
ເຊັນບົດບັນທຶກ ມອບ-ຮັບ ອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ກັບຄືນປະເທດ
ເວລາອອກຂ່າວ: 2024-05-17 08:53:47 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 627 | ຄວາມນິຍົມ:
ວັນທີ 14 ພຶດສາພາ 2024 ນີ້, ຄະນະຊີ້ນຳ 515 ແຂວງແທັງຮວ່າ ສສ ຫວຽດນາມ ສົມທົບກັບກອງບັນຊາການທະຫານແຂວງ ແລະ ຄະນະປະຕິບັດງານແຂວງຫົວພັນ ໄດ້ຈັດພິທີເຊັນບົດບັນທຶກມອບ-ຮັບອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດ ຢູ່ບົນດິນແດນແຂວງຫົວພັນ ໃນປາງສົງຄາມທີ່ໜ່ວຍງານຂຸດຄົ້ນອັດຖິແຂວງແທັງຮວ່າ ຊອກຫາຂຸດຄົ້ນໄດ້ຈຳນວນ 15 ອັດຖິ ໃນລະດູແລ້ງ ສົກປີ 2023-2024 ເພື່ອກັບຄືນປະເທດ. ພິທິດັ່ງກ່າວໄດ້ຈັດຂຶ້ນທີ່ ຫ້ອງປະຊຸມ ກອງບັນຊາການທະຫານແຂວງຫົວພັນ ຝ່າຍແຂວງຫົວພັນ ນຳໂດຍ ສະຫາຍ ພັນເອກ ພັນສີ ຊ່ອນມີໄຊ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຫົວພັນ, ທັງເປັນຫົວໜ້າຄະນະປະຕິບັດງານພິເສດແຂວງຫົວພັນ, ຝ່າຍແຂວງແທັງຮວ່າ ນຳໂດຍ ສະຫາຍ ພັນເອກ ພິເສດ ເລວັນຈຸງ ຫົວໜ້າການເມືອງກອງບັນຊາການທະຫານແຂວງ, ຮອງຫົວໜ້າ ຜູ້
ປະຈຳການຄະນະຊີ້ນຳ 515 ແຂວງແທັງຮວ່າ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ.
ການມອບ-ຮັບ ແລະ ຈັດສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ໃນຄັ້ງນີ້ ແມ່ນປະຕິບັດຕາມແນວທາງນະໂຍບາຍ ແລະຄວາມ ເປັນທຳຂອງລັດຖະບານລາວ ທີ່ມີຕໍ່ເພື່ອນມິດຍຸດທະສາດ ແລະ ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ ເປັນພິເສດຂອງຄະນະພັກ, ອຳນາດການປົກຄອງທ້ອງຖິ່ນແລະ ປະຊາຊົນບັນດາເຜົ່າຊາວແຂວງຫົວພັນ ຕະຫຼອດໄລຍະຜ່ານມາ. ໃນພິທີ ສະຫາຍ ພັນເອກ ພັນສີ ຊ່ອນມີໄຊ ໄດ້ຕາງໜ້າໃຫ້ ຄະນະພັກ, ອຳນາດການປົກຄອງທ້ອງຖິ່ນແຂວງຫົວພັນ ມີຄຳເຫັນວ່າ: ການມອບ-ຮັບອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ກັບຄືນສູ່ປະເທດ ກັບຄືນສູ່ບ້ານເກີດ
ເມືອງນອນ ອັນແສນຮັກ ທີ່ຄອບຄົວ, ຍາດພີ່ນ້ອງ ແລະ ການຈັດຕັ້ງກຳລັງຄອງຄອຍໃຫ້ຄວາມອົບອຸ່ນນັ້ນ ແມ່ນສຸດທີ່ມີຄວາມໝາຍສຳຄັນຍິ່ງ ເຊິ່ງແມ່ນຂີດໝາຍສຳຄັນ ທາງດ້ານປະຫວັດສາດ ທີ່ສອງປະເທດຈະໄດ້ພ້ອມກັນ ໂຄສະນາສຶກສາອົບຮົມໃຫ້ພະນັກ ງານ-ນັກຮົບ, ນັກຮຽນ-ນັກສຶກສາ ປັນຍາຊົນທຸກຊັ້ນຄົນໄດ້ຮຽນຮູ້ມູນເຊື້ອອັນພິລະອາດຫານ ສູ້ຮົບມີໄຊຂອງພັກ, ຂອງກອງທັບ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໃນສະໄໝຕໍ່ສູ້ກູ້ຊາດ ຕ້ານຈັກກະພັດຕ່າງດ້າວຜູ້ຮຸກຮານ ກໍຄືໄລຍະປົກປັກຮັກສາ ແລະ ພັດທະນາປະເທດຊາດເພື່ອພ້ອມກັນປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ-ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ໝັ້ນຄົງທະນົງແກ່ນ ຂຶ້ນເລື້ອຍໆ.
ໂອກາດດັ່ງກ່າວນີ້ ທັງ 2 ຝ່າຍໄດ້ເຊັນບົດບັນທຶກຊ່ວຍຈຳ ວຽກງານຊອກຄົ້ນອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຢູ່ແຂວງຫົວພັນ ໃນລະດູແລ້ງ ປີ 2024-2025 ຕື່ມອີກ.
ໂດຍ: ນາງ ຄຳມະນີ ແສງມະນີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ