
ບໍລິສັດ ຄຳແພງ ຄຸດຄົ້ນຫີນ-ຊາຍ ແລະ ແຮ່ມອບເຄື່ອງອຸປະຖໍາໃຫ້ແກ່ຄະນະວິຊາຄູ ນິຕິສາດ-ລັດຖະສາດ ວປກ
ເວລາອອກຂ່າວ: 2024-05-13 13:18:53 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1095 | ຄວາມນິຍົມ:
ໃນຕອນເຊົ້າຂອງວັນທີ9 ພຶດສະພາ 2024 ທີ່ຜ່ານມານີ້, ບໍລິສັດ ຄຳແພງ ຂຸດຄົ້ນ ຫີນ-ຊາຍ ແລະ ແຮ່ຈຳກັດຜູ້ດຽວ ໄດ້ນຳເອົາ ຄອມພິວເຕີໂນດບຸກ ຈຳນວນ 02 ຊຸດ ມາມອບໃຫ້ແກ່ຄະນະວິຊາຄູ ນິຕິສາດ-ລັດຖະສາດ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ລວມມູນຄ່າທັງໝົດ 21.398.000 ກີບ( ຊາວເອັດລ້ານສາມແສນເກົ້່າສິບແປດພັນກີບ )ເຊິ່ງໃຫ້ກຽດຕາງໜ້າກ່າວມອບເຄື່ອງອຸປະຖຳໃນຄັ້ງນີ້ໂດຍແມ່ນ ທ່ານ ຄຳແຫຼ້ ພຸດທະສິນ, ພ້ອມຄະນະ ແລະ ໃຫ້ກຽດກ່າວຮັບໂດຍ ສະຫາຍ ພົນຈັດຕະວາ ປອ ສົງກາ ບຸນຄຸນຮອງຫົວໜ້າການທະຫານ ຫົວໜ້າກົມອົບຮົມ-ກໍ່ສ້າງ ວປກ, ມີບັນດາຄະນະພັກ-ຄະນະບັນຊາ ພາຍໃນຄູການເມືອງ, ຕະຫຼອດຮອດພະນັກງານຄູ-ອາຈານ ທັງສອງຝ່າຍເຂົ້າຮ່ວມ.
ໂອກາດດັ່ງກ່າວ, ສະຫາຍ ພົນຈັດຕະາ ປອ ສົງກາ ບຸນຄຸນ ກໍ່ໄດ້ຕາງໜ້າໃຫ້ແກ່ຄະນະນຳ ວິທະຍາຄານກ່າວສະແດງຄວາມຍ້ອງຊົມເຊີຍ ພ້ອມທັງມອບໃບຈາລຶກບຸນຄຸນ ໃຫ້ແກ່ ບໍລິສັດ ຄຳແພງ ຂຸດຄົ້ນຫີນ-ຊາຍ ແລະ ແຮ່ທີ່ເຫັນໄດ້ຄວາມໝາຍຄວາມສຳຄັນຂອງວຽກງານດັ່ງກ່າວ ແລະ ໃຫ້ການຊ່ວຍເຫຼືອອຸປະຖຳໃນຄັ້ງນີ້, ທັງເປັນການຮັດແໜ້ນຄວາມສາມັກຄີ ແລະ ສາຍພົວພັນອັນດີງາມ ລະຫວ່າງກອງທັບ ກັບ ປະຊາຊົນ ເວົ້າລວມ, ເວົ້າສະເພາະ ກໍ່ຄື ຫົວໜ່ວຍທຸລະກິດ ກັບ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ເວລາໃດກໍ່ປຽບສະເໝືອນປາກັບນໍ້າທີ່ບໍ່ສາມາດຕັດແຍກຈາກກັນໄດ້. ທັງນີ້ກໍ່ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະນຳໃຊ້ເຄື່ອງອຸປະຖໍາໃນຄັ້ງນີ້ ປະກອບສ່ວນເຂົ້າໃນການປະຕິບັດພາລະກິດໜ້າທີ່ວຽກງານ ທາງດ້ານການຮຽນ-ການສອນຢູ່ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ໃຫ້ມີປະສິດທິຜົນສູງ ແລະ ມີຄຸນນະພາບຢ່າງແທ້ຈິງ.
ພາບ-ຂ່າວໂດຍ: ຮທ ເຂັງພອນ ແກ້ວຄຳລຽງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ