ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 06 ກຸມພາ 2025

  

ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ແຂວງ​ແທັງ​ຮວ່າ ​ສສ ຫວຽດນາມ ກັບ ແຂວງ​ຫົວພັນ ນັບ​ມື້​ກ້າວ​ສູ່​ລວງ​ເລິກ
ເວລາອອກຂ່າວ: 2024-05-22 08:46:13 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 523 | ຄວາມນິຍົມ:



ໃນ​ທ່າມ​ກາງ​ບັນຍາກາດ​ແຫ່ງ​ຄວາມ​ຮັກແພງ​ມິດຕະພາບ, ຄວາມ​ສາມັກຄີ​ພິເສດ ແລະ ໄວ້​ ວາງໃຈ​ເຊິ່ງ​ກັນ ແລະ ກັນ ລະ ຫວ່າງ​ ລາວ-ຫວຽດນາມ ໄດ້​ຮັບ​ການ​ພັດທະນາ​ກ້າວ​ສູ່​ລວງ​ເລິກ, ມີ​ປະ​ສິດທິ​ຜົນ​ຕົວ​ຈິງໃນ​ທຸກໆ​ຂົງເຂດ, ປະກອບສ່ວນ​ປະຕິບັດ​ແນວທາງ​ການ​ປ່ຽນແປງ​ໃໝ່​ຂອງ​ແຕ່​ລະ​ພັກ ​ປະສົບ​ຄວາມ​ສຳ ເລັດ​ມີ​ໄຊ; ລາວ-ຫວຽດນາມ, ຫວຽດນາມ-ລາວ ​ມີ​ມູນເຊື້ອ, ຄວາມ​ສາມັກຄີ​ທີ່​ດີ​ຕໍ່​ກັນ​ມາ​ແຕ່​ດົນ​ນານ ໂດຍ​ປະທານ​ໂຮ່​ຈີ​ມິນ ຜູ້ນຳ​ທີ່​ແສນ​ເຄົາລົບ​ຮັກ​ຂອງ​ປະຊາຊົນ​ຫວຽດນາມ ແລະ ປະທານ​ ໄກສອນ ພົມວິຫານ, ປະ ທານ​ສຸ​ພານຸ​ວົງ ຜູ້ນຳ​ຂອງລາວ ເປັນ​ຜູ້​ກໍ່​ຕັ້ງ​ຂຶ້ນ ແລະ ໄດ້​ຮັບ​ຄວາມ​ເອົາໃຈໃສ່​ເພີ່ມ​ພູນ​ຄູນສ້າງ​ ຈາກ​ບັນດາ​ຮຸ່ນ​ການ​ນຳຂອງ ​ສອງ​ພັກ, ສອງ​ລັດ ແລະ ປະ ຊາຊົນ​ສອງ​ປະເທດ ນັ້ນ​ໄດ້​ກາຍ ເປັນ​ສົມບັດ​ລວມ​ທີ່​ລໍ້າຄ່າ​ຂອງ​ ສອງ​ພັກ, ສອງ​ລັດ, ສອງ​ກອງ ທັບ ​ລາວ ແລະ ຫວຽດນາມ. ໃນ​ນີ້, ເວົ້າ​ສະເພາະ​ການ​ຮ່ວມ​ມື​ຂອງ​ແຂວງ​ແທັງ​ຮວ່າ ​ສສ ຫວຽດນາມ ກັບ ແຂວງ​ຫົວ ພັນ ແມ່ນ​ມີ​ມູນເຊື້ອ​ທີ່​ດີ​ມາ​ແຕ່​ ດົນນານ​ໃນ​ການ​ຮ່ວມ​ສຳພັນ​ສູ້​ຮົບ​ຕໍ່ສູ້​ໃນ​ພາລະກິດ​ປົດ​ປ່ອຍ​ຊາດ ​ແຕ່​ອະ​ດີດ​ຮອດ​ປັດຈຸບັນ ຍັງ​ມີ​ການ​ຊ່ວຍເຫຼືອ​ເພີ່ມ​ພູນ​ຄູນ​ສ້າງ​ຕໍ່​ກັນ​ຕະຫຼອດ​ມາ ແລະ ໃນ​ປັດຈຸບັນ​ທັງ​ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ເພີ່ມ​ທະວີນຳ​ເອົາ​ການ​ພົວພັນ​ທາງ​ດ້ານ​ການເມືອງ​ເຂົ້າ​ສູ່​ລວງ​ເລິກ, ກຳນົດ​ທິດ​ໃຫ້​ແກ່​ການ​ພົວພັນ​ຮ່ວມ​ມື​ໂດຍ​ລວມ​ລະຫວ່າງ​ສອງ​ຊາດ; ສອງ​ພັກ ແລະ ສອງ​ລັດ ຍົກ​ສູງ​ປະ​ສິດທິ​ຜົນ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ຄະນະ​ນຳ​ຂອງ​ແຂວງ, ບັນດາ​ພະແນກການ, ເມືອງ ແລະ ຂະ ແໜງການ​ຕ່າງໆ ລົງ​ເລິກ​ເຂົ້າ​ໃນ​ ການ​ແລກປ່ຽນ​ທິດ​ສະ​ດີ-ພຶດຕິ​ກຳ, ແບ່ງປັນ​ບົດຮຽນ​ກ່ຽວ​ກັບ​ວຽກ​ງານ​ກໍ່ສ້າງ​ພັກ, ພະນັກງານ ເອົາໃຈໃສ່​ເປັນ​ສຳຄັນ​ເຖິງ ການ ​ເຝິກອົບຮົມ, ບຳລຸງ​ສ້າງ​ພະນັກ ງານ​ນຳພາ, ຄຸ້ມ​ຄອງ; ກໍ່ສ້າງ​ລະບົບ​ການເມືອງ​ຂັ້ນ​ທ້ອງຖິ່ນ​ໃຫ້​ກະທັດ​ລັດ​ເບົາບາງ, ມີ​ປະສິດ ທິພາບ, ປະ​ສິດທິຜົນ; ພັດທະນາ​ເສດຖະກິດ-ສັງຄົມ ແລະ ວຽກ ​ງານ​ການ​ຕ່າງປະເທດ, ເຊື່ອມ ​ໂຍງ​ກັນ; ຍູ້​ແຮງ​ການໂຄສະນາ, ສຶກ​ສາ​ອົບຮົມ​ກ່ຽວ​ກັບມູນເຊື້ອ​ ການ​ພົວພັນ​ຮ່ວມ​ມື​ແບບ​ພິເສດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ປະຊາຊົນ​ທຸກ​ຊັ້ນ​ຄົນ, ໂດຍ​ສະເພາະ​ຊາວ​ໜຸ່ມ-ແມ່ຍິງ​ຂອງ​ສອງແຂວງ; ຕັ້ງໜ້າ​ຜັນ​ຂະຫຍາຍ​ແນວທາງ​ນະໂຍບາຍ​ຕ່າງໆນຳ​​ເອົາ​ບັນດາ​ເນື້ອ​ໃນ​ຂອງຊຸດ​ປະຫວັດສາດ​ການ​ພົວ ພັນ​ພິເສດ​ ຫວຽດນາມ-ລາວ, ລາວ-ຫວຽດນາມ ເຂົ້າ​ສິດສອນ​ໃນ​ບັນດາ​ພື້ນຖານ​ການ​ສຶກ​ສາ; ສືບຕໍ່​ການ​ສົມທົບ​ກິດຈະການ​ກໍ່ສ້າງ ແລະ ຕົກແຕ່ງ​ສະຖານທີ່​ປະຫວັດສາດ ກ່ຽວ​ກັບ​ການ​ພົວ ພັນ​ພິເສດ ​ຫວຽດນາມ-ລາວ ຢູ່​ໃນ​ແຕ່​ລະ​ທ້ອງຖິ່ນ​ເລິກ​ເຊິ່ງ. ເອົາໃຈໃສ່​ການ​ຮ່ວມ​ມື​ທາງ​ດ້ານ​ການ​ປ້ອງ​ກັນ​ຊາດ ແລະ ເຫັນ​ດີ​ເປັນ​ເອກະ​ພາບ​ຈະ​ເພີ່ມ​ທະວີ​ເປັນ​ເສົາຄໍ້າຂອງ​ການ​ຮ່ວມ​ມື​ກ່ຽວ​ກັບ​ຂັ້ນ​ທ້ອງຖິ່ນ​ໃຫ້​ມີ​ຄວາມ​ສະຫງົບ ເພື່ອ​ແນໃສ່​ຮັກສາ​ຄວາມ​ໝັ້ນຄົງ​ທາງ​ດ້ານ​ການເມືອງ, ຄວາມ​ສະຫງົບ, ຄວາມ​ເປັນ​ລະບຽບ ແລະ ຄວາມ​ປອດ​ໄພ​ທາງ​ສັງຄົມ​ຢູ່​ຊາຍ​ແດນ​ໃນ​ແຕ່​ລະ​ປະເທດ​ຢ່າງ​ມີ​ປະ​ສິດ ທິ​ຜົນ ສືບ​ຕ່ໍ​ຄຸ້ມ​ຄອງ​ຊາຍ​ແດນ ແລະ ດ່ານ​ຊາຍ​ແດນ; ອະນຸສັນ ຍາ​ກ່ຽວ​ກັບ​ເສັ້ນ​ຊາຍ​ແດນ ແລະ ຫຼັກ​ໝາຍ​ຊາຍ​ແດນ; ສູ້ຊົນ​ແກ້​ໄຂ​ການ​ເຄື່ອນ​ຍ້າຍ​ເສລີຂອງພົນ ລະເມືອງ ແລະ ການ​ແຕ່ງດອງ ​ທີ່​ບໍ່​ມີ​ທະບຽນ​ສົມລົດ​ຢູ່​ໃນ​ເຂດ​ຊາຍ​ແດນ​ລະຫວ່າງ​ສອງ ​ປະເທດ ເຮັດ​ໃຫ້​ເສັ້ນ​ຊາຍ​ແດນກາຍເປັນ​ເສັ້ນ​ຊາຍ​ແດນ​ສັນຕິພາບ, ມິດ ຕະພາບ, ໝັ້ນຄົງ, ຮ່ວມ​ມື ແລະ ພັດທະນາ​ຢ່າງ​ຍືນ​ຍົງ; ກີດ​ກັ້ນ ແລະ ປ້ອງ​ກັນ, ຕ້ານ​ອາ​ຊະ​ຍາ​ກຳ​ຂ້າມ​ຊາດ, ການຄ້າຂາຍ​ເຖື່ອນ, ການ​ຄ້າຂາຍ ແລະ ຂົນສົ່ງ​ຢາ​ເສບ​ຕິດ; ສືບຕໍ່​ຄວາມ​ ພະຍາຍາມ​ຊອກ​ຫາ, ເກັບ​ໂຮມ ແລະ ເຄື່ອນ​ຍ້າຍ​ອັດຖິ​ຂອງທະຫານ​ອາສາ​ສະໝັກ ແລະ ​ຊ່ຽວຊານ​ຫວຽດນາມ ທີ່​ເສຍ​ຊີວິດ​ຢູ່​ແຂວງ​ຫົວພັນ​ກັບ​ຄືນ​ປະເທດ; ແລກປ່ຽນ​ແບ່ງປັນ​ຂໍ້​ມູນ, ຂ່າວສານ​ຢ່າງ​ທັນ​ການ ແລະ ປະສານ​ສົມທົບ​ຢ່າງ​ແໜ້ນ​ແຟ້ນ, ມີ​ປະ​ສິດທິ​ຜົນ​ພ້ອມ​ທັງ​ສະ ໜັບສະໜູນ​ເຊິ່ງ​ກັນ ແລະ ກັນ. ດັ່ງນັ້ນ, ໂດຍ​ປະຕິບັດ​ຕາມ​ແຜນການ​ຮ່ວມ​ມື​ຂອງ​ສອງ​ແຂວງ ຈິ່ງ​ໄດ້​ຈັດ​ກອງ​ປະຊຸມ​ພົບ​ປະ​ແລກປ່ຽນ​ລະຫວ່າງຄະນະ​ຊີ້​ນຳ 515 ແຂວງ​ແທັງ​ຮວ່າ ​ສສ ຫວຽດນາມ ກັບຄະນະປະຕິບັດ ​ງານ​ພິເສດ​ແຂວງ​ຫົວພັນ ພ້ອມ​ທັງ​ເຊັນ​ບົດ​ບັນທຶກ​ ມອບ-ຮັບ ​ອັດຖິ​ທະຫານ​ອາສາ​ສະໝັກ ແລະ ຊ່ຽວຊານ​ຫວຽດນາມ ທີ່​ເສຍສະ ຫຼະ​ຊີວິດ​ຢູ່​ແຂວງ​ຫົວພັນແຕ່​ປາງ​ສົງຄາມ​ທີ່​ໜ່ວຍ​ງານ​ຂຸດ​ຄົ້ນ​ອັດ ຖິ​ແຂວງ​ແທັງ​ຮວ່າ ຊອກ​ຫາ​ຂຸດ​ຄົ້ນ​ໄດ້​ຈຳນວນ 15 ອັດຖິໃນລະດູ ແລ້ງ​ສົກ​ປີ 2023-2024 ເພື່ອ​ກັບ​ຄືນ​ປະເທດ ​ໄດ້​ຈັດ​ຂຶ້ນ​ທີ່​ຫ້ອງ​ປະຊຸມ​ ກອງ​ບັນຊາ​ການ​ທະຫານ​ແຂວງ​ຫົວພັນ ໃນ​ວັນ​ທີ 14 ພຶດ ສະພາ 2024 ນີ້, ຄະນະ​ປະຕິບັດ​ງານ​ພິເສດ​ແຂວງ​ຫົວພັນ ນຳ​ໂດຍ ສະຫາຍ ພັນເອກ ພັນ​ສີ ຊ່ອນ​ມີ​ໄຊ ຫົວໜ້າ​ການເມືອງ​ ກອງ​ບັນຊາ​ການ​ທະຫານ​ແຂວງ​ຫົວພັນ, ຫົວ ໜ້າ​ຄະນະ​ປະຕິບັດ​ງານ​ພິເສດ​ແຂວງ​ຫົວພັນ, ສ່ວນ​ຄະນະຊີ້ນຳ 515 ແຂວງ​ແທັງ​ຮວ່າ ນຳໂດຍ ສະຫາຍ ພັນ​ເອກ ພິເສດ ເລວັນ ຈຸງ ຫົວໜ້າການເມືອງ ​ກອງ​ບັນ ຊາການ​ທະຫານ​ແຂວງ, ຮອງ​ຫົວໜ້າຜູ້​ປະຈຳການ​ຄະນະ​ຊີ້​ນຳ 515 ແຂວງ​ແທັງ​ຮວ່າ ພ້ອມ​ດ້ວຍ​ຄະ ນະ​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ. ສະຫາຍ ພັນ​ເອກ ພັນ​ສີ ຊ່ອນມີ​ໄຊ ໄດ້​ຕາງ​ໜ້າ​ໃຫ້​ຄະນະ​ປະຕິບັດ​ງານ​ພິເສດ​ແຂວງ​ຫົວ ພັນ ກ່າວ​ວ່າ: ການ​ມອບ-ຮັບອັດ ຖິທະຫານ​ອາສາ​ສະໝັກ ແລະ ຊ່ຽວ​ຊານ​ຫວຽດນາມ ກັບຄືນ​ປະເທດ ໃນ​ຄັ້ງ​ນີ້​ ແມ່ນ​ປະຕິບັດ​ຕາມ​ແຜນການ​ຮ່ວມ​ມື​ຂອງ​ສອງ​ພັກ, ສອງ​ລັດ ແລະ ສອງ ​ກອງທັບ​ ລາວ-ຫວຽດນາມ ທັງ​ເປັນ​ການ​ໂຄສະນາ​ສຶກ​ສາ​ອົບຮົມ​ໃຫ້​ພະນັກງານ-ນັກຮົບ, ນັກຮຽນ-ນັກ​ສຶກ​ສາ​ປັນຍາ​ຊົນ​ທຸກ​ຊັ້ນ​ຄົນ​ໄດ້​ຮຽນ​ຮູ້​ມູນເຊື້ອ, ການ​ຕໍ່ສູ້​ອັນ​ພິລະ​ອາດ​ຫານ​ຂອງ​ສອງ​ກອງທັບ ແລະ ປະຊາຊົນ​ສອງ​ຊາດ ​ລາວ-ຫວຽດນາມ ໃນ​ສະໄໝ​ຕໍ່ສູ້​ກູ້​ຊາດ​ຕ້ານ​ຈັກກະ ພັດ​ຕ່າງ​ດ້າວ​ຜູ້​ມາ​ຮຸກ​ຮານ​ທັງ​ເກົ່າ ແລະ ໃໝ່ ບໍ່​ຍ້ອມ​ຈຳນົນ​ຈົນ​ສາມາດ​ປົດ​ປ່ອຍປະ​ເທດ​ໄດ້​ຢ່າງ​ສົມບູນ ແລະ ພ້ອມ​ກັນທະ​ນຸ​ຖະ​ໝອມ​ບຳລຸງ​ຄູນ​ສ້າງ​ປົກ ປັກ​ຮັກສາ ແລະ ເສີມ​ຂະຫຍາຍ​ມູນເຊື້ອ​ຄວາມ​ສາມັກຄີ​ພິເສດ ແລະ ການ​ຮ່ວມ​ມື​ຮອບດ້ານລະ ຫວ່າງ​ສອງ​ພັກ, ສອງ​ລັດ, ສອງ ​ກອງທັບ ແລະ ປະຊາຊົນສອງ​ ຊາດ​ ລາວ-ຫວຽດນາມ, ຫວຽດ ນາມ-ລາວ ໃຫ້​ນັບ​ມື້​ໝັ້ນຄົງ​ທະ​ນົງ​ແກ່ນຊົວ​ກາລະ​ນາ. ໂດຍ: ວັນ​ໄຊ ໄຊ​ສະ​ຫວັດ ພາບໂດຍ: ຄຳ​ມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ