ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 20 ມີນາ 2025

  

ສຸມ​ໃສ່​ສ້າງ​ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ ເພື່ອ​ເປັນ​ແປ້ນ​ຢັນ​ອັນ​ແຂງ​ແກ່ນ
ເວລາອອກຂ່າວ: 2024-05-28 08:41:51 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 445 | ຄວາມນິຍົມ:



ສະຫາຍ​ ພົນ​ຈັດຕະວາ ສີ ທະວີ​ໄຊ ກຳມະການ​ຄະນະ​ປະ ຈຳ​ພັກ​ແຂວງ, ເລຂາ​ຄະນະ​ພັກ, ຫົວໜ້າ​ການເມືອງ ​ກອງ​ບັນຊາ​ການ​ທະຫານ​ແຂວງ​ສະຫວັນ​ນະ​ເຂດ​ ໃຫ້​ຮູ້​ວ່າ: ຕະຫຼອດ​ໄລຍະ​ຜ່ານ​ມາ​ປະເທດ​ຊາດ​​ມີ​ສະຖຽນ​ນະ​ພາບ​ທາງ​ດ້ານ​ການເມືອງ, ສັງຄົມ​ມີ​ຄວາມ​ສະຫງົບ​ປອດ​ໄພ​ໂດຍ​ພື້ນຖານ, ການ​ປະຕິບັດ​ແນວທາງ​ນະໂຍບາຍ​ຂອງ​ພັກ, ການ​ພັດທະນາ​ເສດຖະກິດ-ວັດ ທະນາ​ທຳ-ສັງຄົມ​ ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ ໄປ​ຄວບ​ຄູ່​ກັບ​ການຈັດຕັ້ງ​ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ XI ຂອງ​ພັກ​ຢ່າງ​ແຂງແຮງ ແລະ ໄດ້​ຮັບ ​ຜົນສຳເລັດ​ຫຼາຍ​ດ້ານ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ບັນດາເຜົ່າ​ນັບ​ມື້​ໄດ້​ຮັບ​ການ​ປັບປຸງ​ດີ​ຂຶ້ນ​ເປັນ​ກ້າວໆ. ສຳລັບ​ກອງທັບ​ ​ສຶບ​ຕ່ໍ​ຮັກສາ ແລະ ເສີມ​ຂະຫຍາຍ​ທາດ​ແທ້​ມູນເຊື້ອ​ປະຕິວັດ, ເປັນ​ກຳລັງ​ຫຼັກ​ແຫຼ່ງ, ຄໍ້າປະກັນ​ໃຫ້​ປະເທດ​ຊາດ​ມີ​ສະຖຽນ​ນະ​ພາບ​ທາງ​ດ້ານ​ການເມືອງ, ເສດຖະກິດ​ເຕິບ​ໃຫຍ່​ຂະຫຍາຍຕົວ, ເປັນ​ເຈົ້າ​ການ​ປັບປຸງ​ຕົນ​ເອງ, ມີ​ຄວາມ​ໜັກ​ແໜ້ນ​ເຂັ້ມແຂງ​ປະກອບສ່ວນ​ຢ່າງ​ຕັ້ງໜ້້າ​ເຂົ້າ​ໃນ​ພາລະກິດ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ​ໃຫ້​ມີ​ຄວາມ​ໝັ້ນຄົງ. ເພື່ອ​ຮັບປະກັນ​ເຮັດ​ໃຫ້​ສະພາບ​ພາຍ​ໃນ​ແຂວງ​ສະຫວັນ​ນະ​ເຂດ​ມີ​ຄວາມ​ສະຫງົບ, ສັງຄົມ​ມີ​ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ​ດີ ຄະນະ​ກຳມະການ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ແຂວງ ໄດ້​ເປັນ​ເຈົ້າ​ການ​ຊີ້​ນຳ​ຄະນະ​ພັກ-ຄະນະ​ບັນຊາທຸກ​ຂັ້ນ​ຍົກ​ສູງ​ວຽກ​ງານ​ສຳຄັນ​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ເປັນ​ສຳຄັນ​ເຮັດ​ໃຫ້​ພະນັກງານ​ລັດຖະກອນ, ທະຫານ, ຕຳຫຼວດ ແລະ ປະຊາຊົນ​ບັນດາເຜົ່າ ເຂົ້າໃຈ​ແຈ້ງ​ຕໍ່​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ທົ່ວ​ປວງ​ຊົນ​ຮອບດ້ານ ກຳ​ແໜ້ນ​ສະພາບ​ຢູ່​ຮາກ​ຖານ​ປະຊາຊົນ ​ໂດຍ​ການ​ຫັນ​ເອົາ​ກຳລັງ​ລົງ​ກໍ່ສ້າງ​ຮາກ​ຖານ​ການເມືອງ​ພັດທະນາ​ຊົນນະບົດ​ຮອບດ້ານ​ຕາມ 4 ເນື້ອ​ໃນ 4 ຄາດໝາຍ, ສຸມ​ໃສ່​ສ້າງ​ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ, ກຸ່ມ​ບ້ານ​ສູ້​ຮົບ​ຕິດ​ລຽນ, ບ້ານ​ປ້ອງ​ກັນ​ຄວາມ​ສະຫງົບ​ດີ, ບ້ານ​ປອດ​ຄະດີ-ປອດ​ຢາ​ເສບ​ ຕິດ, ບ້ານ​ວັດທະນະທຳ ແລະ ກຸ່ມ​ບ້ານ​ພັດທະນາ ຕິດ​ພັນ​ກັບ​ວຽກ​ງານ 3 ສ້າງ​ຂອງ​ພັກ​ໃນ​ການ​ເຕົ້າໂຮມ​ບ້ານ​ນ້ອຍ​ໃຫ້​ກາຍເປັນ​ບ້ານ​ໃຫຍ່ ແລະ ເຕົ້າໂຮມ ​ບ້ານ​ໃຫຍ່​ໃຫ້​ກາຍເປັນ​ຕົວ​ເມືອງ​ນ້ອຍ​ໃນ​ຊົນນະບົດ, ປັດຈຸບັນ​ໄດ້​ຊີ້​ນຳ​ພະນັກງານ​ລົງ​ກໍ່ສ້າງ​ຮາກ​ຖານ​ການເມືອງ​ປະຈຳ​ຢູ່​ກຸ່ມ​ບ້ານ ໃນ 14 ເມືອງ ແລະ 1 ນະຄອນ; ໄປ​ຄຽງ​ຄູ່​ກັນ​ນັ້ນ, ຍັງ​ຫັນ​ເອົາ​ວຽກ​ງານ​ສຶກ​ສາ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ແຕ່​ລະ​ເປົ້າ​ໝາຍ​ຂັ້ນ​ແຂວງ, ເມືອງ, ພະແນກການ ລົງ​ຮອດ​ເລຂາ​ພັກ​ບ້ານ, ນາຍບ້ານ ແລະ ບັນດາ​ຫົວໜ່ວຍ​ອົງ​ການຈັດຕັ້ງ​ທັງ​ພາກ​ລັດ ແລະ ເອກ​ກະ​ຊົນ, ນັກຮຽນ-ນັກ​ສຶກ​ສາ, ກຳລັງ​ກອງ​ຫຼອນ-​ປກສ ​ບ້ານ ຫັນ​ເອົາ​ວຽກ​ງານ​ດັ່ງກ່າວ​ເປັນ​ໜ້າທີ່​ຄວາມ​ຮັບຜິດຊອບ​ຂອງ​ໝົດ​ທຸກ​ຄົນ. ສະຫາຍ ຫົວໜ້າ​ການເມືອງ​ທະຫານ​ແຂວງ​ສະຫວັນ​ນະ​ເຂດ ໃຫ້​ຮູ້​ຕື່ມ​ອີ​ກວ່າ: ຜ່ານ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ເຫັນ​ວ່າ​ສະພາບ​ມີ​ຄວາມ​ສະຫງົບ​ດີ​ໂດຍ​ພື້ນຖານ ການ​ແກ້​ບັນ​ບັນຫາ​ຕ່າງໆ​ໃນ​ສັງຄົມ​ມີ​ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ​ດີ ແລະ ຕໍ​ບັນຫາ​ຊາຍ​ແດນ​ກັບ​ແຂວງ​ທີ່​ຕິດ​ຈອດ​ກັບ ​ສສ ຫວຽດນາມ ແລະ ຣາ​ຊະ​ອານາຈັກ​ໄທ ກໍໄດ້​ມີ​ການ​ຮ່ວມ​ມື​ປະສານ​ສົມທົບ​ລະຫວ່າງ​ກັນ​ເປັນ​ປົກກະຕິ​ເພື່ອ​ຕິດຕາມ​ແກ້​ໄຂ​ບັນຫາ​ຕາມ​ຊາຍ​ແດນ​ໃຫ້​ມີ​ຄວາມ​ສະຫງົບ​ເປັນຕົ້ນ​ແມ່ນ​ການ​ລັກລອບ​ເຂົ້າ​ເມືອງ​ແບບ​ຜິດ​ກົດໝາຍ, ບັນຫາ​ການ​ແຕ່ງດອງ​ທີ່​ບໍ່​ສອດ​ຄອງ​ຕາມ​ກົດໝາຍ​ລະຫວ່າງ​ປະເທດ, ບັນຫາ​ຢາ​ເສບ​ຕິດ, ອາດ​ຊະຍະ​ກຳ​ຂ້າມ​ຊາດ, ການ​ຄ້າ​ມະນຸດ ແລະ ບັນຫາ​ອື່ນໆ​ກໍໄດ້​ຮັບ​ການ​ແກ້​ໄຂ​ເປັນ​ກ້າວໆ​ ມາ. ໂດຍ: ວັນ​ໄຊ ໄຊ​ສະ​ຫວັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ