
ພະແນກສະຫະພັນແມ່ຍິງ ກມທ ສະຫຼຸບການຈັດຕັ້ງປະຕິບັດຂະບວນການຂໍ້ແຂ່ງຂັນ 3 ດີ
ເວລາອອກຂ່າວ: 2024-05-16 10:12:57 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 659 | ຄວາມນິຍົມ:
ກອງປະຊຸມສະຫຼຸບຖອດຖອນບົດຮຽນການຈັດຕັ້ງປະຕິບັດຂະບວນການຂໍ້ແຂ່ງຂັນ 3 ດີ ໄລຍະ 4 ປີ (2021-2024) ແລະ ວາງທິດທາງແຜນການ 5 ປີ ຕໍ່ໜ້າ ປີ 2025-2029 ຂອງພະແນກສະຫະພັນແມ່ຍິງກົມໃຫຍ່ການເມືອງກອງທັບ (ກມທ) ໄດ້ຈັດຂຶ້ນໃນວັນທີ 15 ພຶດສະພານີ້ 2024 ນີ້, ໂດຍການເປັນປະທານຂອງສະຫາຍ ພັນເອກ ນາງ ໄພວອນ ອິນທະບຸດ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ, ມີຄະນະພັກ-ຄະນະບັນຊາບັນດາກົມ, ຫ້ອງການ, ກອງ, ຄະນະນຳສະຫະພັນແມ່ ຍິງບັນດາຮາກຖານ, ໜ່ວຍພ້ອມດ້ວຍສະມາຊິກສະຫະພັນແມ່ຍິງທົ່ວ ກມທ ເຂົ້າຮ່ວມ.
ສະຫາຍ ພັນຕີ ນາງ ມະໂນລັກ ປັນຍາທອງ ຫົວໜ້າພະແນກສະຫະພັນ ແມ່ຍິງ ກມທ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂະບວນການຂໍ້ແຂ່ງຂັນ 3 ດີ ໄລຍະ 4 ປີ ເຊິ່ງໄດ້ຍົກໃຫ້ເຫັນຄະນະນຳສະຫະພັນແມ່ຍິງແຕ່ລະຂັ້ນໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການປຸກລະດົມສະມາຊິກແມ່ຍິງຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີຢ່າງເປັນຂະບວນຟົດຟື້ນກວ້າງຂວາງ ໂດຍຕິດພັນກັບຂະບວນການເຄື່ອນໄຫວວຽກງານຕົວຈິງຂອງແຕ່ລະກົມກອງ, ຕິດພັນກັບການຈັດຕັ້ງຜັນຂະຫຍາຍ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ, ຄຽງຄູ່ກັບການຈັດຕັ້ງປະຕິບັດຂະບວນການແຂ່ງຂັນຮັກຊາດ ແລະ ພັດ ທະນາ, ຮູ້ໝູນໃຊ້ຢ່າງສອດຄ່ອງ ແລະ ປະດິດສ້າງ ວິທີການຈັດຕັ້ງປະຕິບັດແທດເໝາະກັບສະພາບແວດລ້ອມຂອງກົມກອງ ແລະ ແຕ່ລະຂະແໜງການ, ພ້ອມທັງມີການຊຸກຍູ້, ຕິດຕາມກວດກາ ແລະ ປະເມີນຜົນໄດ້ຮັບເປັນແຕ່ລະໄລຍະ, ຜ່ານການຈັດຕັ້ງປະຕິບັດຕົວຈິງສາມາດຕີລາຄາ ແລະ ຮັບຮອງ
ເອົາໄດ້ສະມາຊິກແມ່ຍິງ 3 ດີປະເພດ I ກວມເອົາ 80,44%, ປະເພດ II ກວມເອົາ 15,97%, ເປັນພົນລະເມືອງດີກວມເອົາ 99,77%, ພັດທະນາດີກວມເອົາ 96,87%, ຄອບຄົວດີກວມເອົາ 99,68%, ມີບຸກຄົນຕົວແບບ 4 ສະຫາຍ, ຄອບຄົວຕົວແບບ 7 ຄອບຄົວ ແລະ ພະແນກ, ຮາກຖານ, ໜ່ວຍແມ່ຍິງ 3 ດີ ຈຳນວນ 39 ຫົວໜ່ວຍ ແລະ ກົມກອງນຳພາ-ຊີ້ນໍາດີເດັ່ນຈຳນວນ 35 ກົມກອງ.
ໂອກາດດັ່ງກ່າວ, ສະຫາຍ ພັນເອກ ນາງ ໄພວອນ ອິນທະບຸດ ໄດ້ໂອ້ລົມ ແລະ ເນັ້ນໜັກຄະນະນຳແມ່ຍິງແຕ່ລະຂັ້ນ ສືບຕໍ່ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ສະມາຊິກແມ່ຍິງຢ່າງເລິກເຊິ່ງ ເນື່ອງນິດລຽນຕິດ, ເພີ່ມທະວີຄວາມຮັບຜິດຊອບທາງດ້ານການເມືອງໃຫ້ສູງບົນພື້ນຖານແນວທາງນະໂຍບາຍ, ມະຕິຄຳສັ່ງຕ່າງໆຂອງພັກ-ກົດໝາຍຂອງລັດ, ປັບປຸງແບບແຜນວິທີເຮັດວຽກ ແລະ ພັດທະນາອົງການຈັດຕັ້ງສະຫະພັນແມ່ຍິງແຕ່ລະຂັ້ນໃຫ້ມີຄວາມໜັກແໜ້ນເຂັ້ມແຂງໃນທຸກດ້ານ, ເປັນເຈົ້າການເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນແໜ້ນໜາ, ເອົາໃຈໃສ່ຍົກລະດັບຄວາມຮູ້ຄວາມສາມາດໃນດ້ານຕ່າງໆໃຫ້ຖັນແຖວສະມາຊິກແມ່ຍິງໃນກອງທັບໃຫ້ສູງຂຶ້ນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ