ໜ່ວຍຊາວໜຸ່ມກົມການເງິນກົມສະຫຼຸບຖອດຖອນບົດຮຽນວຽກງານຮອບດ້ານ
ເວລາອອກຂ່າວ: 2024-05-17 12:44:31 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1200 | ຄວາມນິຍົມ:
ວັນທີ16 ພຶດສະພາ 2024 ນີ້, ໜ່ວຍຊາວໜຸ່ມກົມການເງິນກົມໃຫຍ່ພະລາທິການກອງທັບ ໄດ້ສະຫຼຸບຖອດຖອນບົດຮຽນວຽກງານຮອບດ້ານໃນໄລຍະ ປີ 2018-2024 ແລະ ທິດທາງແຜນການໃນຕໍ່ໜ້າ, ກອງປະຊຸມດັ່ງກ່າວໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຕີເບດ ສີແພງຄູນ ກໍາມະການຄະນະພັກອົງການກົມໃຫຍ່ ຫົວໜ້າຫ້ອງການເມືອງກົມໃຫຍ່ພະລາທິການກອງທັບ, ມີສະຫາຍ ພັນໂທ ສີອໍາພອນ ແກ້ວຫຼວງເດດ ຫົວໜ້າພະແນກຊາວໜຸ່ມຫ້ອງການເມືອງກົມໃຫຍ່ພະລາທິການກອງທັບ, ຄະນະພັກ-ຄະນະບັນຊາ, ຄະນະໜ່ວຍຊາວໜຸ່ມ, ແຂກຖືກເຊີນ ແລະ ສະມາຊິກຊາວໜຸ່ມເຂົ້າຮ່ວມ.
ສະຫາຍ ພັນໂທ ໄຊພອນ ສີສຸນາມ ເລຂາໜ່ວຍຊາວໜຸ່ມກົມການເງິນກົມໃຫຍ່ພະລາທິການກອງທັບ ຜູ້ເກົ່າ ໄດ້ສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດວຽກງານກາານເຄື່ອນໄຫວຂອງໜ່ວຍຊາວໜຸ່ມກົມການເງິນຕະຫຼອດໄລຍະ 7 ປີ ຜ່ານມາ 2018-2024, ເຊິ່ງຄະນະໜ່ວຍຊາວໜຸ່ມໄດ້ຖືວຽກງານສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກຊາວໜຸ່ມທຸກສະຫາຍເປັນກົກ, ມີຄວາມອຸ່ນອ່ຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດ ແລະ ກອງທັບ, ຫ້າວຫັນຕໍ່ໜ້າທີ່ວຽກງານວິຊາສະເພາະກໍ່ຄືໜ້າທີ່ວຽການງານການເມືອງຂອງກົມກອງ, ຍົກສູງຄວາມຮູ້ຄວາມສາມາດ ແລະ ປະຕິບັດລະບຽບຫລັກການທາງດ້ານການເງິນ, ມີແບບແຜນວິທີເຮັດວຽກທີ່ທັນສະໄໝ ເພື່ອໃຫ້ແທດເໝາະກັບສະພາບການຕົວຈິງໃນປະຈຸບັນ, ດ້ານວຽກງານຂະບວນການ 4 ບຸກໂດຍປະຕິບັດຕາມມະຕິກອງປະຊຸມໃຫຍ່ຊາວໜຸ່ມທົ່ວປະເທດຄັ້ງທີ VIII ກໍ່ຄືມີມະຕິກອງປະຊຸມຜູ້ແທນຊາວໜຸ່ມທົ່ວກອງທັບຄັ້ງທີ VIII ແລະ ຂອງຊາວໜຸ່ມກົມໃຫຍ່ພະລາທິການກອງທັບ ຄັ້ງທີ III, ໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຊາວໜຸ່ມໄດ້ຮັບນາມມະຍົດ 4 ບຸກ 33, ນອກນັ້ນກໍາລັງຊາວໜຸ່ມຍັງໄດ້ເຂົ້າຮ່ວມຂະບວນການຕ່າງໆເຊັ່ນ: ກິລາ, ສິລະປະ-ວັນນະຄະດີ, ຂະບວນການອອກແຮງງານລວມ, ເພີ່ມພູນຜະລິດຜົນ ແລະ ວຽກງານສ້າງແຫຼ່ງລາຍຮັບເຂົ້າໃນຄັງລວມຂອງໜ່ວຍຊາວໜຸ່ມ ເພື່ອແກ້ໄຂຊີວິດການເປັນຢູ່ໃຫ້ດີຂື້ນເທື່ອລະກ້າວ.
ຈາກນັ້ນ, ສະຫາຍ ພັນໂທ ສີອໍາພອນ ແກ້ວຫຼວງເດດ ຫົວໜ້າພະແນກຊາວໜຸ່ມຫ້ອງການເມືອງກົມໃຫຍ່ພະລາທິການກອງທັບ, ໄດ້ຜ່ານຂໍ້ຕົກລົງຂອງຫ້ອງການເມືອງກົມໃຫຍ່ພະລາທິການກອງທັບ ວ່າດ້ວຍການສິ້ນສຸດເປັນສະມາຊິກຊາວໜຸ່ມ ຊປປລ ຈໍານວນ 5 ສະຫາຍ ແລະ ບົ່ງຕົວແຕ່ງຕັ້ງຄະນະໜ່ວຍຊາວໜຸ່ມກົມການເງິນຊຸດໃໝ່, ອີງໃສ່ການປັບປຸງການຈັດຕັ້ງຊາວໜຸ່ມຂັ້ນໜ່ວຍໃຫ້ເຂັ້ມແຂງ ເພື່ອຮັບໃຊ້ໃນໜ້າທີ່ການເມືອງຂອງພັກ-ຂອງກອງທັບ ແລະ ຂອງກົມກອງ, ອີງຕາມ ໜັງສືສະເໜີຂອງຄະນະພັກ-ຄະນະບັນຊາຂອງໜ່ວຍຊາວໜຸ່ມກົມການເງິນ, ສະບັບເລກທີ 675/ກງ, ລົງວັນທີ 25 ເມສາ 2024, ວ່າດ້ວຍຂໍອະນຸມັດແຕ່ງຕັ້ງຄະນະໜ່ວຍຊາວໜຸ່ມ, ອີງຕາມ ການຢັ້ງຢືນກວດກາຈາກພະແນກຊາວໜຸ່ມ, ຫ້ອງການເມືອງກົມໃຫຍ່ພະລາທິການກອງທັບ ຕົກລົງ, ບົ່ງຕົວແຕ່ງຕັ້ງ ພັນໂທ ໂພສະໄໝ ວັນນະວົງ ເປັນ ເລຂາ, ພັນຕີ ນາງ ສອນດາວິ ໄຊຍະລາດ ເປັນຮອງເລຂາ ແລະ ພັນຕີ ສຸລິໄຊ ແກ້ວປັນຍາ ເປັນກຳມະການ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ຕີເບດ ສີແພງຄູນ ປະທານກອງປະຊຸມ ກໍໄດ້ໃຫ້ກຽດໂອ້ລົມ, ເຊິ່ງໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາທຸກຂັ້ນ, ກໍຄືຄະນະໜ່ວຍຊາວໜຸ່ມຊຸດໃໝ່ ຈົ່ງເອົາໃຈໃສ່ສຶກສາອົບຮົມການເມືອງນໍາພາແນວຄິດໃຫ້ແກ່ສະມາຊິກຊາວໜຸ່ມທຸກສະຫາຍໃຫ້ມີຄວາມຮັບຮູ້, ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ລັດຖະທຳມະນູນ, ກົດໝາຍຂອງລັດ ແລະ ລະບຽບການຕ່າງໆຂອງກອງທັບ ວາງອອກຢ່າງເຂັ້ມງວດ, ຮັກສາມູນເຊື້ອອັນດີງາມຂອງຊາວໜຸ່ມລາວ, ພ້ອມທັງປຸກລະດົມກຳລັງແຮງ ແລະ ເຕົ້າໂຮມຄວາມສາມັກຄີ ເພື່ອພ້ອມກັນເຮັດສຳເລັດໜ້າທີ່ຕາມການຈັດຕັ້ງມອບໝາຍໃຫ້ຢ່າງຈົບງາມຕະຫຼອດໄປ.
ຄໍາປະສົງ ລາດຊະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ