ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 23 ມັງກອນ 2025

  

ກອງພົນທີ1 ປາຖະກະຖາວັນປະຫວັດສາດສໍາຄັນ
ເວລາອອກຂ່າວ: 2024-05-23 14:18:46 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1722 | ຄວາມນິຍົມ:



ໃນຕອນເຊົ້າຂອງວັນທີ21 ພຶດສະພາ 2024 ຜານມານ, ກອງພົນທີ1 ໄດປາຖະກະຖາ ລະນຶກຫວນຄືນວັນວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນໍາຂອງພັກ ແລະ ແນວລາວຮັກຊາດ ຄົບຮອບ 64 ປີ, ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນ ທີ່ທົ່ງໄຫຫີນ-ຊຽງຂວາງ ຄົບຮອບ 65 ປີ, ວັນໄຊຊະນະບັ້ນຮົບປົດປ່ອຍດຽນບຽນຟູ ຄົບຮອບ 70 ປີ ແລະ ວັນເກີດ ປະທານ ໂຮ່ຈິມິນ ຄົບຮອບ 134 ປີ; ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຈັດຕະວາ ວົງຈັນ ພັນຈັນທະມານ ເລຂາຄະນະພັກ ຫົວໜ້າການເມືອງກອງພົນ, ເຊິ່ງຜັດປ່ຽນກັນປາຖະກະຖາຂອງຄະນະພັກ-ຄະນະບັນຊາຫ້ອງການເມືອງ ແລະ ເຂາຮວມຮັບຝັງຂອງພະນັກງານຫຼັກແຫ່ງທົ່ວກອງພົນ ການປະຖະກະຖາໃນຄັ້ງນີ້, ແມ່ນເພື່ອທົບທວນຫວນຄືນມູນເຊື້ອປະຫວັດສາດຂອງຊາດ, ວິລະກໍາອັນລໍ້າເລີດແຫ່ງການຕໍ່ສູ້ກູ້ຊາດຂອງປະຊາຊົນລາວບັນດາເຜົ່າທີ່ມີຄວາມອົງອາດກ້າຫານ, ເດັດດ່ຽວໜຽວແໜ້ນ, ບໍ່ຍອມຈໍານົນ; ແມ່ນເຫດການທີ່ມີຄວາມໝາຍຄວາມສໍາຄັນໃນປະຫວັດສາດຂອງຊາດລາວ, ແມ່ນໄຊຊະນະອັນໃຫຍ່ຫຼວງຂອງກໍາລັງປະກອບອາວຸດ ແລະ ປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ. ຮັບຮູ້ເຖິງຜົນສໍາເລັດຄວາມສາຄີພິເສດຮ່ວມສໍາພັນສູ້ຮົບ ຕີຕ້ານການຮຸກຮານຂອງຈັດກະພັດພາຍນອກ ລະຫວ່າງ ລາວ-ຫວຽດນາມ. ຮັບຮູ້ເຖິງຄຸນຄວາມຄວາມດີ ແລະ ບົດຮຽນອັນລໍ້າຄ່າຂອງ ປະທານ ໂຮ່ຈິມິນ ທີ່ໄດ້ເສຍສະຫຼະເຫື່ອແຮງ ແລະ ຈິດໃຈ ເພື່ອນໍາພາປະຊາຊົນ ຫຼຸດພົ້ນອອກຈາກການກົດຂີ່ຂົ່ມເຫັງຂອງພວກລ່າເມືອງຂຶ້ນ ແລະ ຈັກກະພັກຜູ້ຮຸກຮານ. ທັງໝົດນັ້ນໄດ້ສະແດງໃຫ້ເຫັນເຖິງຄວາມເສຍສະຫຼະ, ຄວາມຈົງຮັກພັກດີ, ຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ມີນໍ້າໃຈພິລະອາດຫານ, ອົດທົນຜ່ານຜ່າຄວາມຫຍຸ້ງຍາກນາໆປະການ ແລະ ຍອມເສຍສະຫຼະຊີວິດ, ເລືອດເນື້ອເພື່ອການປະຕິວັດ, ເພື່ອຊາດ, ເພື່ອປະຊາຊົນ, ເພື່ອອຸດົມການສັງຄົມນິຍົມ. ວິລະກໍາຂ້າງເທິງນັ້ນເປັນຂີດໝາຍປະຫວັດອັນສໍາຄັນ, ເປັນບັນໄດກ້າວໄປສູ້ຄວາມເປັນເອກະລາດ ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ມາສູປະຊາຊົນລາວ-ຫວຽດນາມບັນດາເຜາຄືດງທຸກວັນນ. ໂອກາດສໍາຄັນນີ້, ປະທານໄດ້ຮຽກຮ້ອງໃຫ້ທຸກພາກສ່ວນສືບຕໍ່ຄົ້ນຄ້ວາເຊື່ອມຊຶມ ມູນເຊື້ອຄວາມເປັນມາຂອງບັນດາວັນເປັນຫວັດສາດສໍາຄັນດັ່ງກ່າວໃຫ້ເລິກເຊິ່ງ ເພື່ອນໍາເອົາບົດຮຽນ ແລະ ພຶດຕິກໍາອັນລໍ້າຄ່າ, ຄຸນງາມຄວາມດີອັນລໍ້າເລີດ ຂອງຜູ້ນໍາການປະຕິວັດ ມາໝູນໃຊ້ເຂົ້າໃນຊີວິດການເມືອງຂອງກົມກອງໃຫ້ໄດ້ຮັບຜົນດີ ເພື່ອພ້ອມກັນສ້າງສາພັດທະນາປະເທດຊາດຂອງພວກເຮົາໃຫ້ໝັ້ນຄົງ ແລະ ມີຄວາມເປັນລະບຽບຮຽບຮ້ອຍທາງດ້ານການເມືອງ-ສັງຄົມ ແລະ ເຮັດໃຫ້ສັງຄົມມີຄວາມສີວິໄລ ກ້າວຂຶ້ນຕາມຈຸດໝາຍສັງຄົມນິຍົມ. ຂຽນໂດຍ: ໂກຮັງ ພັນທະວົງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ