາສາ ພາວເວີ ດ້ວຍຄະແນນ 9-2 ປະຕູ, ທີມ ຊີທີເອ ພາວເວີ ເສຍໃຫ້ ທີມ ເຄເອັມທີ ດ້ວຍຄະແນນ 1-11 ປະຕູ, ທີມຈັນ ສີ ເສຍໃຫ້ ທີມ ເໜືອ-ໃຕ້ ດ້ວຍ ຄະແນນ 2-7 ປະຕູ, ທີມນະຄອນ ຫຼວງ ເສຍໃຫ້ທີມ ຊີໄອທີ ດ້ວຍຄະແນນ 4-8 ປະຕູ, ທີມ ວີເຊິນ ຊະນະ ທີມ ມາສດ້າ ຈີບີ ດ້ວຍຄະແນນ 10-1 ປະຕູ.
ຕາຕະລາງຄະແນນປັດຈຸບັນ ຜ່ານໄປ 7 ນັດ ທີມ ເບສະຫວັນ ແຊັມເກົ່າ ແລະ ທີມ ເອັສທີທີ ເກັບ 21 ຄະແນນເຕັມ ແຕ່ປະຕູໄດ້ເສຍ ທີມ ເອັສທີທີ ດີກວ່າໜຶ່ງໜ່ວຍ, ຮອງລົງມາ ທີມ ວີເຊິນ, ທີມ ຊີໄອທີ ແລະ ທີມ ເໜືອ-ໃຕ້ ມີ 15 ຄະແນນເທົ່າກັນ.
ສ່ວນດາວຍິງສູງສຸດຂະນະນີ້ ຈັນສະໝອນ ພົມມະລິວົງ ຈາກທີມເອັສທີທີ 16 ປະຕູ, ພອນສະ ຫວັນ ມີໂຊກ ຈາກທີມວີເຊິນ 13 ປະຕູ ແລະ ວິໄລພອນ ສີນວນຄຳ ຈາກທີມຈັນສີ 12 ປະຕູ.
ນັດທີ 8 ຈະແຂ່ງຂັນທ້າຍອາທິດນີ້ ວັນເສົາທີ 27 ເມສາ 2024 ທີມຈັນສີ ພົບກັບ ທີມເຄເອັມທີ, ທີມລະຊະຕະ ພົບກັບ ທີມ ຊີໄອທີ, ທີມວີເຊີນ ພົບກັບ ທີມ ເຫນືອ-ໃຕ້, ວັນອາທິດ 28 ເມ ສາ 2024 ມີ:
ທີມນະຄອນຫຼວງພົບກັບທີມ ເອັສທີທີ, ທີມມາສະດາ ຈີບີ ພົບ ກັບ ທີມເບສະຫວັນ, ທີມອາສາ ພາວເວີ້ ພົບກັບ ທີມ ຊີທີເອ ພາວເວີ້.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ