ວປກ ປະກາດຂໍ້ຕົກລົງແຕ່ງຕັ້ງຮອງຫົວໜ້າຫ້ອງການ ຂໍ້ຕົກລົງຍົກຍ້າຍນາຍທະຫານໄປຮັບໜ້າທີ່ໃໝ່ ຂໍ້ຕົກລົງວ່າດ້ວຍການຖອນ ແລະ ຍົກຍ້າຍນາຍທະຫານ ຢູ່ພາຍໃນກົມກອງ
ເວລາອອກຂ່າວ: 2024-05-22 11:10:04 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1774 | ຄວາມນິຍົມ:
ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ປະກາດຂໍ້ຕົກລົງແຕ່ງຕັ້ງຮອງຫົວໜ້າຫ້ອງການ, ຂໍ້ຕົກລົງຍົກຍ້າຍນາຍທະຫານ ວປກ ໄປຮັບໜ້າທີ່ໃໝ່ຢູ່ກອງບັນຊາການທະຫານແຂວງບໍ່ແກ້ວ, ຂໍ້ຕົກລົງວ່າດ້ວຍການຖອນ ແລະ ຍົກຍ້າຍນາຍທະຫານຢູ່ພາຍໃນວິທະຍາຄານໄປປະຈຳການຢູ່ກົມກອງໃໝ່. ພິທີໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ21 ພຶດສະພາ 2024 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຮອງສາດສະດາຈານ ປອ ສົມພອນ ສີສຸວັນນະ ຮອງຫົວໜ້າການເມືອງ ຫົວໜ້າກົມການເມືອງ ວປກ, ມີຄະນະພັກ-ຄະນະບັນຊາ, 4 ກົມ, 1 ຫ້ອງການ, ພະແນກການທີ່ກ່ຽວຂ້ອງ ແລະ ຜູ້ທີ່ຖືກແຕ່ງຕັ້ງເຂົ້າຮ່ວມ.
ສະຫາຍ ພັນໂທ ນາງ ມະນີພອນ ພົມມະຈັນ ຮອງຫົວໜ້າກົມການເມືອງ ວປກ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດວ່າດ້ວຍການແຕ່ງຕັ້ງຂັ້ນຮອງຫົວໜ້າຫ້ອງການ ແລະ ບໍລິຫານ ສະບັບເລກທີ 2065/ກປທ ລົງວັນທີ18/03/2024, ຕົກລົງແຕ່ງຕັ້ງ ສະຫາຍ ພັນເອກ ເນັ່ງສີດາ ເບຼຍລືມົວ ເປັນຮອງຫົວໜ້າຫ້ອງການ ແລະ ບໍລິຫານ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ຂໍ້ຕົກລົງວ່າດ້ວຍການຍົກຍ້າຍນາຍທະຫານ ວປກ ໄປຮັບໜ້າທີ່ໃໝ່ຢູ່ກອງບັນຊາການທະຫານແຂວງບໍ່ແກ້ວ ສະບັບເລກທີ 3210/ກປທ ລົງວັນທີ13/05/2024 ຕົກລົງຍົກຍ້າຍ ສະຫາຍ ພັນເອກ ອຸດົມໄຊ ພົມປັນຍາ ຫົວໜ້າຫ້ອງກວດກາອົມຮົມ ແລະ ຄຸ້ມຄອງຄຸນນະພາບມາດຖານການສຶກສາໄປຮັບໜ້າທີ່ໃໝ່ຢູ່ກອງບັນຊາການທະຫານແຂວງບໍ່ແກ້ວ, ຂໍ້ຕົກລົງວ່າດ້ວຍການຖອນ ແລະ ຍົກຍ້າຍນາຍທະຫານຢູ່ ຫ້ອງການ ວປກ ຍົກຍ້າຍໄປຢູ່ ກົມພະລາ-ເຕັກນິກ, ພະນັກງານຢູ່ກົມການເມືອງ ແລະ ກອງຮ້ອຍປ້ອງກັນທີ່ຕັ້ງໄປຢູ່ກົມຄົ້ນຄວ້າວິທະຍາສາດການທະຫານ-ການເມືອງມີດັ່ງນີ້: ສະຫາຍ ຮ້ອຍໂທ ໄຊຍະສິດ ຈິດວິລະພົນ ເລຂາ ຫົວໜ້າ ວປກ ໄປຊ່ວຍວຽກພະແນກການເງີນ ກົມພະລາ-ເຕັກນິກ. ສະຫາຍ ຮ້ອຍເອກ ສຸລິວັນ ພູມໄຄ ຊ່ວຍວຽກໝວດສຳນັກຄໍປ້ອງກັນ ແລະ ສະຫາຍ ຮ້ອຍໂທ ໄພປະສິດ ພົມທະວົງ ຊ່ວຍວຽກພະແນກບໍລິຫານ ກົມການເມືອງ ຍົກຍ້າຍທັງ: 02 ສະຫາຍ ໄປຊ່ວຍວຽກພະແນກແຜນການ ການທະຫານ ກົມຄົ້ນຄວ້າວິທະຍາສາດການທະຫານ-ການເມືອງ ວປກ.
ຕ້ອນທ້າຍ, ສະຫາຍ ພົນຈັດຕະວາ ຮອງສາດສະດາຈານ ປອ ສົມພອນ ສີສຸວັນນະ, ໄດ້ໃຫ້ກຽດໂອ້ລົມຕໍ່ທີ່ປະຊຸມ, ໂດຍສະຫາຍໄດ້ເນັ້ນໜັກໃຫ້ແຕ່ສະຫາຍຖືເອົາວຽກງານການເມືອງແນວຄິດສອດຮ້ອຍເຂົ້າໃນທຸກຂົງເຂດວຽກງານ, ຕ້ອງມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ປັບປຸງແບບແຜນວິທີເຮັດວຽກໃຫ້ສອດຄ່ອງ, ຕ້ອງມີກົນໄກການຊີ້ນຳ-ນຳພາຊັດເຈນ, ສືບຕໍ່ຊອກຮູ້ຮ່ຳຮຽນວຽກງານການເມືອງແນວຄິດ ແລະ ວິຊາການຢ່າງບໍ່ຢຸດຢັ້ງ, ມີສະຕິຕໍ່ການຈັດຕັ້ງ ປະຕິບັດຄຳສັ່ງຢ່າງເຂັ້ມງວດ, ຮັກສາຄວາມສາມັກຄີພາຍໃນ-ພາຍນອກ, ພ້ອມກັນຊຸກຍູ້ວຽກງານຂະບວນການພາຍໃນກົມຳອງໃຫ້ເປັນຂະບວນຟົດຟື້ນມ່ວນຊື່ນ ແລະ ປະສົບສຳເລັດທຸກວຽກງານທີ່ກ່າວມາ.
ພາບ-ຂ່າວ: ເຂັງພອນ ແກ້ວຄຳລຽງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ