ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 14 ມັງກອນ 2025

  

ເພີ່ມ​ທະວີການ​ກໍ່ສ້າງ ແລະ ບຳລຸງ​ພະນັກງານ ເປັນ​ວຽກ​ງານ​ບູ​ລິ​ມະ​ສິດ​ໜຶ່ງ ​ທີ່​ສຳຄັນໃນ​ການ​ພັດທະນາກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ສົມບູນ
ເວລາອອກຂ່າວ: 2024-05-23 09:26:49 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 411 | ຄວາມນິຍົມ:



ວຽກ​ງານ​ກໍ່ສ້າງ ແລະ ບຳລຸງ​ພະນັກງານ ແມ່ນ​ປັດ​ໄຈ​ສຳຄັນ​ອັນ​ດັບ​ໜຶ່ງ, ເປັນ​ກຸນແຈ​ສຳຄັນ​ທີ່​ຈະ​ພາ​ໄປ​ເຖິງ​ຜົນສຳເລັດ ໃນ​ການ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ ກໍ​ຄືພາ ລະກິດ​ປ່ຽນແປງ​ໃໝ່​ຂອງ​ພັກ ສະນັ້ນ, ການ​ສ້າງ ແລະ ຈັດ​ຕັ້ງ​ປະຕິບັດ​ແຜນ​ກຳນົດ​ພະນັກງານ​ຢ່າງ​ເປັນ​ລະບົບ ​ແມ່ນ​ພາກສ່ວນ​ໜຶ່ງທີ່​ມີ​ຄວາມ​ສຳຄັນ​ແຖວ​ໜ້າ​ໃນ​ວຽກ​ງານ​ພະນັກງານ ເຊິ່ງ​ເປັນ​ຂອດ​ທີ່​ຂາດ​ບໍ່​ໄດ້ ສຳລັບ​ການ ​ບຳລຸງ​ສ້າງ, ເລືອກເຟັ້ນ ແລະ ຈັດ​ວາງ​ພະນັກງານແບບວິທະຍາ ສາດ ແລະ ມີ​ຄວາມ​ເປັນ​ເຈົ້າ ​ການ, ຕ້ອງ​ສ້າງ, ຄຸ້ມ​ຄອງ ແລະ ຈັດ​ຕັ້ງ​ປະຕິບັດ​ແຜນ​ກຳນົດ​ພະ ນັກງານ​ສືບ​ທອດ​ນຳພາ-ຄຸ້ມຄອງ​ ຢ່າງ​ຈະແຈ້ງ ຈາກຖັນແຖວ​ພະ ນັກງານ​ໜຸ່ມ ເພື່ອ​ສ້າງເປັນແຫຼ່ງ ​ພະນັກງານສືບ​ທອດ​ທີ່​ມີເພດຍິງ, ເຜົ່າ ແລະ ຂົງເຂດ​ການເຄື່ອນໄຫວ​ອັນ​ຫຼາກ​ຫຼາຍ. ບົນ​ພື້ນຖານ​ຂອງ ​ແຜນ​ກຳນົດ​ອັນ​ຖືກຕ້ອງ, ການ ຈັດຕັ້ງ​ທີ່​ກ່ຽວຂ້ອງ​ແຕ່​ລະ​ຂັ້ນ, ຕ້ອງ​ຮັບປະກັນ​ການ​ດຳເນີນ​ບຳ ລຸງ​ກໍ່ສ້າງ ໃຫ້​ພະນັກງານ​ທີ່​ນອນ​ຢູ່​ໃນ​ເປົ້າ​ໝາຍ​ຢ່າງ​ເປັນ​ລະບົບ ໂດຍ​ຜ່ານ​ໂຮງຮຽນ ແລະ ຜ່ານ​ຂະ​ບວນ​ການ​ຕົວ​ຈິງ. ສະຫາຍ ພັນ​ໂທ ໄຊ​ຍະ​ສຸກ ແສງ​ປະ​ທິບ ຮອງ​ຫົວໜ້າ​ຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະ ຫານ​ແຂວງ​ໄຊ​ສົມບູນ ໄດ້​ໃຫ້​ຮູ້​ວ່າ: ເພື່ອ​ແນ​ໃສ່​ເຮັດ​ສຳເລັດ​ໜ້າທີ່​ການເມືອງ​ຂອງ​ກົມ​ກອງ ແລະ ເພື່ອ​ຕອບ​ສະໜອງ​ກັບ​ຄວາມ​ຕ້ອງການ​ຂອງ​ໜ້າທີ່​ການເມືອງ​ຂອງ​ພັກ​ໃນ​ໄລຍະໃໝ່ ຄະນະ ​ພັກ-ຄະນະ​ບັນຊາ ແຕ່​ລະ​ຂັ້ນ​ຂອງ​ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ສົມບູນ ​ໄດ້​ເອົາໃຈໃສ່​ຕໍ່​ວຽກ​ງານ​ກໍ່ສ້າງ-ບຳລຸງ​ພະນັກ ງານ​ຢ່າງ​ຕັ້ງໜ້າ ແນ​ໃສ່​ສ້າງ​ພະ ນັກງານ​ທີ່​ມີ​ຄຸນ​ນະ​ພາບ, ຄົບ​ມາດ ຖານ, ເງື່ອນໄຂ, ການກໍ່ສ້າງ-ບຳ ລຸງ​ພະນັກງານ ແມ່ນ​ສຸມໃສ່ກໍ່ ສ້າງ​ພະນັກງານ 3 ຮຸ່ນ ໂດຍ​ເລີ່ມ ​ຈາກ ກໍ່ສ້າງ-ບຳລຸງ​ຕາມແຜ​ນຳ ​ນົດ​ພະນັກງານ, ສຸມ​ໃສ່​ກໍ່ສ້າງ-ບຳລຸງ​ພະນັກງານ ນຳພາ-ບັນຊາ ແລະ ພະນັກງານ​ວິຊາ​ສະເພາະ ຕາມ​ທິດ​ກໍ່ສ້າງ​ກັບ​ທີ່, ກໍ່ສ້າງ​ຢູ່​ບັນດາ​ໂຮງຮຽນ​ພາຍ​ໃນ ແລະ ຕ່າງປະເທດ ຕາມ​ການ​ແບ່ງປັນ​ທຶນ​ຂອງ​ຂັ້ນ​ເທິງ ເພື່ອ​ຮັບປະກັນ​ລັກສະນະ​ສືບ​ທອດ​ປ່ຽນ​ແທນ ແລະ ຕອບ​ສະໜອງ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ໜ້າທີ່​ວຽກ​ງານ​ໃນ​ໄລຍະ​ໃໝ່. ໃນ​ໄລ ຍະ​ຜ່ານ​ມາ, ຄະນະ​ພັກ-ຄະນະ​ ກອງ​ບັນຊາ​ການ​ທະຫານແຂວງ ​ໄຊ​ສົມບູນ ໄດ້​ເອົາໃຈໃສ່​ຍົກ​ລະ ດັບ​ຄວາມ​ຮູ້ ຄວາມ​ສາມາດ​ທາງ ​ດ້ານ​ການເມືອງ-ແນວ​ຄິດ, ຄຸນ ສົມບັດ​ສິນ​ທຳ​ປະຕິວັດ, ຄວາມ​ຮູ້​ທາງ​ດ້ານ​ວິຊາ​ສະເພາະ, ທິດ​ສະ​ດີ ແລະ ພາສາ​ຕ່າງປະເທດ, ເອົາໃຈໃສ່​ເລືອກເຟັ້ນ​ເອົາ​ພະນັກ ງານ ໄປ​ກໍ່ສ້າງ-ບຳລຸງ​ຢູ່​ພາຍ​ໃນ ແລະ ຕ່າງປະເທດ​ເຊັ່ນ: ຢູ່​ພາຍ ​ໃນ​ປະເທດ 158 ສະຫາຍ, ຢູ່​ຕ່າງ ປະເທດ 36 ສະຫາຍ ​ພ້ອມກັນ ​ນັ້ນ, ຍັງ​ໄດ້​ສົ່ງ​ພະນັກງານ​ໄປບຳ ລຸງ​ທິດ​ສະ​ດີ​ໄລຍະ​ສັ້ນ​ຢູ່​ໂຮງ ຮຽນ​ການເມືອງ-ການ​ປົກຄອງ​ແຂວງ, ຢູ່​ໂຮງຮຽນ​ທິດ​ສະ​ດີ​ການເມືອງ​ກອງທັບ ອັນ​ພົ້ນ​ເດັ່ນ​ໃນ​ປັດຈຸບັນ​ ​ພະນັກງານ-ນັກຮົບ​ຈຳນວນ​ຫຼາຍ​ ມີ​ຄວາມ​ຕື່ນ​ຕົວ​ສະໝັກ​ໃຈໄປ​ຊອກ​ຮູ້​ຮ່ຳຮຽນ​ຍົກ​ລະດັບ​ຕົນ​ເອງ​ໃນ​ລະບົບ​ຕ່າງໆ​ຢູ່​ເບື້ອງ​ລັດ (ດ້ວຍ​ທຶນ​ຕົວ​ເອງ). ນອກຈາກ​ນີ້, ຍັງ​ໄດ້​ສະເໜີ​ເລື່ອນ​ຊັ້ນ, ທຽບ​ຊັ້ນ​ໃຫ້​ນາຍ​ທະຫານ​ທັງ​ໝົດ 803 ສະຫາຍ ໃນ​ນີ້, ຊັ້ນ​ນາຍ​ພົນ 2 ສະຫາຍ, ຊັ້ນ​ນາຍ​ພັນ 218 ສະຫາຍ, ຊັ້ນ​ນາຍຮ້ອຍ 584 ສະຫາຍ, ຍົກ​ຂັ້ນ​ເງິນເດືອນ ພັນ​ເອກ 12 ສະຫາຍ, ມີ​ພະນັກງານ​ຮຽນ​ຈົບ​ຂັ້ນ​ປະລິນຍາ​ເອກ 2 ສະຫາຍ, ປະລິນຍາ​ໂທ 3 ສະຫາຍ, ປະລິນ ຍາ​ຕີ 114 ສະຫາຍ, ຊັ້ນ​ສູງ 122 ສະຫາຍ, ຊັ້ນ​ກາງ 198 ສະຫາຍ ແລະ ຊັ້ນ​ຕົ້ນ 200 ສະຫາຍ. ສະຫາຍ ພັນ​ໂທ ໄຊ​ຍະ​ສຸກ ແສງ​ປະ​ທິບ ຍັງ​ໃຫ້​ຮູ້​ຕື່ມ​ວ່າ: ເພື່ອ ​ເຮັດ​ໃຫ້ການ​ກໍ່ສ້າງ-ບຳລຸງ​ພະ ນັກງານ ຢູ່​ກອງ​ບັນຊາ​ການທະ ຫານ​ແຂວງ​ໄຊ​ສົມບູນ ມີ​ປະ​ສິດທິ​ຜົນ ແລະ ມີ​ຄຸນ​ນະ​ພາບ​ສູງ​ກວ່າ​ເກົ່າ​ນັ້ນ ໃນຕໍ່ໜ້າ​ນີ້, ຄະນະ​ພັກ-ຄະນະ​ບັນຊາ​ແຕ່​ລະ​ຂັ້ນ ໂດຍສະ ເພາະ​ຄະນະ​ຮັບຜິດຊອບຄົ້ນຄວ້​​າ, ຄັດ​ເລືອກ ຂັ້ນ​ກອງບັນຊາການ ​ທະຫານ​ແຂວງ ​ຕ້ອງ​ໄດ້​ເອົາ ໃຈໃສ່​ສ້າງ​ແຜນ​ກໍ່ສ້າງ-ບຳລຸງ​ພະນັກງານ​ໃຫ້​ລະອຽດ​ຈະແຈ້ງ ໂດຍ​ສຸມ​ໃສ່​ສ້າງ​ພະນັກງານ​ສືບ​ທອດ​ປ່ຽນ​ແທນ ຕາມ 4 ບຸກທະ ລຸ​ຂອງ​ພັກ ແລະ 5 ທິດ​ນຳ​ຂອງ ​ຄະນະ​ພັກ​ກະຊວງ​ປ້ອງ​ກັນປະ ເທດ​ວາງ​ອອກ, ສ້າງ​ໃຫ້​ໄດ້​ພະ ນັກງານ 3 ຮຸ່ນ ໃນ​ນີ້, ຕ້ອງ​ເອົາ ໃຈໃສ່​ກໍ່ສ້າງ ແລະ ບຳລຸງ​ພະນັກ ງານ​ທີ່​ມີ​ໃນ​ປັດຈຸບັນ ເພື່ອ​ຕອບ​ສະໜອງ​ກັບ​ຄວາມ​ຕ້ອງການ​ໃນ ​ພາລະກິດ​ປ່ຽນແປງ​ໃໝ່, ເລືອກ ເຟັ້ນ​ເອົາ​ພະນັກງານຜູ້ທີ່ດີເດັ່ນ, ມີ​ປະຫວັດ​ຈະແຈ້ງ, ມີ​ພອນ​ສະ ຫວັນ, ມີ​ຄຸນສົມບັດ​ສິນ​ທຳ​ປະ ຕິວັດ, ຫ້າວຫັນ, ເປັນ​ແບບຢ່າງ​ນຳ​ໜ້າ ຈາກ​ຂະ​ບວນ​ການ​ຂອງ​ມະຫາຊົນ ເພື່ອ​ສ້າງ​ໃຫ້​ເຂົາເຈົ້າ​ເປັນ​ຜູ້​ສືບ​ທອດ​ປ່ຽນ​ແທນ​ໃນ​ສະ ເພາະ​ໜ້າ ແລະ ຍາວ​ນານ. ໂດຍ: ເຄນ​ໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ