ຮັບປະກັນໃນການປ້ອງກັນການນຳພັກ-ລັດ ໃຫ້ມີຄວາມປອດໄພ
ເວລາອອກຂ່າວ: 2024-05-17 08:56:10 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 509 | ຄວາມນິຍົມ:
ກອງພັນ 988 ແມ່ນກົມກອງໜຶ່ງພາຍໃຕ້ການນຳພາ-ຊີ້ນໍາໂດຍກົງຮອບດ້ານຈາກຄະນະພັກອົງການກົມໃຫຍ່ການເມືອງກອງທັບ ເຊິ່ງແມ່ນກົມກອງວິຊາສະເພາະ ເຮັດໜ້າທີ່ໃນການປ້ອງກັນການນຳພັກ-ລັດ, ປ້ອງກັນແຂກພາຍໃນ ແລະ ຕ່າງປະເທດ ທີ່ເດີນທາງມາເຮັດວຽກ ຢູ່ ສປປ ລາວ ໃຫ້ມີຄວາມຮັບປະກັນ.
ສະຫາຍ ພັນໂທ ສຸດໃຈ ລາດສະສົມບັດ ຫົວໜ້າການ ເມືອງກອງພັນ 988 ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ຄະນະພັກ-ຄະນະບັນຊາແຕ່ລະຂັ້ນໄດ້ ເອົາ ໃຈໃສ່ຊີ້ນຳແຕ່ລະພະແນກການ, ກອງຮ້ອຍຈັດຕັ້ງປະຕິບັດໜ້າທີ່ ການເມືອງຂອງຕົນມີຜົນສຳເລັດ, ຈັດຕັ້ງລະບົບປະຈຳການ, ປ້ອງກັນບັນດາສຳນັກງານ-ອົງການຄ້າຍຄູ, ສາງຄັງ, ວັດຖຸ-ພາຫະ ນະເຕັກນິກມີຄວາມຮັບປະກັນ ແລະ ມີຄວາມສະຫງົບ ໂດຍພື້ນ ຖານ ໄປຄຽງຄູ່ກັບການຖືເອົາ ວຽກງານສຶກສາອົບຮົມການ ເມືອງ-ນຳພາແນວຄິດເປັນບັນ ຫາສຳຄັນ ເພື່ອເຮັດໃຫ້ພະນັກ ງານ-ນັກຮົບ ຮູ້ແຈ້ງຕໍ່ແນວທາງ ນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ບັນດາຂໍ້ກຳນົດ, ກົດ ລະບຽບຂອງກອງທັບ ກໍຄືກົມກອງເຮັດໃຫ້ຖັນແຖວພະນັກ ງານ-ນັກຮົບ ມີຄຸນທາດການ ເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຈົງຮັກ ພັກດີຕໍ່ພັກ, ຕໍ່ປະເທດຊາດ; ພ້ອມນັ້ນ, ຍັງໄດ້ເອົາໃຈໃສ່ປັບປຸງກໍ່ ສ້າງພັກ, ກໍ່ສ້າງພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ ເຮັດໃຫ້ກົມກອງມີຄວາມສະຫງົບ.
ວຽກງານກໍ່ສ້າງຮາກຖານການເມືອງໄດ້ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງ ເຄື່ອນໄຫວແກ້ໄຂໜໍ່ແໜງທີ່ກໍ່ ໃຫ້ເກີດຄວາມບໍ່ສະຫງົບຕາມຂອບເຂດກົມກອງຮັບຜິດຊອບ ປະສານສົມທົບກັບກຳລັງ ປກສ ກຸ່ມບ້ານ,
ອຳນາດການປົກຄອງທ້ອງຖິ່ນ ໂຄສະນາແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ກຳແໜ້ນຮາກຖານປະຊາຊົນ ໄດ້ເປັນຢ່າງ
ດີ; ດ້ານວຽກງານວິຊາສະເພາະ ໄດ້ເອົາໃຈໃສ່ປັບປຸງກໍ່ສ້າງກຳລັງໂດຍເລັ່ງໃສ່ອົບຮົມ-ຫັດແອບສິລະປະຍຸດ-ຍຸດທະວິທີ, ວິຊາສະເພາະເຫຼົ່າຮົບເປັນປົກກະຕິ
ເພື່ອໃຫ້ພະນັກງານ-ນັກຮົບມີຄວາມຊຳນານຄ່ອງແຄ່ວ ໃນການເປັນເສນາທິການໃຫ້ຂັ້ນເທິງວຽກງານປ້ອງກັນການນຳພັກ-ລັດ ໃຫ້ມີຄວາມປອດໄພ; ພ້ອມດຽວກັນນີ້ ຍັງໄດ້ນຳພາ-ຊີ້ນໍາຈັດຕັ້ງລະບົບປະ ຈຳ ການແຕ່ລະຂັ້ນຕະຫຼອດ 24 ຊົ່ວໂມງບໍ່ໄດ້ຂາດ, ປ້ອງກັນທຸກການເຄື່ອນໄຫວຂອງການນຳພັກ-ລັດ, ປ້ອງກັນ
ແຂກພາຍໃນ ແລະ ຕ່າງປະເທດມີຄວາມປອດໄພ 100% ຄື: ຕິດຕາມ ແລະ ປ້ອງ ກັນຄອບຄົວການນຳຕະຫຼອດ 24 ຊົ່ວໂມງຢ່າງເຂັ້ມງວດ, ປ້ອງກັນກອງປະ
ຊຸມ, ງານຊຸມນຸມມິດຕິງ ແລະ ວັນບຸນສຳຄັນຕ່າງໆ ຂອງຊາດ, ຂອງພັກ, ຂອງກອງທັບທີ່ການນຳພັກ-ລັດເຂົ້າຮ່ວມທັງໝົດ 46 ຄັ້ງ ມີ 255 ສະຫາຍ, ປ້ອງກັນ
ການນຳລົງເຮັດວຽກຢູ່ຕ່າງແຂວງ 125 ຄັ້ງ ມີ 192 ສະຫາຍ, ປ້ອງກັນແຂກພາຍໃນ ແລະ ຕ່າງປະເທດ 68 ຄັ້ງ ມີ 340 ສະຫາຍ. ວຽກງານການແກ້ໄຂຊີວິດການເປັນຢູ່ຂອງກົມກອງເນື່ອງຈາກວ່າເປັນກົມກອງເຮັດໜ້າທີ່ປ້ອງກັນ ແລະ ຕິດຕາມການນຳ ແຕ່ເຖິງແນວໃດກໍຕາມຄະນະພັກ-ຄະນະບັນຊາ ກໍໄດ້
ຊຸກຍູ້ພະນັກງານ-ນັກຮົບເອົາໃຈໃສ່ສ້າງພະລາທິການກັບທີ່ ເພື່ອແກ້ໄຂຊີວິດການເປັນຢູ່ໃຫ້ນັບມື້ດີຂຶ້ນ ຕາມເງື່ອນໄຂທ່າແຮງບົ່ມຊ້ອນຂອງຕົນ ໃນການປູກຝັງ-
ລ້ຽງສັດໂດຍຖືເອົາ 4 ປູກ 4 ລ້ຽງທີ່ກົມໃຫຍ່ພະລາທິການກອງທັບວາງອອກ. ຈາກຜົນງານທີ່ກ່າວມາຂ້າງເທິງນັ້ນ ກົມກອງໄດ້ຮັບການຍ້ອງຍໍປະເພດຕ່າງໆ ດັ່ງນີ້: ຍ້ອງຍໍຜົນງານ 5 ປີ ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄອບຮອບ 75 ປີ ແລະ ເຫດການອື່ນໆ ຈຳນວນ 103 ສະຫາຍ ໃນນັ້ນ, ໄດ້ຮັບຫຼຽນໄຊປະເພດຕ່າງໆ ຈຳນວນ 20 ໜ່ວຍ, ຫຼຽນກາ ຈຳນວນ 49 ໜ່ວຍ, ໃບຍ້ອງຍໍປະເພດຕ່າງໆ ຈຳນວນ 34 ໃບ. ແລະ ກົມກອງລວມໝູ່ 4 ໜ່ວຍ ຢ່າງໜ້າພາກພູມໃຈ.
ໂດຍ: ອາຫວຸ້ນ ອິນຫຼວງເຮືອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ