ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 07 ກຸມພາ 2025

  

ມອບ-ຮັບໜ້າທີ່ຮອງຫົວໜ້າຫ້ອງພະລາທິການ ກອງບັນຊາການທະຫານແຂວງອຸດົມໄຊ
ເວລາອອກຂ່າວ: 2024-05-17 12:46:34 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1142 | ຄວາມນິຍົມ:



ມອບ-ຮັບໜ້າທີ່ລະຫວ່າງຮອງຫົວໜ້າຜູ້ເກົ່າ-ຜູ້ໃໝ່ຫ້ອງພະລາທິການ ກອງບັນຊາການທະຫານແຂວງອຸດົມໄຊ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ16 ພຶດສະພາ 2024 ນີ້, ທີ່ຫ້ອງປະຊຸມຫ້ອງພະລາທິການທະຫານແຂວງອຸດົມໄຊ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຄຳເຜີຍ ໂສມພັນ ຮອງເລຂາຄະນະພັກ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງອຸດົມໄຊ ເປັນກຽດເຂົ້າຮ່ວມມີສະຫາຍ ພັນເອກ ບູນທອງ ໄຊຍະແສງ ຄະນະພັກກອງບັນຊາການ ເລຂາຄະນະພັກຮາກຖານ ຫົວໜ້າຫ້ອງພະລາທິການ ກອງບັນຊາການທະຫານແຂວງອຸດົມໄຊ, ມີຄະນະພັກ-ຄະນະບັນຊາຫ້ອງພະລາທິການ, ຫົວໜ້າພະແນກ, ຮອງພະແນກ ແລະ ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ. ສະຫາຍ ພັນໂທ ແຂວງ ແຮງຈິດ ຄະນະພັກກອງບັນຊາການ ຮອງຫົວໜ້າຫ້ອງພະລາທິການ ທະຫານແຂວງອຸດົມໄຊໄດ້ຂຶ້ນສະຫຼູບຕີລາຄ່າຜົນງານການເຄື່ອນໄຫວຈັດຕັ້ງປະຕິບັດ, ຊີ້ນຳ-ນຳພາວຽກງານຮອບດ້ານໃນໄລຍະຜ່ານມາ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກຕິດພັນ ກັບ 4 ເນື້ອໃນ 4 ຄາດໝາຍ, ເຊິ່ງຄະນະພັກ-ຄະນະບັນຊາຫ້ອງພະລາທິການ ໄດ້ເຄື່ອນໄຫວຕາມສິດ, ໜ້າທີ່, ພາລະບົດບາດໃນຂົງເຂດວຽກງານຕາມຄວາມຮັບຜິດຊອບຂອງຕົນ, ປະຕິບັດຫຼັກການລ່ວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ ແບ່ງບຸກຄົນຮັບຜິດຊອບ, ເອົາໃຈໃສສຶກສາອົບຮົມການເມືອງນຳພາແນວຄິດໃຫ້ພະນັກງານ-ນັກຮົບເປັນກົກ, ຖືເອົາການກໍ່ສ້າງພັກ-ພະນັກງານເປັນບັນຫາສຳຄັນ ຕິດພັນວຽກງານກໍ່ສ້າງພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ. ຊຸກຍູ້ວຽກງານແກ້ໄຂຊິວິດການເປັນຢູ່ຂອງພະນັກງານ-ນັກຮົບທົ່ວທະຫານແຂວງຕາມທິດນຳເພິ່ງຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ຖືເອົາວຽກງານຮັບປະກັນດ້ານສຸຂະພາບເປັນບັນຫາຕົ້ນຕໍ່. ພ້ອມທັງມອບໝາຍໜ້າທີ່ໃຫ້ ສະຫາຍ ພັນໂທ ບຸນປອນ ໄຊຈະເລີນ ເປັນຮອງຫົວໜ້າຫ້ອງພະລາທິການ ກອງບັນຊາການທະຫານແຂວງອຸດົມໄຊຜູ້ໃໝ່ ສືບຕໍ່ເຮັດວຽກງານພະລາທິການໃນຕໍ່ໜ້າ. ໃນຕອນທ້າຍ, ສະຫາຍ ພົນຈັດຕະວາ ຄຳເຜີຍ ໂສມພັນ ຮອງເລຂາຄະນະພັກ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງອຸດົມໄຊ ໄດ້ໃຫ້ກຽດໂອ້ລົມ ແລະໃຫ້ທິດຊີ້ນຳຫຼາຍບັນຫາເພື່ອເປັນບ່ອນອີງໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານພະລາທິການໃນຕໍ່ໜ້າ ເປັນຕົ້ນແມ່ນເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາຫ້ອງພະລາທິການທັງຜູ້ເກົ່າ ແລະ ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ຂອງຕົນ, ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຄວາມຮູ້ຄວາມສາມາດຮອບດ້ານ, ສືບຕໍ່ຊີ້ນຳ ນຳພາເຮັດໜ້າທີ່ການເມືອງຕາມສິດ, ໜ້າທີ່, ພາລະບົດບາດຂອງຕົນ, ເຮັດວຽກເປັນໝູ່ຄະນະ ແບ່ງບຸກຄົນຮັບຜິດຊອບໃຫ້ຈະແຈ້ງ, ເປັນແບບຢ່າງນໍາໜ້າໃນທຸກຂົງເຂດວຽກງານ ສາມາດເປັນເສນາທິການໃຫ້ແກ່ກອງບັນຊາການທະຫານແຂວງອຸດົມໄຊ, ຊຸກຍູ້ວຽກງານສ້າງພະລາທິການກັບທີ່ຕາມທ່າແຮງບົ່ມຊ້ອນຂອງກົມກອງ ເພື່ອແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບໃຫ້ນັບມື້ດີຂື້ນຕາມທິດນຳ ການຄຸ້ມຄ້ອງດີ-ລ້ຽງດູທັບເກັ່ງ ເຊີດຊູນ້ຳໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ພ້ອມກັນເສີມຂະຫຍາຍດ້ານດີຜົນງານ, ແກ້ໄຂດ້ານອ່ອນຂໍ້ຄົງຄ້າງ, ເຕົ້າໂຮມຄວາມສາມັກຄີໃຫ້ເປັນຈິດໜຶ່ງໃຈດ່ຽວ ແລະ ພ້ອມກັນເຮັດສຳເລັດໜ້າທີ່ ທີ່ໄດ້ຮັບການມອບໝາຍ. ຂ່າວ: ສັນໂສພີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ