ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 27 ເມສາ 2025

  

ສະຫຼຸບ​ຖອດ​ຖອນ​ບົດຮຽນ​ວຽກ​ງານ​ກົດໝາຍ ຮ່ວມ​ກັບ ກົມ​ກົດໝາຍ ກະຊວງ​ປ້ອງ​ກັນ​ປະເທດ
ເວລາອອກຂ່າວ: 2024-05-17 08:45:26 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 755 | ຄວາມນິຍົມ:



ໃນ​ວັນ​ທີ 13 ພຶດສະພາ 2024, ກອງ​ບັນຊາ​ການ​ທະຫານ​ແຂວງ​ອຸດົມ​ໄຊ ໄດ້​ຮັບ​ກຽດ​ເປັນ​ເຈົ້າພາບ​ເປີດ​ກອງ​ປະຊຸມ​ສະຫຼຸບ​ຖອດ​ຖອນ​ບົດຮຽນ​ວຽກ​ງານ​ກົດໝາຍ ຮ່ວມ​ກັບ ກົມ​ກົດໝາຍ​ກະຊວງ​ປ້ອງ​ກັນ​ປະເທດ, ໂດຍ​ການ​ເປັນ​ປະທານ ​ຂອງ​ສະຫາຍ ພັນ​ເອກ ​ປອ ພັນ​ສະໄໝ ວິໄລ ຮອງ​ຫົວໜ້າ​ກົມ​ກົດໝາຍ ກະ ຊວງ​ປ້ອງ​ກັນ​ປະເທດ, ໂດຍ​ມີ​ສະຫາຍ ພັນ​ເອກ ຕຸ້ຍ ພົມ​ມີ​ໄຊ ຫົວໜ້າ​ການເມືອງ ​ກອງ​ບັນຊາ​ການ​ທະຫານ​ແຂວງ​ອຸດົມ​ໄຊ, ມີ​ຄະນະ​ພັກ-ຄະນະບັນຊາ ກອງ​ບັນຊາ​ການ​ທະຫານ​ແຂວງ​ຜົ້ງ​ສາລີ, ກອງ​ບັນຊາ​ການ​ທະຫານ​ແຂວງ​ອຸດົມ​ໄຊ, ກອງ​ພົນ​ທີ 3 ຕະຫຼອດ​ຮອດ ພະນັກງານ​ຫຼັກ​ແຫຼ່ງ ເຂົ້າ​ຮ່ວມ. ບັນດາ​ພະ​ແນກ​ກົດໝາຍ​ແຕ່​ລະ​ກົມ​ກອງ ໄດ້​ຜັດປ່ຽນ​ກັນ​ຜ່ານ​ບົດ​ສະຫຼຸບ​ໃນ​ການ​ປະຕິບັດ​ວຽກ​ງານ​ກົດໝາຍ​ໃນ​ໄລຍະ​ຜ່ານ​ມາ ໄດ້​ຄົ້ນຄວ້າ, ປັບປຸງ, ສ້າງ​ນິຕິ​ກຳ​ໃຕ້​ກົດໝາຍ ແລະ ກວດກາ​ບາງ​ເນື້ອ​ໃນ​ນິຕິ​ກຳ, ໄດ້​ນຳ​ເອົາ​ນິຕິ​ກຳ, ກົດໝາຍ​ຕ່າງໆ​ ​ໂຄສະນາ​ເຜີຍແຜ່​ໃຫ້​ພະນັກງານ-ນັກຮົບ​ຢູ່​ບັນດາ​ກົມ​ກອງ​ຮັບ​ຮູ້ ແລະ ເຮັດ​ໃຫ້​ມີ​ແນວ​ຄິດ​ອຸ່ນ​ອຽນ​ທຸ່ນ​ທ່ຽງ, ມີ​ຄວາມ​ຫ້າວຫັນ​ປະຕິບັດ​ໜ້າທີ່​ວຽກ​ງານ​ວິຊາ​ສະເພາະ​ທີ່​ຕົນ​ຮັບຜິດຊອບ​ໃຫ້​ມີ​ຄວາມ​ໜັກ​ແໜ້ນ, ຖືກຕ້ອງ ແລະ ສອດຄ່ອງ​ຕາມ​ລະບຽບ​ກົດໝາຍ​ທີ່​ວາງ​ໄວ້. ກອງ​ປະຊຸມ, ຍັງ​ໄດ້​ພ້ອມ​ກັນ​ສຸມ​ໃສ່​ຄົ້ນຄວ້າ​ປະກອບ​ຄຳ​ຄິດ​ເຫັນ​ຢ່າງ​ກົງ​ໄປ​ກົງ​ມາ​ໃສ່​ບົດ​ສະຫຼຸບ​ເພື່ອ​ໃຫ້ການ​ປະຕິບັດ​ວຽກ​ງານ​ກົດໝາຍ​ໃຫ້​ມີ​ຄວາມ​ສອດຄ່ອງ ແລະ ສຳເລັດ​ຕາມ​ທີ່​ຂັ້ນ​ເທິງ​ມອບ​ໝາຍ​ໃຫ້. ສະຫາຍ ພັນ​ເອກ ​ປອ ພັນ​ສະໄໝ ວິໄລ ໄດ້​ແນະນຳ​ໃຫ້​ຄະນະ​ພັກ-ຄະນະ​ບັນຊາ​ຕິດຕາມ​ໃຫ້​ທິດ​ຊີ້​ນຳ​ພາກສ່ວນ​ວິຊາ​ການ ແລະ ພະແນກການ​ທີ່​ກ່ຽວຂ້ອງ ຈົ່ງ​ພ້ອມ​ກັນ​ປະຕິບັດ​ເອົາໃຈໃສ່ ໂຄສະນາ​ເຜີຍແຜ່​ກົດໝາຍ​ໃຫ້​ພະນັກງານ-ນັກຮົບ ທົ່ວ​ກົມ​ກອງ​ຂຶ້ນ​ກັບ​ກອງ​ບັນຊາ​ການ​ໃນ​ແຕ່​ລະ​ປີ​ໃຫ້​ທົ່ວ​ເຖິງ ແລະ ເຂົ້າໃຈ​ເນື້ອ​ໃນ​ແຕ່​ລະ​ມາດຕາ, ແຕ່​ລະ​ໝວດ​ຂອງ​ກົດໝາຍ​ການ​ທະຫານ​ ຂອງ​ກອງທັບ​ຢ່າງ​ເລິກເຊິ່ງ ເພື່ອ​ພ້ອມ​ກັນ​ຈັດ​ຕັ້ງ​ປະຕິບັດ​ໃນ​ສະເພາະ​ໜ້າ​ໃຫ້​ເກີດ​ດອກ​ອອກ​ຜົນ. ໂດຍ: ສົມ​ພູນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ