ປິດການເຝິກອົບຮົມກົດໂທລະເລກ-ໂທລະລົມ ສະບັບປັບປຸງໃໝ່
ເວລາອອກຂ່າວ: 2024-05-28 08:34:06 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 365 | ຄວາມນິຍົມ:
ໃນວັນທີ 23 ພຶດສະພາ 2024, ຢູ່ທີ່ກອງຮ້ອຍສື່ສານ216 ກອງບັນຊາການທະຫານແຂວງຊຽງຂວາງ ໄດ້ປິດການເຝິກອົບຮົມກົດໂທລະເລກ-ໂທລະລົມ ສະບັບປັບປຸງໃໝ່ ຂອງພະແນກສື່ສານ ກອງບັນຊາການທະ ຫານແຂວງຊຽງຂວາງ, ໂດຍການເປັນປະທານ ຂອງສະຫາຍ ພັນໂທ ຄຳພາ ເພັດສະໄໝ ຮອງຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງຊຽງຂວາງ, ມີສະຫາຍ ພັນຕີ ພູວັນ ດາລາວັນ ຫົວໜ້າການທະຫານ ກອງຮ້ອຍສື່ສານ 216, ຄະນະພັກ-ຄະນະບັນຊາ ກອງຮ້ອຍ, ແຂກທີ່ຖືກເຊີນ, ຄູ-ອາຈານ ແລະ ນັກເຝິກອົບຮົມ ເຂົ້າຮ່ວມ.
ສະຫາຍ ພັນຕີ ຄຳຕັນ ມາກວິໄລ ຮອງຫົວໜ້າພະແນກສື່ສານ ໄດ້ຜ່ານບົດສະຫຼຸບການເຝິກອົບຮົມກົດໂທລະເລກ-ໂທລະລົມ ສະບັບປັບປຸງໃໝ່ ປະຈຳປີ 2024 ໃຫ້ບັນດານັກເຝິກອົບຮົມ ທີ່ມາຈາກບັນດາກົມກອງທ້ອງຖິ່ນ ທີ່ຂຶ້ນກັບກອງບັນຊາການທະຫານແຂວງຊຽງຂວາງ ຈຳນວນ 30 ສະຫາຍ, ຍິງ 3 ສະຫາຍ ໃນນັ້ນ, ມີນັກເຝິກອົບຮົມໂທລະລົມ 19 ສະຫາຍ, ໂທລະເລກ 11 ສະ ຫາຍ. ຜ່ານການເຝິກອົບຮົມຕົວຈິງສາມາດໄດ້ຄະແນນດີເລີດ ຈຳນວນ 2 ສະຫາຍ, ດີ 4 ສະຫາຍ, ກາງ 6 ສະຫາຍ ແລະ ຄາດໝາຍ 18 ສະຫາຍ.
ໂດຍ: ວັດທະນາ ພັນທະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ