ກອງພັນໃຫຍ່ 605 ຫັດແອບຍິງເປົ້າໝາຍດ້ວຍລູກປືນແທ້
ເວລາອອກຂ່າວ: 2024-05-23 09:16:38 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 517 | ຄວາມນິຍົມ:
ໃນວັນທີ 20 ພຶດສະພາ 2024, ກອງພັນໃຫຍ່ 605 ໄດ້ຈັດຕັ້ງຫັດແອບຍິງເປົ້າໝາຍດ້ວຍລູກປືນແທ້ ປືນ ອາກາແອັມ ແລະ ປືນສັ້ນ ກາ 59 ໃຫ້ພະນັກງານ-ນັກຮົບ, ໂດຍມີ ສະຫາຍ ພັນໂທ ວົງເດືອນ ແກ້ວມະນີ ຫົວໜ້າພະແນກເສນາທິການ ກອງພັນໃຫຍ່ 605, ຄະນະພັກ-ຄະນະບັນຊາ, ພະແນກການ, ກົມກອງ ຕະຫຼອດຮອດພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພັນໂທ ວົງເດືອນ ແກ້ວມະນີ ໄດ້ໃຫ້ຮູ້ວ່າ: ການຈັດຕັ້ງຫັດແອບຍິງເປົ້າໝາຍດ້ວຍລູກປືນແທ້ໃນຄັ້ງນີ້ ເພື່ອເປັນການປະຕິບັດຕາມແຜນການອົບຮົມ-ຫັດແອບປັບປຸງລະບຽບແບບແຜນເຝິກຝົນກຳລັງແຮງກາຍ ປະຈຳປີ 2024 ຂອງກົມໃຫຍ່ເສນາທິການກອງທັບ ກໍຄື ແຜນການອົມຮົມ-ຫັດແອບຂອງກອງພັນໃຫຍ່ 605 ວາງອອກ, ເພື່ອຍົກສູງລະດັບຄວາມຮູ້ ຄວາມສາມາດທາງດ້ານສີລະປະຍຸດ, ຍຸດທະວິທີໃຫ້ພະນັກງານ-ນັກຮົບ ໃນການນຳໃຊ້ອາວຸດທະ ຫານຮາບໃຫ້ມີຄວາມຊຳນິຊຳນານ, ມີພິກໄຫວຄ່ອງແຄ່ວ, ຍົກລະດັບຄວາມຮູ້ ຄວາມສາມາດ ຂອງກຳ ລັງປະກອບອາວຸດ ໃຫ້ມີຄວາມເຂັ້ມແຂງ ໜັກແໜ້ນ, ສາມາດດັບສູນເປົ້າໝາຍໄດ້ຕາມທິດເຊິ່ງໜ້າ ແລະ ຈັງຫວະການຍິງແຕ່ລະ
ເປົ້າໝາຍ, ພ້ອມທັງເປັນການທວນຄືນ ດ້ານສີລະປະຍຸດ-ຍຸດທະວິທີການປະສານສົມທົບລະຫວ່າງ ພາກທິດສະດີຫຼັກການເຄື່ອນໄຫວປະຕິບັດໜ້າທີ່ສູ້ຮົບຕົວຈິງ ເພື່ອກຽມພ້ອມຮັບໃຊ້ເຂົ້າໃນໜ້າທີ່ວຽກງານຕົວຈິງເຂົ້າສູ່ກົມກອງໃຫ້ມີປະສິດທິຜົນສູງ.
ໂດຍ: ນາງ ໜູແດງ ລາດສະແກ້ວ
ພາບ: ເພັງ ມະນີລະສິດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ