ຫົວໜ້າການເມືອງ ກອງບັນຊາການທະຫານແຂວງວຽງຈັນ ເຂົ້າຮ່ວມພິທີ ໄຫວ້ອາໄລແລະ ຈັດສົ່ງຮ່າງອັດຖິ ຢູ່ແຂວງຊຽງຂວາງ
ເວລາອອກຂ່າວ: 2024-05-23 14:23:56 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1900 | ຄວາມນິຍົມ:
ໃນຕອນເຊົ້າວັນທີ 21 ພຶດສະພາ 2024 ນີ້, ສະຫາຍ ພົນຈັດຕະວາ ບຸນຜອງ ບຸດທະວົງ ກຳມະການພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ຮອງຫົວໜ້າຄະນະປະຕິບັດງານພິເສດແຂວງວຽງຈັນພ້ອມດ້ວຍຄະນະໄດ້ເດີນທາງເຂົ້າຮ່ວມພິທີໄຫວ້ອາໄລ ແລະ ຈັດສົ່ງຮ່າງອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ແຂວງຊຽງຂວາງໄດ້ຮັບກຽດເປັນເຈົ້າພາບ. ເປັນກຽດເຂົ້າຮ່ວມພິທີຄັ້ງນີ້ ຝ່າຍຫວຽດນາມມີ ສະຫາຍ ບູຍດິ່ງລອງ ຮອງປະທານຄະນະກຳມະການປະຊາຊົນແຂວງ ຫົວໜ້າຄະນະປະຕິບັດງານພິເສດແຂວງ ເຫງະອ່ານ ສສ ຫວຽດນາມ, ຝ່າຍລາວມີ ສະຫາຍ ພົນຈັດຕະວາ ວັນລະວົງ ນັນທະວົງ ຫົວໜ້າກົມນະໂຍບາຍ ກົມໃຫຍ່ການເມືອງກອງທັບ ຮອງຫົວໜ້າຄະນະປະຕິບັດງານພິເສດ ລັດຖະບານລາວ, ມີທ່ານຮອງເຈົ້າແຂວງ ຊຽງຂວາງ, ໄຊສົມບູນ, ກຳລັງ ປກຊ-ປກສແຂວງ, ອົງການ, ພະແນກການ, ອຳນາດການປົກຄອງເມືອງແປກ, ສະມາຄົມຊາວຫວຽດນາມ, ພະນັກງານ-ນັກຮົບ ກອງຂຸດຄົ້ນອັດຖິ ແລະ ນ້ອງນັກຮຽນເຂົ້າຮ່ວມ.
ໂອກາດສຳຄັນດັ່ງກ່າວ, ສະຫາຍ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງ, ຫົວໜ້າຄະນະສະເພາະກິດ ແຂວງຊຽງຂວາງ ຕາງໜ້າການນໍາສາມແຂວງ ຊຽງຂວາງ -ແຂວງວຽງຈັນ - ໄຊສົມບູນ ກ່າວມີຄໍາເຫັນ ຕໍ່ພິທີ ເຊິ່ງສະຫາຍກ່າວວ່າ: ໂດຍຜັນຂະຫຍາຍເນື້ອໃນຈິດໃຈກອງປະຊຸມພົບປະ ຂອງຄະນະສະເພາະກິດສອງຝ່າຍ ລາວ-ຫວຽດນາມ 04 ແຂວງ: ຊຽງຂວາງ-ວຽງຈັນ-ໄຊສົມບູນ ສປປ ລາວ ແລະ ແຂວງເຫງະອ່ານ ສສ ຫວຽດນາມ ຄັ້ງວັນທີ 16 ພຶດສະພາ 2023 ທີ່ໂຮງແຮມພູຊ້າງ, ເທດສະບານໂພນສະຫວັນ, ແຂວງ ຊຽງຂວາງ. ເລີ່ມແຕ່ເດືອນ10/2023 ຄະນະສະເພາະກິດ 03 ແຂວງ: ຊຽງຂວາງ-ວຽງຈັນ-ໄຊ ສົມບູນ ກໍ່ໄດ້ສົມທົບກັບກອງຂຸດຄົ້ນອັດຖິແຂວງເຫງະອ່ານ ພ້ອມກັນສືບຕໍ່ເຄື່ອນໄຫວຊອກຄົ້ນ, ຂຸດຄົ້ນຫາອັດຖິຂອງທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຢູ່ພື້ນທີ່ 03 ແຂວງ: ຊຽງຂວາງ, ວຽງຈັນ ແລະ ໄຊສົມບູນ ໃນສົກປີ 2023-2024 ດ້ວຍນໍ້າໃຈຄວາມຮັບຜິດຊອບສູງ ແລະ ດ້ວຍຄວາມຫ້າວຫັນ, ສູ້ຊົນຈັດຕັ້ງປະຕິບັດຄາດໝາຍແຜນການທີ່ໄດ້ວາງອອກ, ໃນສົກປີ 2023- 2024 ການຂຸດຄົ້ນ, ທ້ອນໂຮມອັດຖິໄດ້ທັງໝົດ 87 ອັດຖິ; ໃນນັ້ນ ແຂວງຊຽງຂວາງ ຂຸດຄົ້ນໄດ້ 75 ຕາມແຜນແມ່ນ 71 ອັດຖິ; ແຂວງວຽງຈັນ ຂຸດຄົ້ນໄດ້ 03 ຕາມແຜນແມ່ນ 03 ອັດຖິ, ແຂວງ ໄຊສົມບູນ ຂຸດຄົ້ນໄດ້ 09 ຕາມແຜນແມ່ນ 06 ອັດຖິ. ຈາກນັ້ນກໍ່ໄດ້ເຂົ້າວາງພວງມາລາ, ຈູດທູບ-ທຽນເພື່ອເປັນການລະນຶກເຖິງຜົນງານ, ຄຸນງາມຄວາມດີຂອງພະນັກງານ-ນັກຮົບ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍຊີວິດໃນປາງສົງຄາມຢູ່ລາວ ໂດຍສະເພາະຢູ່ ແຂວງຊຽງຂວາງ, ໄຊສົມບູນ ແລະ ວຽງຈັນ ເພື່ອໄຫວ້ອາໄລເຖິງດວງວິນຍານຂອງເຫຼົ່າທະຫານດັ່ງກ່າວ. ສໍາລັບຮ່າງອັດຖິນີ້ຫຼັງຈາກສຳເລັດພິທີ ແມ່ນຈະໄດ້ ມອບສົ່ງອັດຖິນັກຮົບອາສາສະໝັກ ແລະ ຊ່ຽວຊານຫວຽດນາມຈໍານວນ 87 ອັດຖິໃຫ້ແກ່ການນໍາພັກ-ລັດ, ຄະນະສະເພາະກິດ ແຂວງເຫງະອ່ານ ເພື່ອເຄື່ອນຍ້າຍອັດຖິຈາກ ຊຽງຂວາງ ກັບຄືນສູ່ປະເທດຫວຽດນາມ ບ້ານເກີດເມືອງນອນທີ່ແສນຮັກ, ກັບຄືນສູ່ອ້ອມອົກ-ອ້ອມແຂນຜູ້ເປັນພໍ່ແມ່, ລູກເມຍ, ລຸງປ້າ, ອາວອາ, ຍາດຕິພີ່ນ້ອງຂອງພວກເພິ່ນຢ່າງສົມກຽດ. ຕອນເຊົ້າວັນດຽວກັນຄະນະຫຍັງໄດ້ເຂົ້າວາງພວງມາລາຢູ່ ອະນຸສາວະລີນັກຮົບລາວ-ຫວຽດນາມ ຕື່ມອີກ.
ພາບ-ຂ່າວ: ສາຍຄໍາ ພອນມະນີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ