
ອົງການໄອຍະການປະຊາຊົນສູງສຸດ ມອບເຄື່ອງອຸປະກອນຮັບໃຊ້ຫ້ອງການ ໃຫ້ອົງການໄອຍະການທະຫານຂັ້ນສູງ
ເວລາອອກຂ່າວ: 2024-05-28 08:39:59 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 421 | ຄວາມນິຍົມ:
ວັນທີ 24 ພຶດສະພາ 2024 ນີ້, ສະຫາຍ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງໄອຍະການປະຊາຊົນສູງສຸດ ພ້ອມດ້ວຍຄະນະ ໄດ້ນຳເອົາເຄື່ອງອຸປະກອນຮັບໃຊ້ຫ້ອງການ ໃນນີ້, ປະກອບມີ ລົດຈັກຮ້ອນດ້າ ເວັບ 100 ຈຳນວນ 1 ຄັນ, ຈັກອັດສຳເນົາເອກະສານ 1 ໜ່ວຍ ແລະ ຄອມພິວເຕີ້ຕັ້ງໂຕະ 1 ຊຸດ ມາມອບໃຫ້ອົງການໄອຍະການທະຫານຂັ້ນສູງ, ເຊິ່ງກ່າວຮັບໂດຍ ສະຫາຍ ພັນເອກ ອຳເພັດ ພົມມະກອນ ຫົວໜ້າອົງການໄອຍະການທະ
ຫານຂັ້ນສູງ ພ້ອມດ້ວຍຄະນະ.
ໂອກາດນີ້, ສະຫາຍ ພັນເອກ ອຳເພັດ ພົມມະກອນ ໄດ້ສະແດງຄວາມຂອບໃຈ ຕໍ່ສະຫາຍ ບຸນທັນ ບຸນທະວິໄລ ພ້ອມດ້ວຍຄະນະ ທີ່ໄດ້ນຳເອົາເຄື່ອງອຸປະກອນຮັບໃຊ້ຫ້ອງການມາມອບໃຫ້ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນວຽກງານລວມ, ວຽກງານວິຊາສະເພາະຂອງອົງການໄອຍະການທະຫານຂັ້ນສູງ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະນຳເອົາເຄື່ອງຈຳນວນດັ່ງ
ກ່າວ ໄປນຳໃຊ້ໃຫ້ເກີດປະໂຫຍດສູງສຸດ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ