
ພິທີຈັດສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽວນາມກັບຄືນປະເທດ
ເວລາອອກຂ່າວ: 2024-05-22 14:45:06 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1696 | ຄວາມນິຍົມ:
ຕອນເຊົ້າວັນທີ15 ພຶດສະພາ 2024 ນີ້, ຄະນະປະຕິບັດງານພິເສດ ແຂວງຫົວພັນ ໄດ້ສົມທົບກັບການນໍາຂອງແຂວງ, ກອງບັນຊາການທະຫານ-ກອງບັນຊາການປ້ອງກັນຄວາມສະຫງົບ ແລະ ບັນດາພະແນກການທີ່ກຽ່ວຂ້ອງຂອງແຂວງຫົວພັນ ຈັດພິທີວາງພວງມາລາ ແລະ ຈັດສົ່ງອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດ ໃນປາງສົງຄາມຢູ່ບົນດິນແດນແຂວງຫົວພັນ ທີ່ໜ່ວຍງານຂຸດຄົ້ນອັດຖິ ແຂວງແທ້ງຮວ່າ ຊອກຫາຂຸດຄົ້ນໄດ້ໃນລະດູແລ້ງສົກປີ 2023-2024 ໄດ້ຈໍານວນ 16 ອັດຖິ ກັບ ຄືນປະເທດ.
ພິທີດັ່ງກ່າວໄດ້ຈັດຢູ່ທີ່ຫໍອັດຖິກອງບັນຊາການທະຫານແຂວງຫົວພັນ ເຊິ່ງຝ່າຍລາວ ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ເພີດ ມາປັນຍາ ຮອງເລຂາຜູ້ປະຈຳການ ຄະນະບໍລິຫານງານພັກແຂວງຫົວພັນ. ມີສະຫາຍ ພົນຈັດຕະວາ ຄຳເມືອງ ໂຄດວົງຄູນ ກຳມະການພັກແຂວງ, ຫົວໜ້າການທະຫານກອງບັນຊາທະຫານແຂວງຫົວພັນ, ບັນດາສະຫາຍການນໍາຂັ້ນແຂວງ, ຄະນະປະຕິບັດງານພິເສດ, ກອງບັນຊາການທະຫານ-ກອງບັນຊາການປ້ອງກັນຄວາມສະຫງົບ, ບັນດາພະແນກການຂັ້ນແຂວງ, ການນໍາເມືອງຊຳເໜືອ ພ້ອມດ້ວຍພະນັກງານ, ລັດຖະກອນ, ທະຫານ-ຕຳຫຼວດ ອ້ອມຂ້າງແຂວງເຂົ້າຮວ່ມ.
ຝ່າຍຫວຽດນາມເປັນກຽດເຂົ້າຮວ່ມໂດຍ ສະຫາຍ ພັນເອກ ເລ ວັນຈຸງ ຫົວໜ້າການເມືອງກອງບັນຊາການທະຫານແຂວງແທັງຮວ່າ, ຮອງຫົວໜ້າຜູ້ປະຈຳການຄະນະຊີ້ນໍາ 515 ແຂວງແທັງຮວ່າ ສ ສ ຫວຽດນາມ, ມີການນໍາກອງບັນຊາການທະຫານຊາຍແດນ, ຮອງປະທານສະຫະພັນນັກຮົບເກົ່າ, ຄະນະສະມາຄົມຄົນຫວຽດນາມຢູ່ແຂວງຫົວພັນ ພ້ອມດ້ວຍອ້າຍນ້ອງໜ່ວຍງານຂຸດຄົ້ນອັດຖິແຂວງແທັງຮວ່າເຂົ້າຮວ່ມ.
ໃນພິທີຜູ້ຕ່າງໜ້າຄະນະພັກ-ອໍານາດການປົກຄອງແຂວງ, ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຄະນະປະຕິບດງານພິເສດແຂວງຫົວພັນ, ຄະນະພັກ-ອຳນາດການປົກຄອງເມືອງຊຳເໜືອ ແລະ ຄະນະຊີ້ນໍາ 515 ແຂວງແທັງຮວ່າ, ຄະນະສະມາຄົມຄົນຫວຽດນາມຢູ່ແຂວງຫົວພັນ ໄດ້ຜັດປ່ຽນກັນເຂົ້າວາງພວງມາລາເພື່ອລະນຶກເຖິງດວງວິນຍານ ແລະ ສະແດງຄວາມກະຕັນຍູຮູ້ບຸນຄຸນຕໍ່ຄຸນງາມຄວາມດີຂອງບັນດາສະຫາຍ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ໄດ້ອຸທິດຕົນເພື່ອພາລະກິດການປະຕິວັດລາວ. ຈາກນັ້ນ, ສະຫາຍ ພັນເອກ ພັນສີ ຊ່ອນມີໄຊ ຫົວໜ້າການເມືອງກອງບັນຊາການທະຫານແຂວງ ທັງເປັນຫົວໜ້າຄະນະປະຕິບັດງານພິເສດແຂວງຫົວພັນ ໄດ້ຂຶ້ນກ່າວສະດຸດີພ້ອມທັງມອບອັດຖິ ແລະ ກ່າວຮັບໂດຍ ສະຫາຍ ພັນເອກ ພິເສດ ເລວັນຈຸງ ຫົວໜ້າການເມືອງກອງບັນຊາການທະຫານແຂວງ, ຄະນະຊີ້ນໍາ 515 ແຂວງແທັງຮວ່າ.
ການຈັດສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມກັບຄືນປະເທດໃນຄັ້ງນີ້ ແມ່ນເປັນການປະຕິບັດຕາມແນວທາງນະໂຍບາຍຂອງພັກປະຊາຊົນປະຕິບດລາວ ຕໍ່ຜູ້ທີ່ມີຄຸນງາມຄວາມດີໃນພາລະກິດປະຕິວັດ ໂດຍສະເພາະກໍ່ແມ່ນປະຕິບັດຕາມ ບົດບັນທຶກຊ່ວຍຈໍາຂອງສອງຄະນະປະຕິບັດງານພິເສດຫົວພັນ-ແທັງຮວ່າ ໃຫ້ບັນລຸໝາກຜົນອັນຈົບງາມທັງເປັນການປະຕິບັດນະໂຍບາຍຕໍ່ບັນດາສະຫາຍທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດເພື່ອກັບຄືນສູ່ບ້ານເກີດເມືອງນອນຂອງຕົນຢ່າງສົມກຽດ.
( ບົດ-ພາບ: ນາງ ຄຳມມະນີ ແສງມະນີ).
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ