ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີII ຂອງໜ່ວຍພັກກົມສື່ສານ
ເວລາອອກຂ່າວ: 2024-05-23 15:04:42 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2108 | ຄວາມນິຍົມ:
ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີII ຂອງໜ່ວຍພັກກົມສື່ສານ ໄດ້ຈັດຂຶ້ນໃນວັນທີ23 ພຶດສະພາ 2024 ນີ້, ໂດຍການເປັນປະທານ ຂອງ ສະຫາຍ ພົນຕີ ພັນແສງ ບຸນພັນ ກໍາມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະໜ່ວຍພັກ, ສະມາຊິກພັກສົມບູນ-ສໍາຮອງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ສຸບັນ ພັນທະວີ ເລຂາໜ່ວຍພັກ ຫົວໜ້າກົມສື່ສານ ໄດ້ຂຶ້ນຜ່ານບົດລາຍງານການເມືອງທັງ 2 ພາກ ຕີລາຄາການໝາກຜົນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີI ຂອງໜ່ວຍພັກໃນ 5 ປີຜ່ານມາ ຄະນະໜ່ວຍພັກໄດ້ສຸມໃສຕໍ່ໜ້າທີ່ການເມືອງເປັນສໍາຄັນ ໂດຍສະເພາະແມ່ນຖືເອົາວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນສໍາຄັນ ເຊື່ອມຊຶມໃຫ້ແກ່ສະມາຊິກພັກ-ພະນັກງານ-ນັກຮົບ ກໍາແໜ້ນແນວທາງຂອງພັກ, ລະບຽບກົດໝາຍຂອງລັດເປັນຕົ້ນແມ່ນ ບັນດາມະຕິ, ຄໍາສັ່ງ ແລະ ເອກະສານສໍາຄັນຕ່າງໆຂອງພັກ-ຂອງຊາດ, ມູນເຊື້ອຂອງກອງທັບ ຕິດພັນກັບຂະບວນການກໍ່ສ້າງ ໜ່ວຍພັກປອດໃສ, ເຂັມແຂງ, ໜັກແໜ້ນ ເຊີ່ງໜ່ວຍພັກໄດ້ຈັດຕັ້ງດໍາເນີນຊີວິດການເມືອງຂັ້ນໜ່ວຍພັກ, ຈຸພັກ ແລະ ເສຍເງິນສະຕິພັກຖືກຕ້ອງຕາມລະບຽບພັກວາງອອກເປັນປົກກະຕິ ເຮັດໃຫ້ສະພາບພາຍໃນໜ່ວຍພັກມີຄວາມສະຫງົບ ສະມາຊິກພັກທຸກຄົນມີຄວາມຕື່ນຕົວສູູງ, ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສີນທໍປະຕິວັດ ເຊື່ອໝັ້ນຕໍ່ອຸດົມການຂອງພັກ, ສາມາດຈໍາແນກໄດ້ມິດ-ສັດຢ່າງຈະແຈ້ງ, ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ປະຊາຊົນຍຶດໝັ້ນອຸດົມການສັງຄົມນິຍົມ, ຈັດຕັ້ງຕາມແບບແຜນນໍາພາ 5 ຫຼັກການ 3 ທິດນໍາຂອງພັກ ເຊີ່ງສ້າງໄດ້ສະມາຊິກພັກແຂງ 25 ສະຫາຍ ແລະ ຂະຫຍາຍມະຫາຊົນກ້າວໜ້າເຂົ້າຮຽນສະນັບສະໜູນ, ກົດລະບຽບພັກ 1 ສະຫາຍ, ໜ່ວຍພັກໄດ້ຮັບນາມມະຍົດເປັນກົມກອງ ໜ່ວຍພັກປອດໃສ, ເຂັມແຂງ, ໜັກແໜ້ນ 4 ສະໄໝ ແລະ ເປັນໜ່ວຍພັກປອດໃສ ປອດໄພ ປອດຄະດີ 3 ສະໄໝ, ຈາກນັ້ນ ບັນດາຕ່າງໜ້າໜ່ວຍພັກ, ສະມາຊິກພັກກໍໄດ້ຜັດປ່ຽນຂຶ້ນປະກອບຄໍາຄິດເຫັນໃສ່ຮ່າງບົດສະຫຼຸບ ແລະ ທິດທາງແຜນການ ພ້ອມທັງໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່ ເຊີ່ງກອງປະຊຸມໄດ້ເປັນເອກະພານຄົດເລືອກເອົາ ສະຫາຍ ພົນຈັດຕະວາ ສຸບັນ ພັນທະວີ ເປັນເລຂາໜ່ວຍພັກ, ພັນເອກ ພູວຽງ ຈັນທະວົງ ເປັນຮອງເລຂາໜ່ວຍພັກ, ພັນເອກ ອານຸສອນ ສຸລິຍະແສງ, ພັນໂທ ອຸລາລອນ ສີສຸນາມ, ພັນໂທ ດອນສະຫວັນ ບົດຄໍາພັນ.
ໂອກາດນີ້, ສະຫາຍ ພົນຕີ ພັນແສງ ບຸນພັນ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ມີຄໍາເຫັນໂອລົມຕໍ່ຄະນະໜ່ວຍພັກຊຸດໃໝ່ ພ້ອມທັງເນັ້ນໜັກໃຫ້ເພີ່ມທະວີຄວາມສາມັກຄີເປັນເອກະພາບປຶກແຜ່ນພາຍເອົານໍ້າໃຈຄວາມຮັບຜິດຊອບ ສະຕິຄວາມເປັນເຈົ້າຕົນເອງຍົກສູງບົດບາດການນໍາພາຂອງພັກ ຖືເອົາວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນສໍາຄັນ ເຊື່ອມຊຶມໃຫ້ສະມາຊິກພັກ ມີຄຸນທາດການເມືອງໜັກແໜ້ນ ມີຄຸນສົມບັດສີນທໍາປະຕິວັດ ມີຄວາມເຊື່ອໝັ້ນຕໍ່ອຸດົມການຂອງພັກຢ່າງຕາຍໃຈ ເອົາໃຈໃສ່ວຽກງານປັບປຸງກໍ່ສ້າງກໍາລັງໃຫ້ມີຄວາມເຂັ້ມແຂງ ໜັກແໜ້ນໃນຮອບດ້ານ ພິເສດແມ່ນຕໍ່ວຽກງານອົບຮົມຫັດແອບ, ປັບປຸງແບບແຜນວິທີເຮັດວຽກວິຊາສະເພາະ ເອົາຄຸນນະພາບເປັນກົກ ເຮັດສໍາເລັດໜ້າທີ່ເຊີດຊູນໍ້າໃຈການປະຕິວັດ ແລະ ຄວາມຕັ້ງຕໍ່ບໍລິສຸດຕໍ່ພັກ-ລັດ ປະຊາຊົນຢ່າງສຸດໃຈ.
ໂດຍ: ພຸດທະວອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ