ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 16 ມັງກອນ 2025

  

ຍູ້​ແຮງ​ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການເມືອງ ເພື່ອ​ຮັບປະກັນ​ ເຮັດ​ໃຫ້​ທ້ອງຖິ່ນ ແຂວງ​ໄຊ​ສົມບູນ ມີ​ຄວາມ​ສະຫງົບ
ເວລາອອກຂ່າວ: 2024-05-27 08:48:37 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 399 | ຄວາມນິຍົມ:



ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການເມືອງ ແມ່ນ​ວຽກ​ງານ​ໜຶ່ງ​ທີ່​ສຳຄັນ ເພື່ອ​ສ້າງ​ຮາກ​ຖານ​ປະຊາຊົນ ກໍ​ຄື​ກົມ​ກອງ​ໃຫ້​ມີ​ຄວາມ​ໜັກ​ແໜ້ນ​ເຂັ້ມແຂງ​ຮອບດ້ານ ທັງ​ເປັນ​ການຈັດຕັ້ງ​ປະຕິບັດ​ແນວທາງ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ລົງ​ສູ່​ຮາກ​ຖານ ເພື່ອ​ປົກ​ປັກ​ຮັກສາ​ທ້ອງຖິ່ນ​ຂອງ​ຕົນ ໃຫ້​ມີ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການເມືອງ, ສັງຄົມ​ມີ​ຄວາມ​ສະຫງົບ, ເປັນ​ລະບຽບ​ຮຽບ​ຮ້ອຍ​ດີ, ປະຊາຊົນ​ຍູທ່າງ​ພັດທະນາ​ຊີວິດ​ການ​ເປັນ​ຢູ່​ນັບ​ມື້​ດີ​ຂຶ້ນ ໃນ​ນີ້, ຄະນະ​ພັກ-ຄະນະ​ບັນຊາ ກອງ​ບັນຊາ​ການ​ທະຫານ​ແຂວງໄຊ​ສົມບູນ ໄດ້​ຖື​ເປັນ​ສຳຄັນ​ຕໍ່​ວຽກ​ງານ​ດັ່ງກ່າວ ໂດຍ​ໄດ້​ຫັນ​ເອົາ​ພະນັກງານ​ຫັນ​ລົງ​ກໍ່ສ້າງ​ຮາກ​ຖານ​ການເມືອງ​ຢ່າງ​ແຂງແຮງ ຕິດ​ພັນ​ກັບການ​ສ້າງ​ແຂວງ​ເປັນ​ຫົວໜ່ວຍ​ຍຸດ​ທະ​ສາດ, ສ້າງ​ເມືອງ​ເປັນ​ຫົວໜ່ວຍ​ເຂັ້ມ ແຂງ​ຮອບດ້ານ, ສ້າງ​ບ້ານ​ເປັນ​ບ້ານ​ພັດທະນາ ແລະ ສ້າງ​ຮາກ​ຖານ​ບ້ານ ໃຫ້​ກາຍເປັນ​ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ ເຮັດ​ໃຫ້​ສະພາບ​ຂອບ​ເຂດ​ຮັບຜິດຊອບ ມີ​ຄວາມ​ສະຫງົບ​ຢ່າງ​ໜັກ​ແໜ້ນ. ສະຫາຍ ພົນ​ຈັດຕະວາ ໝອນ​ຄຳ ດວງ​ສະຫວັນ ຫົວໜ້າ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ ໄຊ​ສົມບູນ ໃຫ້​ຮູ້​ວ່າ: ຕະຫຼອດ​ໄລຍະ​ຜ່ານ​ມາ ຄະນະ​ພັກ-ຄະນະ​ບັນຊາ ກອງ​ບັນຊາ​ການ​ທະຫານ​ແຂວງໄຊ​ສົມບູນ ໄດ້​ເອົາໃຈໃສ່​ນຳພາ-ຊີ້​ນຳ​ວຽກ​ງານ​ຮອບດ້ານ ໂດຍ​ປິ່ນ​ອ້ອມ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ ​ທີ່​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ ມີ​ຜົນສຳເລັດ​ໃນ​ຫຼາຍ​ດ້ານ ໂດຍ​ສະເພາະ​ວຽກ​ງານ​ເຮັດ​ໃຫ້​ສະພາບ​ມີ​ຄວາມ​ສະຫງົບ ໄດ້​ປະສານ​ສົມທົບ​ກັບ​ບັນດາ​ກົມ​ກອງ​ເພື່ອນ, ອຳນາດ​ການ​ປົກຄອງ​ທ້ອງຖິ່ນ ແຂວງ​ໄຊ​ສົມບູນ ຫັນ​ເອົາ​ພະນັກງານ​ລົງ​ກໍ່ສ້າງ​ຮາກ​ຖານ​ການເມືອງ ຕາມ 4 ເນື້ອ​ໃນ 4 ຄາດໝາຍ​ຢ່າງ​ມີ​ຈຸດ​ສຸມ ຈຳນວນ 12 ບ້ານ​ໃນ​ທົ່ວ​ແຂວງ, ຜ່ານ​ການ​ລົງ​ກໍ່ສ້າງ​ຮາກ​ຖານ ສາມາດ​ເຮັດ​ໃຫ້​ແນວ​ຄິດ​ຂອງ​ປະຊາຊົນ ເຊື່ອ​ໝັ້ນ​ຕໍ່​ການ​ນຳພາ ​ຂອງ​ພັກ-ລັດ, ມີ​ສະ ຕິ​ເຄົາລົບ​ກົດໝາຍ​ສູງ​ຂຶ້ນ ແລະ ສາມາດ​ຖອນ​ພະນັກງານ​ຮາກ​ຖານ​ປະຈຳ​ບ້ານ​ໄດ້ 3 ບ້ານ, ປັດຈຸບັນ​ຍັງ 9 ບ້ານ, ສາມາດ​ສ້າງ​ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ​ໄດ້ 10 ບ້ານ, ຄອບຄົວ​ປ້ອງ​ກັນ​ຊາດ​ເຂັ້ມແຂງ 1.701 ຄອບຄົວ. ນອກຈາກ​ນີ້, ຍັງ​ໄດ້​ຈັດ​ຕັ້ງ​ປະຈຳການ​ກຽມພ້ອມ​ສູ້​ຮົບ, ຈັດ​ຕັ້ງ​ກຳລັງ​ອອກ​ເຄື່ອນ​ໄຫວຕາມ​ຂອບ​ເຂດ​ຮັບຜິດຊອບ​ຂອງ​ກົມ​ກອງ​ຢ່າງ​ລຽນຕິດ ສາມາດ​ຈຳກັດ​ການເຄື່ອນໄຫວ​ຂອງ​ກຸ່ມ​ຄົນ​ບໍ່​ຫວັງ​ດີ​ໄດ້​ໂດຍ​ພື້ນຖານ. ຜົນສຳເລັດ​ດັ່ງກ່າວ ຍ້ອນ​ໄດ້​ຮັບ​ການ​ນຳພາ-ຊີ້​ນຳ​ຢ່າງ​ໃກ້​ຊິດ​ຕິດ​ແທດ​ ຈາກ​ຂັ້ນ​ເທິງ, ຍ້ອນ​ຄວາມ​ຮັບຜິດຊອບ​ສູງ​ຂອງ​ຖັນ​ແຖວ​ສະມາຊິກ​ພັກ, ພະນັກ ງານ-ນັກຮົບ​ພາຍ​ໃນ​ກົມ​ກອງ ໄດ້​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ງານ ​ປກຊ-​ປກສ ທົ່ວ​ປວງ​ຊົນ​ຮອບດ້ານ​ກອງ​ບັນຊາ​ການ​ທະຫານ​ແຂວງ ໄຊ​ສົມບູນ ຈຶ່ງ​ສາມາດ​ເຮັດ​ສຳເລັດ​ໜ້າທີ່​ການເມືອງ​ຂອງ​ກົມ​ກອງ ເຊິ່ງ​ເປັນ​ການ​ປະກອບສ່ວນ​ອັນ​ສຳຄັນ​ເຮັດ​ໃຫ້ ແຂວງ​ໄຊ​ສົມບູນ ຮັບປະກັນ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການເມືອງ, ສັງຄົມ​ມີ​ຄວາມ​ສະຫງົບ, ເປັນ​ລະບຽບ​ຮຽບ​ຮ້ອຍ ແລະ ຊີວິດ​ການ​ເປັນ​ຢູ່​ຂອງ​ພໍ່​ແມ່​ປະຊາຊົນ ໄດ້​ຮັບ​ການ​ພັດທະນາ​ດີ​ຂຶ້ນ​ເທື່ອ​ລະ​ກ້າວ. ສະຫາຍ ພົນ​ຈັດຕະວາ ໝອນ​ຄຳ ດວງ​ສະຫວັນ ໃຫ້​ຮູ້​ຕື່ມ​ວ່າ: ເພື່ອ​ຮັບປະກັນ​ເຮັດ​ໃຫ້​ແຂວງ​ໄຊ​ສົມບູນ ມີ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການເມືອງ, ສັງ ຄົມ​ມີ​ຄວາມ​ສະຫງົບ​ປອດ​ໄພ ແລະ ມີ​ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ​ຢ່າງ​ໜັກ​ແໜ້ນ ໃນຕໍ່ໜ້າ ຄະນະ​ພັກ-ຄະນະ​ບັນຊາ​ກອງ​ບັນຊາ​ການ​ທະຫານ​ແຂວງໄຊ​ສົມບູນ ຈະ​ສືບຕໍ່​ຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການເມືອງ​ໃຫ້​ເຂົ້າ​ສູ່​ລວງ​ເລິກ, ສ້າງ​ຕາ​ໜ່າງ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ຢູ່​ຂັ້ນ​ບ້ານ​ໃຫ້​ມີ​ຄວາມ​ເຂັ້ມແຂງ ຕິດ​ພັນ​ກັບ​ການ​ຊຸກຍູ້​ຂະ​ບວນ​ການ​ແຂ່ງຂັນ​ຮັກ​ຊາດ, ສ້າງ​ບ້ານ​ພັດທະນາ, ຊຸກຍູ້​ວຽກ​ງານ 3 ສ້າງ, ສ້າງ​ຄອບຄົວ ແລະ ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ ໃຫ້​ເປັນ​ຂະ​ບວນ​ການ​ຟົດຟື້ນ ແລະ ແຂງແຮງ​ກວ່າ​ເກົ່າ, ສືບຕໍ່​ຊີ້​ນຳ​ພະນັກງານ​ລົງ​ກໍ່ສ້າງ​ຮາກ​ຖານ​ປະຈຳ​ບ້ານ ໃນ​ທົ່ວ​ແຂວງ​ໄຊ​ສົມບູນ​ຢ່າງ​ແຂງແຮງ, ສືບຕໍ່​ຍູ້​ແຮງ​ຂະ​ບວນ​ການ​ສ້າງ​ບ້ານ​ປ້ອມ​ໝັ້ນ, ກຸ່ມ​ບ້ານ​ສູ້​ຮົບ​ຕິດ​ລຽນ, ສ້າງ​ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ​ໃຫ້​ໄດ້​ຕາມ​ຄາດໝາຍ ເພື່ອ​ບັນລຸ​ແຜນການ 5 ປີ ທີ່​ຄະນະ​ພັກ​ກອງ​ບັນຊາ​ການ​ວາງ​ໄວ້, ສືບຕໍ່ນໍາພາ-ຊີ້ນໍາ ຈັດ​ຕັ້ງ​ລະບົບ​ປະຈຳການ​ກຽມພ້ອມ​ສູ້​ຮົບ​ໃຫ້​ເຂັ້ມ​ງວດ, ຕິດຕາມ​ກຳ​ແໜ້ນ​ສະພາບ​ການເຄື່ອນໄຫວ​ຂອງ​ຄົນ​ບໍ່​ດີ ເພື່ອ​ສະກັດ​ກັ້ນ ແລະ ແກ້​ໄຂ​ໃຫ້​ທັນ​ເວລາ, ສືບຕໍ່​ສ້າງ​ແຜນການ​ປ້ອງ​ກັນ​ບໍລິເວນ​ຂັ້ນ​ແຂວງ ສົມທົບ​ກັບ ກອງ​ບັນຊາ​ການ ​ປກສ ແຂວງ, ກຳລັງ​ຫຼວງ ປ້ອງ​ກັນ​ເປົ້າ​ໝາຍ​ຍຸດ​ທະ​ສາດ, ປ້ອງ​ກັນ​ວັນ​ສຳຄັນ​ຕ່າງໆ​ຂອງ​ຊາດ, ຂອງ​ກອງທັບ, ປ້ອງ​ກັນ​ກອງ​ປະຊຸມ, ປ້ອງ​ກັນ​ຈຸດ​ສຳຄັນ​ຕາມ​ເສັ້ນທາງ, ກິດຈະການ​ກໍ່ສ້າງ ແລະ ແຂກ​ການ​ນຳ​ພັກ-ລັດ ໃຫ້​ມີ​ຄວາມ​ປອດ​ໄພ 100%. ໂດຍ: ບິກ​ໄຊ ສົມ​ພູ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ