ກົມໃຫຍ່ພະລາທິການກອງທັບປະກາດການແຕ່ງຕັ້ງປະທານສະພາບໍລິຫານລັດວິສາຫະກິດນໍ້າມັນເຊື້ອໄຟວຽງຈັນ
ເວລາອອກຂ່າວ: 2024-05-23 14:48:22 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1965 | ຄວາມນິຍົມ:
ວັນທີ23 ພຶດສະພາ 2024 ນີ້, ກົມໃຫຍ່ພະລາທິການກອງທັບ ໄດ້ປະກາດການແຕ່ງຕັ້ງປະທານສະພາບໍລິຫານລັດວິສາຫະກິດນໍ້າມັນເຊື້ອໄຟວຽງຈັນ, ພິທີດັ່ງກ່າວແມ່ນໄດ້ຈັດຂຶ້ນຢູ່ທີ່ຫ້ອງປະຊຸມກົມໃຫຍ່ພະລາທິການ, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ຄໍາເພັດ ສີຊານົນ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນເທດ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນະພັກອົງການກົມໃຫຍ່ພະລາທິການ, ຫ້ອງວ່າການກະຊວງປ້ອງກັນປະເທດ, ບັນດາກົມ, ຄະນະສະພາບໍຫານລັດວິສາຫະກິດນໍ້າມັນເຊື້ອໄຟວຽງຈັນ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ຕີເບດ ສີແພງຄູນ ກໍາມະການຄະນະພັກອົງການກົມໃຫຍ່ ຫົວໜ້າຫ້ອງການເມືອງກົມໃຫຍ່ພະລາທິການກອງທັບ, ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງປະທານສະພາບໍລິຫານ ລັດວິສາຫະກິດນໍ້າມັນເຊື້ອໄຟວຽງຈັນຂອງກົມໃຫຍ່ພະລາທິການກອງທັບ, ອີງຕາມ ກົດໝາຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ໃນພາກທີII ໝວດທີ4 ມາດຕາ26 ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍນາຍທະຫານ, ອີງຕາມ ທິດທາງກ່ຽວກັບການປັບປຸງບູລະນະກົງຈັກການຈັດຕັ້ງນໍາພາ-ບັນຊາໃນກຳລັງປະກອບອາວຸດໃຫ້ເຂັ້ມແຂງ, ໜັກແໜ້ນຮອບດ້ານເພື່ອເຮັດສຳເລັດໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ, ອີງຕາມ ການສະເໜີຂອງກົມໃຫຍ່ພະລາທິການກອງທັບ, ສະບັບເລກທີ 650 ລົງວັນທີ 29 ກັນຍາ 2023, ອີງຕາມການຕົກລົງເຫັນດີເປັນເອກະພາບຂອງກອງປະຊຸມຄະນະປະຈຳພັກກະຊວງປ້ອງກັນປະເທດ ຄັ້ງວັນທີ13 ຕຸລາ 2023, ອີງຕາມ ການຄົ້ນຄວ້າ ແລະ ນໍາສະເໜີຂອງກົມໃຫຍ່ການເມືອງກອງທັບກະຊວງປ້ອງກັນປະເທດ ຕົກລົງແຕ່ງຕັ້ງ ພົນຈັດຕະວາ ບຸນເກີມ ສະເຫຼີມສຸກ ເປັນປະທານສະພາບໍລິຫານລັດວິສາຫະກິດນໍ້າມັນເຊື້ອໄຟວຽງຈັນ ກົມໃຫຍ່ພະລາທິການກອງທັບຜູ້ໃໝ່.
ໂອກາດນີ້, ສະຫາຍ ພົນຕີ ຄໍາເພັດ ສີຊານົນ ປະທານພິທີກໍໄດ້ໃຫ້ກຽດໂອ້ລົມຕໍການປະກາດແຕ່ງຕັ້ງໃນຄັ້ງນີ້, ໂດຍໄດ້ຮຽກຮ້ອງໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ຈົ່ງເອົາໃຈໃສ່ ເພີ່ມທະວີວຽກງານສຶກສາອົບຮົມການເມືອງແນວຄິດໃຫ້ແກ່ຖັນແຖວພະນັກງານໃຫ້ມີ ທັດສະນະຫຼັກໝັ້ນຊົນຊັ້ນ, ຄຸນສົມບັດສິນທໍາປະຕິວັດ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ ວຽກງານ, ມີທັດສະນະຮັບໃຊ້ບໍລິການສັງຄົມ, ຕ້ານແນວຄິດ ແລະ ການກະທໍາທີ່ບໍ່ສອດຄ່ອງກັບກົດໝາຍ, ໂດຍສະເພາະການສວຍໃຊ້ໜ້າທີ່ຕຳແໜ່ງເຮັດໃຫ້ມີປະກົດການຫຍໍ້ທໍ້ ແລະ ຍາດແຍ່ງເອົາຫຼາຍພາກສ່ວນເຂົ້າມີສ່ວນຮ່ວມໃນການປັບປຸງດ້ານທຸລະກິດໃຫ້ນັບມື້ດີຂຶ້ນກວ່າເກົ່າ ແລະ ມີປະສິດທິຜົນສູງ.
ໂດຍ: ຄໍາປະສົງ ລາດຊະວົງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ