ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 23 ມັງກອນ 2025

  

ຄະນະພັກຮາກຖານກົມການເງິນກອງທັບສໍາເລັດກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີI
ເວລາອອກຂ່າວ: 2024-05-22 14:49:53 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1396 | ຄວາມນິຍົມ:



ວັນທີ22 ພຶດສະພາ 2024 ນີ້, ຄະນະພັກຮາກຖານກົມການເງິນກົມໃຫຍ່ພະລາທິການກອງທັບ ໄດ້ເປີດກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີI ຂອງຕົນຂຶ້ນ ແລະ ໄດ້ສໍາເລັດຜົນລົງຢ່າງຈົບງາມ, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພົນຕີ ຄໍາເພັດ ສີຊານົນ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ ເລຂາຄະນະພັກກົມໃຫຍ່ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີສະຫາຍ ພົນຈັດຕະວາ ຕີເບດ ສີແພງຄູນ ກໍາມະການຄະນະພັກອົງການກົມໃຫຍ່ ຫົວໜ້າຫ້ອງການເມືອງກົມໃຫຍ່ພະລາທິການ, ພະແນກຈັດຕັັ້ງພັກຫ້ອງການເມືອງກົມໃຫຍ່ພະລາທິການ, ຄະນະພັກຮາກຖານ ແລະ ຜູ້ແທນສະມາຊິກພັກສົມບູນທົ່ວຄະນະພັກຮາກຖານກົມການເງິນເຂົ້າຮ່ວມ. ສະຫາຍ ພັນເອກ ລໍາເງິນ ສຸຂະວົງ ເລຂາຄະນະພັກຮາກຖານ ຮັກສາການຫົວໜ້າກົມການເງິນກົມໃຫຍ່ພະລາທິການກອງທັບ, ໄດ້ຂຶ້ນຜ່ານບົດລາຍງານການເມືອງທັງສອງພາກ, ຕີລາຄາໝາກຜົນການນໍາພາຈັດຕັ້ງປະຕິບັດວຽກງານໃນໄລຍະຊຸມປີຜ່ານມາ, ເຊິ່ງຄະນະພັກ-ຄະນະບັນຊາໄດ້ຖືເອົາການສຶກສາ-ອົບຮົມການເມືອງນໍາພາແນວຄິດໃຫ້ພະນັກງານສະມາຊິກພັກທຸກສະຫາຍມີແນວຄິດອຸ່ນອ່ຽນ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ມີຄວາມເປັນເອກະພາບຕໍ່ແນວທາງນະໂຍບາຍຂອງພັກ ຂອງລັດ ແລະ ຂອງກອງທັບ, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີXI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີV ຂອງຄະນະພັກກະຊວງປ້ອງກັນປະເທດ, ມະຕິກອງປະຊຸມໃຫຍ່ຄັ້ງທີVI ຂອງຄະນະພັກອົງການກົມໃຫຍ່ພະລາທິການກອງທັບ, ຫ້າວຫັນປະຕິບັດໜ້າທີ່ການເມືອງຂອງຕົນດ້ວຍຄວາມຮັບຜິດຊອບສູງ, ເປັນເສນາທິການດ້ານວຽກງານຮັບປະກັນງົບປະມານການເງິນໃຫ້ກະຊວງປ້ອງກັນປະເທດ, ເສີມຂະຫຍາຍມູນເຊື້ອຈິດໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຊຸກຍູ້ພະນັກງານທໍາການຜະລິດຕາມເງື່ອນໄຂຄວາມສາມາດຂອງແຕ່ລະຄອບຄົວ ແລະ ເຮັດໃຫ້ຊີວິດການເປັນຂອງພະນັກງານນັບມື້ດີຂຶ້ນເປັນກ້າວໆ, ໃນວາລະດໍາເນີນກອງປະຊຸມສະມາຊິກພັກສົມບູນກໍໄດ້ປະກອບຄໍາຄິດຄໍາເຫັນໃສ່ບົດລາຍງານການເມືອງທັງສອງພາກຢ່າງກົງໄປກົງມາ ແລະ ເຫັນດີເປັນເອກະພາບຕໍ່ທິດທາງແຜນການນໍາພາຂອງຄະນະພັກຮາຖານໃນຕໍ່ໜ້າ, ຈາກນັ້ນກອງໄດ້ປ່ອນບັດຄັດເລືອກເອົາຄະນະພັກຮາກຖານກົມການເງິນກົມໃຫຍ່ພະລາທິການກອງທັບຊຸດໃໝ່, ເຊິ່ງເລືອກເອົາ 7 ສະຫາຍຄື: ພັນເອກ ລໍາເງິນ ສຸຂະວົງ ເປັນ ເລຂາຄະນະພັກຮາກຖານ, ພັນເອກ ໄຊຍະກອນ ຈັນຍາລາດ ເປັນ ຮອງເລຂາ, ພັນເອກ ສີສະຫວັນ ກົມມະເມືອງ, ພັນເອກ ວັນດີ ຄໍາໄຊຫົງ, ພັນໂທ ໄຊພອນ ສີສຸນາມ, ພັນໂທ ນາງ ພວງສີ ທິມມາລາ ແລະ ພັນໂທ ອິງແກ້ວ ບົວຕິ້ງ ເປັນກໍາມະການ. ໂອກາດນີ້, ສະຫາຍ ພົນຕີ ຄໍາເພັດ ສີຊານົນ ປະທານກອງປະຊຸມ, ກໍໄດ້ໃຫ້ກຽດໂອ້ລົມ, ຊີ້ທິດເຍືອງທາງ ແລະ ຮຽກຮ້ອງໃຫ້ຄະນະພັກຮາກຖານກົມການເງິນຊຸດໃໝ່ນີ້, ພ້ອມດ້ວຍພະນັກງານ ແລະ ສະມາຊິກພັກທຸກສະຫາຍ, ຈົ່ງເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ເປັນກົກ ແລະ ຖືເປັນວຽກງານແຖວໜ້າຂອງກົມກອງ, ເຊື່ອມຊຶມ, ກຳແໜ້ນແນວທາງນະໂຍບາຍຂອງພັກ, ປະຕິບັດມະຕິ, ທຸກຄຳສັ່ງຂອງຂັ້ນເທິງວາງອອກຢ່າງເຂັ້ມງວດ, ຫັນເອົາມະຕິກອງປະຊຸມໃຫຍ່ໃນຄັ້ງນີ້, ຕິດແທດກັບແຜນງານ, ໂຄງການອັນລະອຽດຂອງກົມກອງ, ເຊີດຊູນໍ້າໃຈຄວາມຮັບຜິດຊອບຂອງຄະນະພັກ, ດ້ວຍຈິດໃຈບຸກທະລຸເຂົ້າໃສ່ວຽກງານທີ່ຕົນຮັບຜິດຊອບໃຫ້ມີການຫັນປ່ຽນຢ່າງຈະແຈ້ງ, ເດັດດ່ຽວແກ້ໄຂແນວຄິດຄອງເດີມ, ຂີ້ຄ້ານມັກງ່າຍ, ເອື່ອຍອີງ, ຂາດຄວາມປັນເຈົ້າຕົນເອງ, ເພີ່ມທະວີຄວາມເປັນເອກະພາບພາຍໃນພັກ, ປະຕິບັດຫຼັກການລວມສູນປະຊາທິປະໄຕ, ເຮັດວຽກງານເປັນໝູ່ຄະນະ, ແບ່ງວຽກງານໃຫ້ບຸກຮັບຜິດຊອບຈະແຈ້ງ, ຄຸ້ມຄອງ, ປົກປັກຮັກ, ພາຫານະວັດຖຸ ແລະ ຊັບສິບຂອງສ່ວນລວມ, ຕິດຕາມ, ກວດກາຊຸກຍູ້ ແລະ ສະຫຼຸບຖອດຖອນບົດຮຽນເປັນປະຈໍາ ເພື່ອສົ່ງເສີມດ້ານຕັ້ງໜ້າ, ແກ້ໄຂສິ່ງຫຍໍ້ທໍ້ໃຫ້ທັນການ, ເອົາໃຈໃສ່ປະຕິບັດລະບອບດຳເນີນຊີວິດກາເມືອງພາຍໃນພັກໃຫ້ເປັນປົກກະຕິ, ເສີມຂະຫຍາຍທ່າແຮງບົ່ມຊ້ອນຂອງກົມກອງ ໃນການສ້າງເສດຖະກິດ ແກ້ໄຂຊິວິດການເປັນຢູ່ຕາມທິດນໍາ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃຫ້ນັບມື້ນັບດີຂຶ້ນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ