ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 09 ກຸມພາ 2025

  

WIG ນາຄາ U11 ສຳເລັດ​ພາລະກິດ ​ການ​ແຂ່ງຂັນ​ລາຍການ TAR 2024
ເວລາອອກຂ່າວ: 2024-04-30 09:25:57 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 458 | ຄວາມນິຍົມ:



ສະໂມສອນ WIG ນາຄາ U11 ດັບ​ເບີນ​ຢູ​ໄອ​ຈີ ໄດ້​ສຳເລັດ​ພາລະກິດ​ການ​ແຂ່ງຂັນ​ບານເຕະ​ລາຍການ TAR 2024 ເຊິ່ງ​ເປັນ​ລາຍການ​ໃຫຍ່​ລະດັບ​ໂລກ ທີ່​ບາ​ເຊ​ໂລ​ນາ ປະເທດ​ແອັດ​ສະ ​ປາຍ ເປັນ​ເຈົ້າພາບ​ຈັດ​ຂຶ້ນ ເຊິ່ງ​ມີ​ຫຼາຍ​ສະໂມສອນ​ດັ່ງ​ຈາກ​ຕ່າງ ປະເທດ​ເຂົ້າ​ຮ່ວມ ລວມ 50 ສະ ໂມສອນ. ສຳລັບ​ຜົນງານ​ຂອງສະໂມ ສອນດັບ​ເບີນ​ຢູ​ໄອ​ຈີ ນາຄາ U11 ແມ່ນ​ເຮັດ​ໄດ້​ດີ​ສຸດ​ຈົບ​ອັນ​ດັບ​ທີ 6 ຂອງ​ດິ​ວິ​ຊັນ 2 ແລະ ຢູ່​ ອັນ​ດັບ​ທີ 22 ຈາກ 50 ທີມ​ ເຂົ້າ ​ຮ່ວມ. ຖື​ໄດ້​ວ່າ​ໄດ້​ເປັນ​ການ​ພັດ ທະນາ​ຢ່າງ​ໂດດ​ເດັ່ນ​ໃນ​ວົງ​ການ​ບານເຕະ​ຮຸ້ນ​ເຍົາວະ​ຊົນ ທີ່​ສາ​ມາດ​ ລົງ​ຫຼິ້ນ​ໃນ​ລາຍການ​ໃຫຍ່​ລະດັບ​ໂລກ ແລະ ຫຼິ້ນ​ໄດ້​ດີ​ສູ​ສີ​ກັບ​ ຫຼາຍໆທີມ​ດັງ​ຂອງ​ໂລກ. ສຳລັບ​ຜົນງານ​ຮອບ​ແບ່ງ​ກຸ່ມ ຊະນະ 2 ສະເໝີ 1 ແລະ ເສຍ 1 ນັດ ຢູ່​ທີ 2 ຂອງ​ກຸ່ມ ແຕ່​ໜ້າ​ເສຍດາຍ​ບໍ່​ຕິດ 1 ໃນ 6 ທີມ​ອັນ​ດັບ 2 ທີ່​ດີ​ທີ່​ສຸດ​ບໍ່​ໄດ້​ໄປ​ຕໍ່​ໃນ​ຮອບ 16 ທີມ, ຕົກລົງ​ໄປ​ຫຼິ້ນ​ຮອບ​ດິ​ວິ​ຊັນ 2 . ຮອບ​ດິ​ວິ​ຊັນ 2: ຊະນະ 1 ແລະ ເສຍ 2 ນັດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ