ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 20 ມີນາ 2025

  

ປະກາດຮັບຮອງຄະນະພັກກອງພັນໃຫຍ່702 ສະໄໜທີVll
ເວລາອອກຂ່າວ: 2024-05-23 14:17:15 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1878 | ຄວາມນິຍົມ:



ໃນວັນທີ22 ພຶດສະພາ 2024 ນີ້, ກອງພັນໃຫຍ່702 ໄດ້ປະກາດຮັບຮອງຄະນະພັກກອງພັນໃຫຍ່702 ສະໄໝທີVll ຂຶ້ນຢ່າງເປັນທາງການພາຍໃຕ້ການເປັນປະທານຂອງສະຫາຍ ພົນຕີ ຄໍາເຫຼັກ ແສງພະຈັນ ເລຂາຄະນະພັກຜູ້ບັນຊາການທະຫານອາກາດ, ມີຄະນະພັກ-ຄະນະບັນຊາກອງພັນໃຫຍ່702, ຄະນະພັກຮາກຖານ, ຄະນະໜ່ວຍພັກ ແລະ ພະນັກງານຫຼັກແຫ່ງທົ່ວກອງພັນໃຫຍ່ເຂົ້າຮ່ວມ. ສະຫາຍ ພັນໂທ ຖາວອນ ອໍາພອນຈິດ ຫົວໜ້າພະແນກຈັດຕັ້ງພະນັກງານກອງບັນຊາການທະຫານອາກາດ ໄດ້ຂຶ້ນຜ່ານມະຕິຕົກລົງ ວ່າດ້ວຍການຮັບຮອງຄະນະພັກກອງພັນໃຫຍ່702 ກອງບັນຊາການທະຫານອາກາດ ອີງຕາມ ກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີXl ໜວດທີll ມາດຕາທີ13 ວ່າດ້ວຍການບົ່ງຕົວແຕ່ງຕັ້ງ, ຍົກຍ້າຍແລະສິ້ນສຸດເປັນກໍາມະການຄະນະພັກ, ອີງຕາມ ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນ ສະໄໝທີVll ຂອງຄະນະພັກກອງພັນໃຫຍ່702 ຄັ້ງວັນທີ5 ເມສາ 2024. ອີງຕາມ ໜັງສືສະເໜີ ສະບັບເລກທີ 245/ຄພ ຈໍ 702 ລົງວັນທີ9 ເມສາ 2024. ຄະນະພັກກອງບັນຊາການບັນຊາການທະຫານອາກາດ, ຕົກລົງ ຮັບຮອງເອົາຄະນະພັກກອງພັນໃຫຍ່ 702 ສະໄໝVll ຈໍານວນ 9 ສະຫາຍ ເຊິ່ງມີລາຍຊື່ດັ່ງນີ້: ສະຫາຍ ພັນໂທ ສີແພງ ດວງທິໄຊ ເປັນເລຂາຄະນະພັກ(ຄະນະປະຈໍາພັກ), ສະຫາຍ ພັນເອກ ວັນເພັດ ນາມວົງສັກເປັນຮອງເລຂາຄະນະພັກ(ຄະນະປະຈໍາພັກ), ສະຫາຍ ພັນໂທ ອິງທອງ ວົງສໍາພັນ ເປັນຄະນະປະຈໍາພັກ, ສະຫາຍ ພັນເອກ ບຸນລອນ ພົນສີລາ ເປັນກໍາມະການຄະນະພັກ,ສະຫາຍ ພັນເອກ ຄໍາໃສ ສຸດທາພັນ ເປັນກໍາມະການຄະນະພັກ, ສະຫາຍ ພັນໂທ ອັອດວົງເພັດ ບົວຄໍາພິມມາລາ ເປັນກໍາມະການຄະນະພັກ, ສະຫາຍ ພັນໂທ ບົວພັນ ພັນທະວົງ ເປັນກໍາມະການຄະນະພັກ, ສະຫາຍ ພັນໂທ ຄໍາແສງ ສີສຸນາມ ເປັນກໍາມະການຄະນະພັກ, ສະຫາຍ ພັນໂທ ຄໍາສວນ ທອງສົມບັດ ເປັນກໍາມະການຄະນະພັກ. ນອກຈາກນັ້ນຍັງໄດ້ຮັບຮອງປະທານ, ຮອງປະທານກວດກາພັກ, ຮັບຮອງເອົາ ສະຫາຍ ພັນໂທ ອິງທອງ ວົງສໍາພັນ ເປັນປະທານກວດກາພັກ, ສະຫາຍ ພັນໂທ ອາລຸນ ໄຊສົມບູນ ເປັນຮອງປະທານກວດກາພັກ, ສະຫາຍ ພັນຕີ ວຽງໄຊ ໄຊທະວີ ເປັນຮອງປະທານກວດກາພັກ. ໂອກາດນີ້, ສະຫາຍ ພົນຕີ ຄໍາເຫຼັກ ແສງພະຈັນເລຂາຄະນະພັກຜູ້ບັນຊາການທະຫານອາກາດ ກໍໄດ້ໃຫ້ກຽດໂອ້ລົມແລະຮຽກຮ້ອງຕໍ່ຜູ້ທີ່ໄດ້ຮັບການແຕ່ງຕັ້ງຮັບໜ້າທີ່ໃໝ່ ໃນຄັ້ງນີ້,ຈົ່ງເອົາໃຈໃສ່ຕໍ່ວຽກງານສຶກສາອົບຮົມການເມືອງນໍາແນວຄິດເປັນກົກ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ, ມີຄຸນທາດການເມືອງໜັກແໜ້ນ, ຄຸນສົມບັດສິນທໍາປະຕິວັດ,ຄວາມຈົ່ງຮັກພັກດີຕໍ່ປະເທດຊາດ, ເຊື່ອໜັ້ນຕໍ່ການນໍາພາຂອງພັກ-ລັດແລະກອງທັບ, ມີນໍ້າໃຈເສຍສະຫຼະເພື່ອຜົນປະໂຫຍກສ່ວນລວມ.ປະຕິບັດແລະເຄົາລົບລະບຽບກົດໝາຍຂອງພັກ -ລັດ, ມະຕິ, ຂໍ້ກໍານົດກົດລະບຽບຕ່າງໆຂອງກອງທັບວາງອອກຢ່າງເຂັ້ມງວດ, ຕ້ານແລະແກ້ໄຂທຸກປະກົດການຫຍໍ້ທໍ້ທີ່ຈະເກີດຢູ່ໃນກົມກອງ, ເສີມຂະຫຍາຍດ້ານຫົວຄິດປະດິດສ້າງເຂົ້າໃນວຽກງານວິຊາສະເພາະ, ປະຕິບັດຫຼັກການລວມສູນປະຊາທິປະໄຕນໍາພາເປັນໜູ່ຄະນະ, ແບ່ງວຽກງານໃຫ້ບຸກຄົນຮັບຜິດຊອບລະອຽດຈະແຈ້ງ ເຮັດສໍາເລັດທຸກໜ້າທີ່ຂອງການຈັດຕັັ້ງຂັ້ນເທິງມອບໝາຍໃຫ້ຢ່າງຈົບງາມຕະຫຼອດໄປ. ພາບ - ຂ່າວ ຄໍາພອນ ແພງພະຈັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ