ກົມໃຫຍ່ເສນາທິການກອງທັບ ເຂົ້າຊົມງານວາງສະແດງຮູບພາບລະນຶກ ວັນໄຊຊະນະບັ້ນຮົບດຽນບຽນຝູ ຄົບຮອບ 70 ປີ
ເວລາອອກຂ່າວ: 2024-05-17 08:52:34 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 476 | ຄວາມນິຍົມ:
ໃນວັນທີ 16 ພຶດສະພາ 2024 ນີ້, ກົມໃຫຍ່ເສນາທິການກອງທັບ ໂດຍການນຳພາ ຂອງສະຫາຍ ພັນເອກ ເທບພະພອນ ຫອມດີ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ ພ້ອມດ້ວຍພະນັກງານ-ນັກ
ຮົບ ໄດ້ເຂົ້າຊົມງານວາງສະແດງຮູບພາບລະນຶກວັນໄຊຊະນະບັ້ນຮົບດຽນບຽນຝູ ຄົບຮອບ 70 ປີ (7 ພຶດສະພາ 1954-7 ພຶດສະພາ 2024) ຢູ່ທີ່ຫໍພິພິທະພັນປະຫວັດສາດກອງທັບປະຊາຊົນລາວ.
ການເຂົ້າຊົມງານວາງສະແດງຮູບພາບ ລະນຶກວັນໄຊຊະນະບັ້ນຮົບດຽນບຽນຝູ ຄົບຮອບ 70 ປີ ໃນຄັ້ງນີ້ ໄດ້ຮັບຟັງການອະທິບາຍເຫດການຕ່າງໆ ທາງປະຫວັດສາດ ຜ່ານຮູບພາບຕ່າງໆ ສະແດງໃຫ້ເຫັນເຖິງການຕໍ່ສູ້ທີ່ດຸເດືອດ, ຂ້ຽວຂາດທີ່ສຸດໃນພາລະກິດຕໍ່ສູ້ກູ້ຊາດລະຫວ່າງກອງທັບປະຊາຊົນຫວຽດນາມ ກັບພວກລ່າເມືອງຂຶ້ນຝຣັ່ງຜູ້ຮຸກຮານ ແລະ ການແຊກແຊງຊ່ວຍໜູນຂອງຈັກກະພັດອາເມຣິກາ ທັງສະທ້ອນໃຫ້ເຫັນເຖິງຄວາມສາມັກຄີ, ຄວາມອົດທົນຜ່ານຜ່າ, ບໍ່ຍອມຈຳນົນຕໍ່ສັດຕູຂອງບັນດານັກຮົບໃນບັ້ນຮົບດຽນບຽນຝູຈົນສາ
ມາດຍາດໄດ້ໄຊຊະນະມາສູ່ປະເທດຊາດ. ໄຊຊະນະດຽນບຽນຝູບໍ່ພຽງແຕ່ແມ່ນໄຊຊະນະຂອງປະຊາຊົນຫວຽດນາມ ແຕ່ຍັງແມ່ນໄຊຊະນະຂອງປະຊາຊົນລາວ ແລະ ປະຊາຊົນກຳປູເຈຍທີ່ໄດ້ຮ່ວມສຳພັນສູ້ຮົບ ຮ່ວມຂຸມຄອງຕ້ານຈັກກະພັດໂຕດຽວກັນ. ຈຸດປະສົງຂອງການນຳພາພະນັກງານ-ນັກຮົບ ເຂົ້າຊົມງານວາງສະແດງຮູບພາບ ເພື່ອເປັນການສ້າງຂະບວນການ ເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະບັ້ນຮົບດຽນບຽນຝູຄົບຮອບ 70 ໃຫ້ມີບັນຍາກາດຟົດຟື້ນ, ເບີກບານມ່ວນຊື່ນ, ມີຄວາມໝາຍຄວາມສຳຄັນ ທັງຖືເອົາໂອກາດນີ້ ປຸກລະດົມແນວຄິດຈິດໃຈຂອງພະນັກງານ-ນັກຮົບ ໄດ້ຮຽນຮູ້ເຖິງມູນເຊື້ອທາງດ້ານປະຫວັດສາດ, ມູນເຊື້ອຮ່ວມສຳພັນສູ້ຮົບກັບບັນດາປະເທດເພື່ອນມິດຍຸດທະສາດ ແລະ ຜົນ
ງານໄຊຊະນະໃນບັ້ນຮົບດຽນບຽນຝູ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ