ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 07 ກຸມພາ 2025

  

ປິດ​ຊຸດ​ອົບຮົມ-ຫັດ​ແອບ ການ​ສ້າງ​ບ້ານ​ປ້ອມ​ໝັ້ນ​ສູ້​ຮົບ​ເອກະລາດ ບ້ານ​ປາກ​ແຄນ
ເວລາອອກຂ່າວ: 2024-05-23 09:17:46 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 515 | ຄວາມນິຍົມ:



ພິທີ​ປິດ​ຊຸດ​ອົບຮົມ-ຫັດ​ແອບ ການ​ສ້າງ​ບ້ານ​ປ້ອມ​ໝັ້ນ​ສູ້​ຮົບ​ເອກະລາດ ບ້ານ​ປາກ​ແຄນ ເມືອງ​ເງິນ​ ​ແຂວງ​ໄຊ​ຍະ​ບູ​ລີ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 14 ພຶດສະພາ 2024, ພາຍຫຼັງ​ທີ່​ໄດ້​ອົບ​ຮົບ-ຫັກ​ແອບ​ມາ​ເປັນ​ເວລາ 13 ວັນ, ໂດຍ​ມີ ສະຫາຍ ພັນ​ໂທ ພອນ​ສະຫວັນ ວໍລະ​ສັກ ຫົວ​ໜ້າກ​ກອງ​ບັນຊາ​ການ ​ປກສ ເມືອງ​ເງິນ ແຂວງ​ໄຊ​ຍະ​ບູ​ລີ, ຄະນະ​ພັກ-ຄະນະ​ບັນຊາ ກຳລັງ ​ປກຊ-​ປກສ, ຄະນະ​ຊີ້​ນຳ, ແຂກ​ທີ່​ຖືກ​ເຊີນ, ອຳນາດ​ການ​ປົກຄອງ​ບ້ານ, ຄູ-ອາຈານ, ນັກ​ເຝິກອົບຮົມ ຕະຫຼອດ​ຮອດ ປະຊາ ຊົນ​ເຂົ້າ​ຮ່ວມ. ສະຫາຍ ພັນ​ຕີ ບຸນ​ທັນ ໄຊ​ຍະ​ລາດ ຫົວໜ້າ​ການ​ທະຫານ ກອງ​ບັນຊາ​ການ​ທະຫານ​ເມືອງ​ເງິນ ແຂວງ​ໄຊ​ຍະ​ບູ​ລີ ໄດ້​ຜ່ານ​ບົດ​ສະຫຼຸບ​ຕີ​ລາຄາ​ຄືນ​ຜົນ​ການ​ອົບ​ຮົບ-ຫັດ​ແອບ. ຕະຫຼອດ​ໄລຍະ​ການ​ອົບຮົມ-ຫັດ​ແອບ ຄະນະ​ຮັບຜິດຊອບ ແລະ ນັກ​ເຝິກອົບຮົມ​ໄດ້​ພ້ອມ​ກັນ​ສຸມ​ສະຕິ​ປັນຍາ​ເຂົ້າ​ໃນ​ການ​ອົບຮົມ-ຫັດ​ແອບ ອັນ​ໄດ້​ເຮັດ​ໃຫ້​ນັກ​ເຝິກອົບຮົມ​ເຊື່ອມ​ຊຶມ ກຳ​ແໜ້ນ​ທັງ​ພາກ​ທິດ​ສະ​ດີ ແລະ ພາກ​ປະຕິບັດ​ຕົວ​ຈິງ ສາ ມາດ​ຕີ​ລາຄາ​ຄວາມ​ຮັບ​ຮູ້, ພາກ​ການເມືອງ​ບັນລຸ​ໄດ້ 85%, ພາກ​ການ​ທະຫານ 87% ແລະ ພາກ​ບ້ານ​ປ້ອມ​ໝັ້ນ 90%. ສະຫາຍ ພັນ​ໂທ ພອນ​ສະຫວັນ ວໍລະ​ສັກ ໄດ້​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ​ຕໍ່​ຄະນະ​ຮັບຜິດຊອບ, ຄູ-ອາຈານ ແລະ ນັກ​ເຝິກ​​​ອົບຮົມ​ທີ່​ໄດ້​ພ້ອມ​ກັນ​ເອົາໃຈໃສ່​ສຸມ​ສະຕິ​ປັນຍາ​ເຂົ້າ​ໃນ​ການ​ອົບຮົມ-ຫັດ​ແອບ​ຮໍ່າຮຽນ ໃນ​ຄັ້ງ​ນີ້ ພ້ອມ​ທັງ, ເນັ້ນ​ໜັກ​ໃຫ້​ນັກ​ເຝິກອົບຮົມ​ແຕ່​ລະ​ສະຫາຍ​ຈົ່ງ​ພ້ອມ​ກັນ​ນຳ​ເອົາ​ບົດຮຽນ​ໄປ​ໝູນ​ໃຊ້ ແລະ ຈັດ​ຕັ້ງ​ປະຕິບັດ​ໃນ​ຂົງເຂດ​ຄວາມ​ຮັບຜິດຊອບ​ຂອງ​ຕົນ​ເພື່ອ​ຕ້ານ ແລະ ສະກັດ​ກັ້ນ​ບັນດາ​ປາກົດການ​ຫຍໍ້ທໍ້​ຕ່າງໆ​ທີ່​ອາດ​ຈະ​ເກີດ​ຂຶ້ນ ແນໃສ່​ເຮັດ​ໃຫ້​ບ້ານ​ມີ​ຄວາມ​ສະຫງົບ ແລະ ປອດ​ໄພ​ໂດຍ​ພື້ນຖານ. ໂດຍ: ສົມ​ຈີນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ