ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 23 ມັງກອນ 2025

  

ຫຼາຍ​ກົມ​ກອງ ສຸມ​ໃສ່ການ​ອົບຮົມ-ຫັດ​ແອບ
ເວລາອອກຂ່າວ: 2024-05-16 10:16:13 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 573 | ຄວາມນິຍົມ:



ໃນ​ບໍ່​ດົນ​ມາ​ນີ້, ຫຼາຍ​ກົມ​ກອງ​ໄດ້​ສຸມ​ໃສ່​ການອົບຮົມ-ຫັດ​ແອບ ໃຫ້​ພະນັກງານ-ນັກຮົບ ພາຍ​ໃນ​ກົມ​ກອງ​ຂອງ​ຕົນ ແລະ ອົບຮົມ-ຫັດ​ແອບ ໃຫ້​ກຳລັງກອງ ​ຫຼອນ-​ປກສ ກຸ່ມ​ບ້ານ ຕາມ​ຂອບ​ເຂດ​ກົມ​ກອງ​ຮັບຜິດຊອບ ເພື່ອ​ແນໃສ່​ຍົກ​ລະດັບ​ຄວາມ​ຮູ້ ຄວາມ​ສາມາດ​ທາງ​ດ້ານ​ສິລະ​ປະຍຸດ-ຍຸດທະວິທີ, ຊຸກຍູ້​ການ​ປະຕິບັດ ຂໍ້​ກຳນົດ, ກົດ​ລະບຽບ​ຕ່າງໆ​ຂອງ​ກອງທັບ ກໍ​ຄືຂອງ​ກົມ​ກອງ​ວາງ​ອອກ, ທັງ​ເປັນ​ການ​ເຝິກຝົນ​ກຳລັງ​ແຮງ​ກາຍ ໃຫ້​ພະນັກງານ-ນັກຮົບ ມີ​ສຸຂະພາບ​ແຂງແຮງ ກຽມພ້ອມ​ເຮັດ​ສຳເລັດ​ໜ້າທີ່​ການເມືອງ​ຂອງ​ກົມ​ກອງ​ໃຫ້​ມີ​ການ​ຮັບປະກັນ​ດີ ອີກ​ດ້ານ​ໜຶ່ງ​​ເພື່ອ​ເປັນ​ການ​ປັບປຸງ​ກຳລັງ​ກອງ​ຫຼອນ ໃຫ້​ມີ​ຄວາມ​ເຂັ້ມແຂງ​ໜັກ ​ແໜ້ນ, ເຂົ້າໃຈ​ແຈ້ງ​ຕໍ່ວຽກງານ​ ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະ ຫງົບ ໃນ​ໄລຍະ​ໃໝ່ ແລະ ຮູ້​ເຮັດ​ໜ້າທີ່​ປົກ​ປັກ​ຮັກສາ​ບ້ານ​ຊ່ອງ​ຂອງ​ຕົນ​ໃຫ້​ມີ​ຄວາມ​ສະຫງົບ​ໂດຍ​ພື້ນຖານ. + ໃນ​ນີ້, ກອງຮ້ອຍ​ທະຫານ​ຊາຍ​ແດນ 116 ແຂວງ​ຜົ້ງ​ສາລີ: ໄດ້​ເປີດ​ຊຸດ​ອົບຮົມ-ຫັດ​ແອບປະ ຈຳ​ໄຕ​ມາດ I ປີ 2024 ໃຫ້​ພະ ນັກງານ-ນັກຮົບ​ພາຍ​ໃນ​ກົມ​ກອງ​, ໂດຍ​ການ​ເປັນ​ປະທານ ​ຂອງ ສະຫາຍ ພັນ​ໂທ ເພັດ​ແກ້ວ ອຸ່ນ​ປະເສີດ ຫົວໜ້າ​ການເມືອງ​ກອງຮ້ອຍ​ດັ່ງກ່າວ. ອີງຕາມ ແຜນການ​ອົບຮົມ-ຫັດ​ແອບປະ ກອບ​ມີ: ພາກ​ການເມືອງ, ພາກ​ພະລາທິການ-ເຕັກນິກ, ພາກ​ລະ ບຽບ, ພາກ​ກິລາ​ການ​ທະຫານ, ພາກ​ສິລະ​ປະຍຸດ, ພາກ​ຍຸດ​ທະວີ​ທີ ແລະ ພາກ​ວິຊາ​ສະເພາະ ທະຫານ​ຊາຍ​ແດນ, ກຳນົດ​ເວລາ​ອົບຮົມ-ຫັດ​ແອບ​ທັງ​ໝົດ 50 ວັນ. + ກອງ​ບັນຊາ​ການ​ທະຫານ​ເມືອງ​ບໍ່​ແຕນ ແຂວງ​ໄຊ​ຍະ​ບູ​ລີ: ໄດ້​ເປີດ​ຊຸດ​ອົບຮົມ-ຫັດແອບ ສ້າງ​ບ້ານ​ປ້ອມ​ໝັ້ນ, ກຸ່ມ​ບ້ານ​ສູ້​ຮົບ​ຕິດ​ລຽນ ໃຫ້​ອົງການ​ປົກ ຄອງ​ບ້ານ, ກຳລັງ​ກອງ​ຫຼອນ-​ປກສ ບ້ານ​ບໍ່​ແຕນ ແລະ ບ້ານ​ໜອງ​ຜັກບົ້ງ, ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ ສະຫາຍ ອາ​ນຸ​ສິດມະໂນ​ສິນ ຮອງ​ເຈົ້າເມືອງ ​ເມືອງ​ບໍ່​ແຕນ. ສຳລັບ​ເອກະສານ​ທີ່ນຳ​ ມາ​ອົບຮົມ-ຫັດ​ແອບ​ໃນຄັ້ງນີ້ ປະກອບ​ມີ: ເອກະສານທັດສະນະ ​ພື້ນຖານ​ຂອງ​ພັກ ຕໍ່​ວຽກ​ງານ​ການ​ທະຫານ​ທ້ອງຖິ່ນ​ໄລຍະ​ໃໝ່, ທາດ​ແທ້​ມູນເຊື້ອ​ຂອງ​ກອງທັບ, ເອກະສານຕ້ານ​ກົນອຸບາຍ​ຫັນ ປ່ຽນ​ໂດຍ​ສັນຕິ​ຂອງ​ສັດຕູ, ຂໍ້​ກຳນົດ​ຂອງ​ກົມ​ການ​ທະຫານ​ທ້ອງຖິ່ນ ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ອາວຸດ ແລະ ​ກະ​ສຸນ​ ຂອງ​ກຳລັງ​ກອງ​ຫຼອນ, ເອກະສານ ສ້າງ​ທ່າ​ສະໜາມ​ສົງຄາມ​ປະຊາຊົນ 3 ຂັ້ນ​ຂອງ​ພັກ, ການ​ສ້າງ​ຄອບຄົວ ແລະ ບ້ານ​ປ້ອງ​ກັນ​ຄວາມ​ສະ ຫງົບ​ດີ ແລະ ເອກະສານ ຜົນ​ຮ້າຍ​ຂອງ​ຢາ​ເສບ​ຕິດ, ຮຽນ​ຮູ້​ຄຸນຄ່າ​ສະມັດຖະພາບ ແລະ ການ​ປະ ກອບ​ສ້າງ​ຂອງ​ປືນ ອາ​ກາ-ເຊ​ກາ​ເຊ (AK-CKC), ຮຽນ​ເລັ່ງ-ຍິງ​ລູກປືນ​ແທ້, ຮຽນ 7 ຈັງ​ຫວະ​ພື້ນຖານ​ຂອງ​ທະຫານ​ຮາບ ແລະ ບຸກຄົນ​ອາໄສ​ພູມີ​ປະເທດ, ຮຽນ​ຈຸ-ໝູ່​ປ້ອງ​ກັນ​ເວນຍາມ​ບ້ານ, ໝູ່​ດັກ​ສະກັດ​ລັດ​ຕີ​ສັດຕູ ແລະ ໝວດ-ໝູ່ ຈັ້ງ​ທ່າ​ຕ້ານ​ສັດຕູ​ບຸກ​ຕີ​ເຂົ້າ​ບ້ານ. + ກອງ​ບັນຊາ​ການ​ທະຫານ​ເມືອງ​ບຸນ​ໃຕ້ ແຂວງ​ຜົ້ງ​ສາລີ: ໄດ້​ເປີດ​ຊຸດ​ອົບຮົມ-ຫັດ​ແອບປະຈຳ ​ໄຕ​ມາດ I ປີ 2024 ໃຫ້​ພະນັກງານ-ນັກຮົບ​ພາຍ​ໃນກົມກອງ, ໂດຍ​ການ​ເປັນ​ປະທານຂອງ ສະຫາຍ ສານ​ມະນີອິນດາວົງ ຮອງ​ເລຂາ​ພັກ​ເມືອງ, ຜູ້​ຊີ້​ນຳ ວຽກ​ງານ​ພັກ-ພະນັກງານ, ກຳ ມະການ ​ປກຊ-​ປກສ ເມືອງບຸນ ​ໃຕ້. ຊຸດ​ອົບຮົມ-ຫັດ​ແອບ ຄັ້ງນີ້ ຈະໄດ້​ອົບຮົມພາກການເມືອງ, ພາກ​ການ​ທະຫານ, ພາກພະລາ ທິການ, ພາກ​ເຕັກນິກ, ພາກ​ລະ ບຽບ, ພາກ​ກິລາ​ການ​ທະຫານ, ພາກ​ສິລະ​ປະຍຸດ, ພາກ​ຍຸດທະວິທີ ກຳນົດ​ເວລາ​ອົບຮົມ-ຫັດ​ແອບ 50 ວັນ. + ກອງພັນ 411 ກອງບັນ ຊາການທະຫານ​ແຂວງ​ໄຊ​ຍະ​ບູ​ລີ: ໄດ້​ເປີດ​ຊຸດ​ອົບຮົມ-ຫັດ​ແອບ ການ​ທະຫານ, ການເມືອງ ແລະ ພະລາທິການ-ເຕັກນິກ ປະຈຳ​ປີ 2024, ໂດຍ​ການ​ເປັນ​ປະທານ ​ຂອງ​ສະຫາຍ ພັນ​ໂທ ວິໄລ​ວັນ ພິລະ​ຈັນ ຫົວໜ້າ​ການ​ທະຫານ​ກອງພັນ 411. ຊຸດ​ອົບຮົມ-ຫັດ​ແອບ​ຄັ້ງ​ນີ້​ ມີ 12 ວິຊາ​ຮຽນ, ກຳນົດ​ເວລາ​ອົບຮົມ​ທັງ​ໝົດ 180 ວັນ. + ກອງ​ບັນຊາ​ການ​ທະຫານ​ເມືອງ​ລອງ ແຂວງ​ຫຼວງ​ນ້ຳ​ທາ: ໄດ້​ເປີດ​ຊຸດ​ອົບຮົມ-ຫັດ​ແອບ ໃຫ້​ກຳລັງ​ກອງ​ຫຼອນ​ກອງຮ້ອຍ​ທີ 10 ກຸ່ມ ຈອມ​ໜອກ ເມືອງ​ລອງ​ແຂວງ​ຫຼວງ​ນ້ຳ​ທາ, ໂດຍ​ການ​ເປັນ​ປະທານ​ ຂອງ​ສະຫາຍ ພັນ​ໂທ ໜານ​ສົມ​ພອນ ອຸ່ນ​ທະລາ ຫົວໜ້າ​ການ​ທະຫານ ກອງ​ບັນ ຊາ​ການ​ທະຫານ​ເມືອງ​ລອງ. ຕາມ​ແຜນການ​ອົບຮົມ-ຫັດ​ແອບພາກ​ການເມືອງ ຈະ​ໄດ້​ອົບຮົມ​ເອກະສານ ມູນເຊື້ອ​ຂອງ​ກອງ ທັບ, ເອກະສານ ຫັນປ່ຽນ​ໂດຍ​ສັນຕິ​ຂອງ​ສັດຕູ, ເອກະສານ ສິດ ແລະ ໜ້າທີ່​ຂອງ​ກຳລັງ​ກອງ​ຫຼອນ, ພາກສິລະປະຍຸດຈະໄດ້ ຮຽນ​ຮູ້​ຄຸນຄ່າ​ສະມັດຖະພາບ ແລະ ການ​ປະກອບ​ສ້າງ​ປືນ AKM, ຮຽນ​ຮູ້​ວິທີ​ຂຸດ​ຂຸມ​ຄອງ, ຂຸມ​ສູ້​ຮົບ ແລະ ວິທີ​ສ້າງ​ອາວຸດ​ພື້ນເມືອງ, ພາກ​ຍຸດທະວິທີ ຈະ​ໄດ້​ຮຽນ​ຮູ້ 7 ຈັງຫວະ​ພື້ນຖານ​ຂອງ​ທະຫານ​ຮາບ ແລະ ບຸກຄົນ​ອາໄສ​ພູມີ​ປະເທດ, ຮຽນ​ຈຸ-ໝູ່ ປ້ອງ​ກັນ​ເວນຍາມ, ຮຽນ​ໝູ່​ດັກ​ສະກັດ, ໝູ່​ຈັ້ງ​ທ່າ, ພາກ​ລະບຽບ​ກິລາ ຈະ​ໄດ້​ຮຽນ​ຮູ້ ລະບຽບ​ຮູບ​ແຖວ​ບຸກຄົນ​ມື​ເປົ່າ​ປະຈຳ​ທີ່ ແລະ ຫັດກາຍ​ມື​ເປົ່າ 2 ບົດ 24 ຈັງຫວະ, ຊຸດ​ອົບຮົມ-ຫັດ​ແອບ​ຄັ້ງ​ນີ້ ຈະ​ດຳເນີນ​ໄປ​ເປັນ​ເວລາ 10 ວັນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ