ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 12 ພຶດສະພາ 2025

  

ກົມເຕັກນິກເຫຼົ່າຮົບ ກົມໃຫຍ່ເຕັກນິກກອງທັບມອບເຄື່ອງມືສ້ອມແປງເຕັກນິກເຫຼົ່າຮົບ ໃຫ້ກອງບັນຊາການທະຫານແຂວງບໍ່ແກ້ວ
ເວລາອອກຂ່າວ: 2024-05-22 11:08:24 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1933 | ຄວາມນິຍົມ:



ໃນວັນທີ21 ພຶດສະພາ 2024 ນີ້, ກົມເຕັກນິກເຫຼົ່າຮົບ ກົມໃຫຍ່ເຕັກນິກກອງທັບ ນໍາໂດຍ ສະຫາຍ ພົນຈັດຕະວາ ປອ ຟອງສະຫມຸດ ພົນທິລາດ ຄະນະພັກກົມໃຫຍ່ເຕັກນິກ ເລຂາຄະນະພັກ ຫົວຫນ້າກົມເຕັກນິກເຫຼົ່າຮົບ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວມອບ ເຄື່ອງມືສ້ອມແປງເຕັກນິກເຫຼົ່າຮົບ ໃຫ້ກອງບັນຊາການທະຫານແຂວງບໍ່ແກ້ວໂດຍການຕ້ອນຮັບຢ່າງອົບອຸ່ນຂອງ ສະຫາຍ ພົນຈັດຕະວາ ບຸນມີ ພາມີໄຊ ຄະນະປະຈໍາພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງກອງກອງບັນຊາການທະຫານແຂວງບໍ່ແກ້ວ ພ້ອມດ້ວຍຄະະນະ. ເຄື່ອງມືສ້ອມແປງເຕັັກນິກເຫຼົ່າຮົບທີ່ນຳມາມອບໃຫ້ກອງບັນຊາການທະຫານແຂວງບໍ່ແກ້ວໃນຄັ້ງນີ້ມີຈໍານວນ10ລາຍການຄື: ປໍ້າລົມ 300 L 1 ຊຸດ, ຈັກອັດສີດ 580 1 ເຄື່ອງ, ຈັກດູດຝຸ່ນ188 1ເຄື່ອງ, ຕູ້ສາກໝໍ້ໄຟ60 1ເຄື່ອງ, ກະລິກ 55ໂຕນ 1 ອັນ, ເຄື່ອງປົ່ມກະແລັດ 1ຊຸດ, ຕູ້ກະແຈ ພ້ອມກະແຈ 1ຊຸດ, ເຫຼັກສະແລ່ງ 2ອັນ, ລໍ້ນອນ 1ອັນ, ຊຸດງັດຢ່າງ 1ຊຸດ ລວມມູນຄ່າທັງໝົດ 64.630.000 ກີບ. ເຊັນມອບໂດຍ ສະຫາຍ ພົນຈັດຕະວາ ປອ ຟອງສະຫມຸດ ພົນທິລາດ ຄະນະພັກກົມໃຫຍ່ເຕັກນິກ ເລຂາຄະນະພັກ ຫົວໜ້າກົມເຕັກນິກເຫຼົ່າຮົບ ແລະ ເຊັນຮັບໂດຍ ສະຫາຍ ພົນຈັດຕະວາ ບຸນມີ ພາມີໄຊ ຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງກອງກອງບັນຊາການທະຫານແຂວງບໍ່ແກ້ວ. ເພື່ອສະແດງຄວາມຮູ້ບຸນຄຸນ ສະຫາຍ ພົນຈັດຕະວາ ບຸນມີ ພາມີໄຊ ຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງກອງກອງບັນຊາການທະຫານແຂວງບໍ່ແກ້ວ ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບທົ່ວກົມກອງ ໄດ້ກ່າວສະແດງຄວາມຂອບໃຈຢ່າງສູງຕໍ່ກົມເຕັກນິກເຫຼົ່າຮົບ ກົມໃຫຍ່ເຕັກນິກກອງທັບທີ່ເຫັນໄດ້ເຖິງຄວາມໝາຍຄວາມສໍາຄັນ ແລະ ຈໍາເປັນຂອງໜ້າທີ່ວຽກງານເຕັກນິກ ເຊິ່ງໄດ້ມອບເຄື່ອງມືທີ່ຈໍາເປັນໃຫ້ກອງບັນຊາການທະຫານແຂວງບໍ່ແກ້ວ ເພື່ອນໍາໃຊ້ເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຮັບປະກັນເຕັກນິກ; ເປັນຕົ້ນແມ່ນນໍາໃຊ້ເຂົ້າໃນການສ້ອມແປງ, ການບົວລະບັດຮັກສາ ແລະ ຄຸ້ມຄອງພາຫະນະເຕັກນິກທີ່ໄດ້ປະກອບໃຫ້ບັນດາກົມກອງ ໃຫ້ມີຄວາມພ້ອມຢູ່ຕະຫຼອດເວລາ ເພື່ອຮັບປະກັນໃຫ້ແກ່ກົມກອງ ໃນການກຽມພ້ອມສູ້ຮົບ ແລະ ເຄື່ອນໄຫວປະຕິບັດໜ້າທີ່ສູ້ຮົບຕົວຈິງໃນທຸກກໍລະນີທີ່ຈະເກີດຂຶ້ນ ໃຫ້ມີຄວາມວ່ອງໄວທັນເວລາ ແລະ ມີປະສິດທິພາບສູງ. ໂດຍ: ພາກ ສຸທິປັນຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ