ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 18 ມັງກອນ 2025

  

ມອບ​ຄອມ​ພິວ​ເຕີໃຫ້​ໂຮງຮຽນ​ການ​ທະຫານ​ທ້ອງຖິ່ນແຂວງ​ຜົ້ງ​ສາລີ
ເວລາອອກຂ່າວ: 2024-05-23 09:14:07 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 501 | ຄວາມນິຍົມ:



ໃນ​ວັນ​ທີ 17 ພຶດສະພາ 2024, ສະຫາຍ ອູ່​ຄຳ ຕຸລາ​ພັນ ກຳມະການ​ພັກ​ແຂວງ, ຫົວໜ້າ​ຫ້ອງ​ວ່າການປົກຄອງ​ແຂວງ​ຜົ້ງ​ສາລີ ພ້ອມ​ດ້ວຍ​ຄະນະ ໄດ້​ນຳ​ເອົາ​ຄອມ​ພິວ​ເຕີ ມາ​ມອບ​ໃຫ້​ໂຮງຮຽນ​ການ​ທະຫານ​ທ້ອງຖິ່ນ​​ແຂວງ​ຜົ້ງ​ສາລີ, ໂດຍ​ການ​ກ່າວ​ຮັບ​ຂອງ ສະຫາຍ ພັນ​ຕີ ຄຳ​ອ່ອນ ໄອ​ສຸ​ລິ​ວົງ ຮອງ​ຫົວໜ້າ​ການເມືອງ ໂຮງຮຽນ​ການ​ທະຫານ​ທ້ອງຖິ່ນ​ແຂວງ​ຜົ້ງ​ ສາລີ ພ້ອມ​ດ້ວຍ​ຄະນະ. ຄອມ​ພິວ​ເຕີ​ທີ່​ນຳ​ມາ​ມອບ​ໃນ​ຄັ້ງ​ນີ້ ເປັນ​ຄອມ​ພິວ​ເຕີ​ຕັ້ງ​ໂຕະ ຈຳນວນ 2 ຊຸດ ລວມ​ມູນ​ຄ່າ 10 ລ້ານ​ກວ່າ​ກີບ ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ ແລະ ຄວາມ​ຈຳເປັນ​ໃນ​ໜ້າທີ່​ວຽກ​ງານ​ຂອງ​ໂຮງຮຽນ​ການ​ທະຫານ​ທ້ອງຖິ່ນ​​ແຂວງ​ຜົ້ງ​ສາລີ ໃຫ້​ມີ​ຄວາມ​ວ່ອງໄວ​ທັນ​ສະໄໝ ເພື່ອ​ຮັບ​ໃຊ້​ເຂົ້າ​ໃນ​ໜ້າທີ່​ການ ເມືອງ​ໃນ​ສະເພາະ​ໜ້າ ແລະ ຍາວ​ນານ​ໃຫ້​ມີ​ຜົນສຳເລັດ​ເປັນ​ກ້າວໆ. ສະຫາຍ ພັນ​ຕີ ຄຳ​ອ່ອນ ໄອ​ສຸ​ລິ​ວົງ ໄດ້​ສະແດງ​ຄວາມ​ຂອບໃຈມາ​ຍັງ​ຫົວໜ້າ​ຫ້ອງ​ວ່າການປົກຄອງ​ແຂວງ​ຜົ້ງ​ສາລີ ພ້ອມ​ດ້ວຍ​ຄະນະ ທີ່​ໄດ້​ໃຫ້ການ​ຊ່ວຍເຫຼືອ​ໃນ​ຄັ້ງ​ນີ້ ພ້ອມ​ທັງ, ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈະ​ນຳ​ໃຊ້​ເຄື່ອງ​ດັ່ງກ່າວ ເຂົ້າ​ໃນ​ໜ້າທີ່​ວຽກ​ງານ​ການເມືອງ​ຂອງ​ກົມ​ກອງ​ໃຫ້​ເກີດ​ຜົນ​ປະໂຫຍດ​ສູງ​ສຸດ. ໂດຍ: ຄຳ​ສານ ຊຽງ​ຍາ​ສີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ