
ກົມເຕັກນິກເຫຼົ່າຮົບກົມໃຫຍ່ເຕັກນິກກອງທັບມອບເຄື່ອງມືສ້ອມແປງເຕັກນິກເຫຼົ່າຮົບໃຫ້ກອງພົນທີ3
ເວລາອອກຂ່າວ: 2024-05-23 14:20:14 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1838 | ຄວາມນິຍົມ:
ໃນວັນທີ22 ພຶດສະພາ 2024 ນີ້, ກົມເຕັກນິກເຫຼົ່າຮົບ ກົມໃຫຍ່ເຕັກນິກກອງທັບ ນໍາໂດຍ ສະຫາຍ ພົນຈັດຕະວາ ປອ ຟອງສະຫມຸດ ພົນທິລາດ ຄະນະພັກກົມໃຫຍ່ເຕັກນິກ ເລຂາຄະນະພັກ ຫົວຫນ້າກົມເຕັກນິກເຫຼົ່າຮົບ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວມອບເຄື່ອງມືສ້ອມແປງເຕັກນິກເຫຼົ່າຮົບໃຫ້ກອງພົນທີ3 ໂດຍການຕ້ອນຮັບຢ່າງອົບອຸ່ນຂອງ ສະຫາຍ ພົນຈັດຕະວາ ໄຊຍະວົງ ໄຊນາມທິລາດ ເລຂາຄະນະພັກ ຫົວໜ້າການທະຫານກອງພົນທີ3 ພ້ອມດ້ວຍຄະະນະ.
ເຄື່ອງມືສ້ອມແປງເຕັກນິກເຫຼົ່າຮົບທີ່ນໍາມາມອບໃນຄັ້ງນີ້ປະກອບມີຈໍານວນ 10 ລາຍການຄື: ປໍ້າລົມ 300 L 2 ຊຸດ, ຈັກອັດສີດ 580 2 ເຄື່ອງ, ຈັກດູດຝຸ່ນ188 2ເຄື່ອງ, ຕູ້ສາກໝໍ້ໄຟ60 2 ເຄື່ອງ, ກະລິກ 55 ໂຕນ 2 ອັນ, ເຄື່ອງປົ່ມກະແລັດ 2 ຊຸດ, ຕູ້ກະແຈ ພ້ອມກະແຈ 1 ຊຸດ, ເຫຼັກສະແລ່ງ 4 ອັນ, ລໍ້ນອນ 1 ອັນ, ຊຸດງັດຢ່າງ 2 ຊຸດ ລວມມູນຄ່າທັງໝົດ 111,310,000 ກີບ.ໃນພິທີໄດ້ ເຊັນບົດບັນທຶກກ່າວມອບໂດຍ ສະຫາຍ ພົນຈັດຕະວາ ປອ ຟອງສະຫມຸດ ພົນທິລາດ ຄະນະພັກກົມໃຫຍ່ເຕັກນິກ ເລຂາຄະນະພັກ ຫົວໜ້າກົມເຕັກນິກເຫຼົ່າຮົບ ແລະ ເຊັນບົດບັນທຶກກ່າວຮັບໂດຍ ສະຫາຍ ພົນຈັດຕະວາ ໄຊຍະວົງ ໄຊນາມທິລາດ ເລຂາຄະນະພັກ ຫົວໜ້າການທະຫານກອງພົນທີ3
ສະຫາຍ ພົນຈັດຕະວາ ໄຊຍະວົງ ໄຊນາມທິລາດ ເລຂາຄະນະພັກ ຫົວໜ້າການທະຫານກອງພົນທີ3 ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ, ອົງການກົມກອງ, ພະນັກງານ-ນັກຮົບທົ່ວກອງພົນທີ3 ໄດ້ກ່າວສະແດງຄວາມຂອບໃຈຢ່າງສູງຕໍ່ກົມເຕັກນິກເຫຼົ່າຮົບ ກົມໃຫຍ່ເຕັກນິກກອງທັບເຊີ່ງຍາມໄດກໍ່ເຫັນໄດ້ເຖິງຄວາມໝາຍຄວາມສໍາຄັນ ແລະ ຈໍາເປັນຂອງໜ້າທີ່ວຽກງານເຕັກນິກ ເຊິ່ງໄດ້ມອບເຄື່ອງມືດັ່ງກ່າວໃຫ້ກອງພົນທີ 3 ເພື່ອນໍາໃຊ້ເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຮັບປະກັນວຽກງານເຕັກນິກ, ເປັນຕົ້ນແມ່ນນໍາໃຊ້ເຂົ້າໃນການສ້ອມແປງ, ການບົວລະບັດຮັກສາ ແລະ ຄຸ້ມຄອງພາຫະນະເຕັກນິກທີ່ໄດ້ປະກອບໃຫ້ບັນດາກົມກອງ ໃຫ້ມີຄວາມພ້ອມຢູ່ຕະຫຼອດເວລາ ເພື່ອຮັບປະກັນໃຫ້ແກ່ກົມກອງ ໃນການກຽມພ້ອມສູ້ຮົບ ແລະ ເຄື່ອນໄຫວປະຕິບັດໜ້າທີ່ສູ້ຮົບຕົວຈິງໃນທຸກກໍລະນີທີ່ຈະເກີດຂຶ້ນ ໃຫ້ມີຄວາມວ່ອງໄວທັນເວລາ ແລະ ມີປະສິດທິພາບສູງ.
ພາບ,ຂ່າວໂດຍ : ລີໂດ ດວງສະຫວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ