
ຄອບຄົວການນໍາກະຊວງປ້ອງກັນປະເທດມອບເຄື່ອງອຸປະໂພກ-ບໍລິໂພກໃຫ້ແກ່ໂຮງຮຽນເຫຼົ່າຮົບພະລາທິການກອງທັບ
ເວລາອອກຂ່າວ: 2024-05-16 12:23:07 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1247 | ຄວາມນິຍົມ:
ວັນທີ14 ພຶດສະພາ 2024 ນີ້, ຄອບຄົວການນໍາກະຊວງປ້ອງກັນປະເທດ ພ້ອມດ້ວຍສະຫະພັນແມ່ຍິງກອງທັບ ແລະ ບັນດາບໍລິສັດຜູ້ສະໜັບສະໜູນ ໄດ້ລົງເຄືີ່ອນໄຫວຢ້ຽມຢາມ, ມອບເຄື່ອງອຸປະໂພກ-ບໍລິໂພກໃຫ້ແກ່ໂຮງຮຽນເຫຼົ່າຮົບພະລາທິການກອງທັບ, ເຊິ່ງໄດ້ນໍາພາຄະນະໂດຍ ສະຫາຍ ພົນຕີ ຄຳເພັດ ສີຊານົນ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີ ທ່ານ ປ້າຄໍາສອນ ຈັນຍາລາດ ພັນລະຍາຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ, ສະຫາຍ ພັນເອກ ນາງ ໄພວອນ ອິນທະບຸດ ຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ, ຄະນະນໍາຫ້ອງການກົມໃຫຍ່ພະລາທິການ, ບັນດາບໍລິສັດຜູ້ທີ່ສະໜັບສະໜູນ, ຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງໄຊສົມບູນ, ພະນັກງານ ແລະ ນັກຮຽນເຂົ້າຮ່ວມ.
ສະຫາຍ ພັນໂທ ບຸນທະນົງໄຊ ວໍລະສານ ຫົວໜ້າການທະຫານໂຮງຮຽນເຫຼົ່າຮົບພະລາທິການກອງທັບ, ໄດ້ລາຍງານຫຍໍ້ກ່ຽວກັບສະພາບລວມກົມກອງ ເຊິ່ງໂຮງຮຽນເຫຼົ່າຮົບພະລາທິການກອງທັບ ຕັ້ງຢູ່ເຂດບ້ານນໍ້າຍອນ ເມືອງອະນຸວົງ ແຂວງໄຊສົມບູນ, ເຊິ່ງມີ ຈຳນວນພະນັກງານ-ນັກຮົບທັງໝົດ 60 ສະຫາຍ, ຍິງ 10 ສະຫາຍ ແລະ ນັກຮຽນທັງໝົດ 184 ສະຫາຍ, ໃນນັ້ນຫ້ອງຂະແໜງກໍ່ສ້າງ-ຄຸ້ມຄອງຊັບສິນ 40 ສະຫາຍ, ຫ້ອງຂະແໜງຂົນສົງພື້ນເມືອງແຮງງານ ແລະ ສັດ 144 ສະຫາຍ, ເຄື່ອນໄຫວວຽງການຮອບດ້ານ ເພື່ອເຮັດໃຫ້ສະພາບການມີຄວາມສະຫງົບ, ຕິດຕາມການຮຽນ, ການສອນຂອງຄູອາຈານ ແລະ ນັກຮຽນເປັນປົກກະຕິ.
ໂອາກາດນີ້, ສະຫາຍ ພົນຕີ ຄຳເພັດ ສີຊານົນ ຫົວໜ້າກົມໃຫຍ່ພະລາທິການກອງທັບ ໄດ້ຕ່າງໜ້າໃຫ້ແກ່ຄອບຄົວການນໍາກະຊວງປ້ອງກັນເທດ, ສະຫະພັນແມ່ຍິງກອງທັບ ແລະ ບັນດາບໍລິສັດຜູ້ທີ່ສະໜັບສະໜູນ, ມີຄໍາເຫັນກ່າວຕໍ່ພິທີຂອງມອບເຄື່ອງຊ່ວຍເຫຼືອໃຫ້ແກ່ໂຮງຮຽນເຫຼົ່າຮົບພະລາທິການກອງທັບໃນຄັ້ງນີ້, ເຊິ່ງໄດ້ຍາດແຍ່ງເອົາການຊ່ວຍເຫຼືອ, ການອຸປະຖຳ ແລະ ການປະກອບສ່ວນຊ່ວຍເຫຼືອທາງດ້ານວັດຖຸ, ເສື້ອຜ້າ,ເຄື່ອງໃຊ້ຂອງນ້ອງນັກຮຽນຈໍານວນໜຶ່ງມາມອບໃຫ້ເພື່ອນໍາໃຊ້ ແລະ ຊຸກຍູ້ທາງດ້ານເສດຖະກິດສ່ວນໜຶ່ງໃນການປະກອບສ່ວນພັດທະນາກົມກອງໃຫ້ມີຄວາມເຂັ້ມແຂງ ແລະ ການແກ້ຊີວິດການເປັນຢູ່ຂອງພະນັກງານ, ນັກຮົບຢູ່ໃນກົມກອງໃຫ້ນັບມື້ນັບດີຂຶ້ນ.
ຈາກນັ້ນ, ທ່ານ ປ້າຄໍາສອນ ຈັນຍາລາດ ພ້ອມດ້ວຍສະຫະພັນແມ່ຍິງກອງທັບ ແລະ ບັນດາບໍລິສັດຜູ້ທີ່ສະໜັບສະໜູນ ກໍໄດ້ມອບເຄື່ອງບໍລິໂພກ ແລະ ວັດຖຸອຸປະກອນການຮຽນໃຫ້ແກ່ຄະນະພັກ-ຄະນະບັນຊາ ແລະ ນັກຮຽນດັ່ງກ່າວ ເພື່ອນໍາໄປໝູນໃຊ້ເຂົ້າໃນວຽກງານຕົວຈິງໃຫ້ເກີດຜົນປະໂຫຍດສູງສຸດ ແລະ ໃນໂອກາດດຽວກັນນີ້, ກົມໃຫຍ່ພະລາທິການກອງທັບ ກໍໄດ້ມອບລົດກະບະປະເພດສີ່ປະຕູ, ຍີ່ຫໍ້ດີເມັກ ໜື່ງຄັນໃຫ້ແກ່ໂຮງຮຽນເຫຼົ່າຮົບພະລາທິການກອງທັບ ເພື່ອນໍາໄປໝູນໃຊ້ເຂົ້າໃນວຽກງານລວມຂອງກົມກອງ, ເຊິ່ງມອບໂດຍ ສະຫາຍ ພົນຕີ ຄຳເພັດ ສີຊານົນ ຫົວໜ້າກົມໃຫຍ່ພະລາທິການກອງທັບ ແລະ ຮັບໂດຍ ສະຫາຍ ພັນໂທ ບຸນທະນົງໄຊ ວໍລະສານ ຫົວໜ້າການທະຫານໂຮງຮຽນເຫຼົ່າຮົບພະລາທິການກອງທັບ ພ້ອມດ້ວຍຄະນະ.
ໂດຍ: ຄໍາປະສົງ ລາດຊະວົງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ