ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 23 ມັງກອນ 2025

  

ກົມ ວສ-ປສ ການທະຫານຈັດຕັ້ງພິທີປາຖະກະຖາວັນສຳຄັນຕ່າງໆຂອງຊາດ
ເວລາອອກຂ່າວ: 2024-05-23 14:15:20 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1778 | ຄວາມນິຍົມ:



ວັນທີ21 ພຶດສະພາ 2024 ນີ້, ຢູ່ກົມວິທະຍາສາດ-ປະຫວັດສາດການທະຫານກະຊວງປ້ອງກັນປະເທດໄດ້ຈັດພິທີປາຖະກະຖາເລົ່າຄືນມູນເຊື້ອບັນດາວັນສຳຄັນຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບເປັນຕົ້ນແມ່ນວັນຜ່າວົງປິດລ້ອມກອງພັນທີ2 ວິລະຊົນທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 65 ປີ ວັນທີ(18/05/1959-18/05/2024), ວັນວິລະກຳຂອງຜູ້ນຳແນວລາວຮັກຊາດແຫກຄຸກໂພນເຄັງ ຄົບຮອບ 64ປີ ວັນທີ(24/05/1960-24/05/2024) ແລະ ວັນຄ້າຍວັນເກີດຂອງປະທານໂຮ່ຈິມິນ ຄົບຮອບ 134 ປີ(19/05/1890-19/05/2024), ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມວິທະຍາສາດ-ປະຫວັດສາດການທະຫານ,ສະຫາຍ ພັນເອກ ຄຳໄຊ ສະນີແກ້ວ ຮອງຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານ, ສະຫາຍ ພັນໂທ ອຸເທບ ພົມມະເທດ ຫົວໜ້າພະແນກການເມືອງ ໄດ້ຜັດປ່ຽນກັນປາຖະກະຖາໂດຍມີພະນັກງານນັກຮົບພາຍໃນກົມກອງເຂົ້າຮ່ວມຮັບຟັງ. ການປາຖະກະຖາເລົ່າມູນເຊື້ອໃນຄັ້ງນີ້ມີຈຸດປະສົງເພື່ອປະຕິບັດຕາມທິດຊີ້ນຳຂອງກະຊວງປ້ອງກັນປະເທດເພື່ອນຳເອົາເອກະສານດັ່ງກ່າວມາເຊື່ອມຊຶມໃຫ້ພະນັກງານນັກຮົບພາຍໃນກົມສາມາດກຳແໜ້ນໄດ້ບັນດາວັນສຳຄັນຂອງຊາດ, ຂອງພັກ, ຂອງກອງທັບທັງພາຍໃນ ແລະ ຕ່າງປະເທດທີ່ເປັນເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການຕໍ່ສູ້ກູ້ຊາດຕ້ານກັບຈັກກະພັດຜູ້ຮຸກຮານຈົນສາມາດຍາດໄດ້ໄຊຊະນະອັນໃຫຍ່ຫຼວງ ເພື່ອໃຫ້ພະນັກງານນັກຮົບພາຍໃນກົມໄດ້ສຶກສາຄົ້ນຄ້ວາຮ່ຳຮຽນເອົາແບບແຜນວິທີເຮັດວຽກ, ແບບແຜນວິທີນຳພາ ແລະ ຄວາມອົງອາດກ້າຫານທົນທານໜຽວແໜ້ນບໍ່ຍອມຈຳນົນຕໍ່ສັດຕູຂອງພວກເພິ່ນຮຸ່ນກ່ອນນຳມາໃຊ້ເຂົ້າກັບການດຳລົງຊີວິດຂອງພະນັກງານນັກຮົບພາຍໃນກົມກອງ, ເພື່ອນຳມາຜັນຂະຫຍາຍສ້າງສາພັດທະນາກົມກອງໃຫ້ມີທ່າກ້າວຂະຫຍາຍຕົວດີຂຶ້ນ. ຕອນທ້າຍພິທີກອງປະຊຸມຍັງໄດ້ມີການປະກາດເລື່ອນຊັ້ນທຽບຊັ້ນໃຫ້ພະນັກງານນັກຮົບຈຳນວນໜຶ່ງຕື່ມອີກ. ຂ່າວແລະພາບ:ຈັນທະພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ