ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 09 ກຸມພາ 2025

  

ໜ່ວຍ​ສິລະ​ປະສະໝັກ​ຫຼິ້ນ​ ກອງພັນ​ໃຫຍ່ 279 ສະແດງ​ຜ່ານ​ລາຍການ
ເວລາອອກຂ່າວ: 2024-05-17 08:46:38 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 592 | ຄວາມນິຍົມ:



ວັນ​ທີ 15 ພຶດສະພາ 2024, ໜ່ວຍ​ສິລະ​ປະ-ວັນນະຄະດີ ສະ ໝັກ​ຫຼີ້ນ ກອງພັນ​ໃຫຍ່ 279 ໄດ້​ ສະແດງ​ຜ່ານ​ລາຍການ ເພື່ອ​ກຽມ​ສະແດງ​ຮັບ​ໃຊ້ ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ V ຂອງ​ອົງຄະ​ນະ​ພັກ ກອງພັນ​ໃຫຍ່ 279, ໂດຍ​ມີ​ສະຫາຍ ພັນ​ເອກ ບຸນ​ຍັງ ແກ້ວ​ດາມ​ສີ ຫົວໜ້າ​ການເມືອງ ກອງພັນ​ໃຫຍ່ 279, ສະຫາຍ ພັນ​ເອກ ເມກ​ສະຫວັນ ແກ້ວ​ດວງ​ດີ ຫົວໜ້າ​ການ​ທະຫານ ກອງພັນ​ໃຫຍ່ 279, ຄະນະ​ພັກ-ຄະນະ​ບັນຊາກອງພັນ​ໃຫຍ່, ພະແນກການ, ກອງພັນ, ກອງ ຮ້ອຍ​ເອກະລາດ, ອະນຸ​ກຳມະ ການ, ຄະນະ​ຮັບຜິດຊອບ​ໜ່ວຍ​ງານ​ສິລະ​ປະ ຕະຫຼອດ​ຮອດ​ພະ ນັກງານ-ນັກຮົບ ເຂົ້າ​ຮ່ວມ. ສະຫາຍ ຮ້ອຍ​ເອກ ວອນ​ວິໄລ ພຸດ​ທະ​ບັນດິດ ຜູ້​ຮັບຜິດຊອບ​ໜ່ວຍ​ງານ​ສິລະ​ປະ-ວັນນະຄະດີ ສະໝັກ​ຫຼິ້ນ ກອງພັນ​ໃຫຍ່ 279 ລາຍ​ງານ​ໃຫ້​ຮູ້​ວ່າ: ການສະແດງ​ຜ່ານ​ລາຍການ​ໃນ​ຄັ້ງ​ນີ້, ສະແດງ​ໃຫ້​ເຫັນ​ຜົນສຳເລັດ​ຂອງ​ການ​ເຝິກຊ້ອມ​ລາຍການ​ທີ່​ຈະ​ສະ ແດງ​ຮັບ​ໃຊ້ ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ V ຂອງ​ອົງຄະ​ນະ​ພັກ ກອງພັນ​ໃຫຍ່ 279 ເພື່ອ​ເປັນ ​ການ​ກວດກາ​ຄືນ ເນື້ອ​ໃນ​ລາຍ ​ການສະແດງ ແລະ ອຸປະກອນ​ຮັບ​ໃຊ້​ການສະແດງ​ໃຫ້​ມີ​ຄວາມ​ພ້ອມ, ທັງ​ເປັນ​ການ​ປະກອບ​ຄຳ​ເຫັນ ແລະ ທິດ​ຊີ້​ນຳ​ວິຊາ​ການ​ໃນ​ການ​ປັບປຸງ​ດັດແກ້​ລາຍ​ ການສະແດງ​ໃຫ້​ມີ​ເນື້ອ​ໃນ​ເລິກ ເຊິ່ງ ເພື່ອ​ກຽມພ້ອມ​ເຮັດ​ສຳ ເລັດໜ້າທີ່​ການເມືອງ​ຕາມ​ການ ຈັດຕັ້ງ​ຂັ້ນ​ເທິງ​ມອບ​ໝາຍ​ໃຫ້. ສຳລັບ​ເນື້ອ​ໃນ​ລາຍ​ການສະແດງ ປະກອບ​ມີ 5 ລາຍການ ມີ​ບົດ​ຟ້ອນ 2 ລາຍການ ແລະ ບົດ​ເພງ 3 ລາຍການ. ຂ່າວ​ຍັງ​ໃຫ້​ຮູ້​ຕື່ມ​ອີ​ກວ່າ: ໃນ​ວັນ​ດຽວ​ກັນ​ນີ້, ອົງ​ການຈັດ ຕັ້ງ​ມະຫາຊົນ​ຊາວ​ໜຸ່ມ-ສະຫະພັນ​ແມ່ຍິງ ກອງພັນ​ໃຫຍ່ 279 ນຳ​ໂດຍ ສະຫາຍ ພັນ​ໂທ ຄຳ​ແກ້ວ ນໍລະ​ສີນ ຫົວໜ້າ​ຂະແໜງຊາວ​ໜຸ່ມ​ ກອງພັນ​ໃຫຍ່ 279 ໄດ້​ນຳ​ເອົາ​ນ້ຳ​ດື່ມ ຈຳນວນ 6 ແພັກ ມາມອບ​ໃຫ້ ໜ່ວຍ​ສິລະ​ປະ-ວັນນະຄະດີ​ສະໝັກ​ຫຼິ້ນ ເພື່ອ​ເປັນ​ການ​ອຸປະຖຳ​ຊຸກຍູ້ ໃຫ້​ກຳລັງ​ໃຈ​ໃນ​ການ​ເຝິກຊ້ອມ​ການສະແດງ ຕື່ມ​ອີກ. ໂດຍ: ສາຄອນ ສຸລິເຍດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ