ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 18 ມີນາ 2025

  

ກອງພັນ​ໃຫຍ່ 642 ຕ້ອນຮັບ​ໜ່ວຍ​ສະເພາະ​ກິດ ​ກວດກາ​ກຳລັງ​ພົນ ກະຊວງ​ປ້ອງ​ກັນ​ປະເທດ
ເວລາອອກຂ່າວ: 2024-05-23 09:23:35 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 554 | ຄວາມນິຍົມ:



​ວັນ​ທີ 14 ພຶດສະພາ 2024 ນີ້, ກອງພັນ​ໃຫຍ່ 642 ໄດ້​ຕ້ອນຮັບ​ໜ່ວຍ​ສະເພາະ​ກິດ​ກວດກາ​ກຳລັງ​ພົນ​ ຂອງ​ກະຊວງ​ປ້ອງ​ກັນ​ປະເທດ, ນຳ​ໂດຍ ສະຫາຍ ພົນ​ຈັດຕະວາ ແປ້ນ​ຄຳ ບຸດ​ຈັນ​ແພງ ຫົວໜ້າ​ກົມ​ໂຄສະນາ-ອົບຮົມ ກົມ​ໃຫຍ່​ການເມືອງ​ກອງທັບ, ໃນ​ນາມ​ຫົວໜ້າ​ສະເພາະ​ກິດ​ກວດກາ​ຈຳນວນ​ພົນ​ຢູ່​ບັນດາ​ກົມ​ກອງ​ກຳລັງ​ຫຼວງ ແລະ ທ້ອງຖິ່ນ​ພ້ອມ​ດ້ວຍ​ທີມ​ງານ. ຈຸດປະສົງ​ໃນ​ການ​ເຄື່ອນໄຫວເຮັດ​ວຽກ​ໃນ​ຄັ້ງ​ນີ້ ໄດ້​​ກວດກາເຮືອນ​ກິນ​ເຂົ້າ ແລະ ເຮືອນນອນ. ທັງນີ້, ​ເພື່ອ​ແນໃສ່​ຊອກ​ໃຫ້​ເຫັນ​ເຖິງ​ຄວາມ​ພ້ອມ​ທາງ​ດ້ານ​ຈຳ ນວນ​ພົນ​ທີ່​ມີໜ້າ ແລະ ບໍ່​ມີໜ້າ ໂດຍ​ອີງໃສ່​ພື້ນຖານ​ການ​ປະກອບ​ທາງ​ດ້ານ​ຈຳນວນ​ພົນ​ເພື່ອ​ຮັບປະກັນ​ວຽກ​ງານ​ກຽມພ້ອມ​ສູ້​ຮົບ ຫຼື ສູ້​ຮົບ​ໃນ​ເມື່ອ​ມີ​ສະພາບ​ການ. ໂດຍ: ແວວ​ຄຳ ສີ​ຫາ​ລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ