ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 06 ກຸມພາ 2025

  

ຫົວໜ້າພະແນກຂ່າວ-ບົດກອງວິທະຍຸກະຈາຍສຽງກອງທັບລົງເຄື່ອນໄຫວເກັບກຳຂ່າວ-ບົດຢູ່ກອງພົນທີ2
ເວລາອອກຂ່າວ: 2024-05-28 09:48:52 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1926 | ຄວາມນິຍົມ:



ໃນລະຫວ່າງວັນທີ27-31 ພຶດສະພາ 2024 ນີ້, ນໍາໂດຍ ສະຫາຍ ພັນໂທ ຕ່າຍທອງ ທອງວັນ ຫົວໜ້າພະແນກຂ່າວ-ບົດ ກອງວິທະຍຸກະຈາຍສຽງກອງທັບພ້ອມດ້ວຍພະນັກງານວິຊາການໄດ້ລົງເຄື່ອນໄຫວເກັບກໍາຂ່າວ-ບົດຢູ່ກອງພົນທີ2, ໃນວັນທີ 27 ພຶດສະພາ 2024 ນີ້ ສະຫາຍ ພັນໂທ ຕ່າຍທອງ ທອງວັນ ພ້ອມພະນັກງານ-ວິຊາການ ກໍໄດ້ເຂົ້າຢ້ຽມ ສະຫາຍ ພົນຈັດຕະວາ ວຽງແກ້ວ ສີສຸລາດ ເລຂາຄະນະພັກ ຫົວໜ້າການເມືອງ ກອງພົນທະຮານຮາບທີ 2. ໂອກາດນີ້, ສະຫາຍ ພົນຈັດຕະວາ ວຽງແກ້ວ ສີສຸລາດ ກໍໄດ້ກ່າວສະແດງຄວາມຄວາມຍິນດີຕ້ອນຮັບສະຫາຍຫົວໜ້າພະແນກຂ່າວ-ບົດກອງວິທະຍຸກະຈາຍສຽງກອງທັບພ້ອມຄະນະທີ່ໄດ້ມາເຄື່ອນໄຫວເກັບກໍາຂ່າວ-ບົດຢູ່ກອງພົນທີ2 ໃນຄັ້ງນີ້ ພ້ອມທັງອວຍພອນໃຫ້ສະຫາຍພ້ອມດ້ວຍພະນັກງານວິຊາການຈົ່ງປະສົບຜົນສໍາເລັດໃນການລົງເກັບກໍາຂີດຂຽນບົດ-ຂ່າວ ຢູ່ກອງພົນທີ2 ແລະ ບັນດາກອງພັນອອ້ມຂ້າງກອງພົນ. ໂອກາດນີ້, ສະຫາຍ ພັນໂທ ຕ່າຍທອງ ທອງວັນ ກໍໄດ້ລາຍງານຈຸດປະສົງຂອງການລົງເຄື່ອນໄຫວຄັ້ງນີ້ເພືີ່ອເປັນການປຸກລະດົມຂະບວນສ້າງຜົນງານຕ່າງໆໂດຍປິ່ນອອ້ມ 4ໜ້າທີ່ໃຫຍ່ 26ແຜນງານທີ່ກະຊວງປ້ອງກັນປະເທດວາງອອກຢູ່ບັນດາກໍາລັງຫຼວງ, ກໍາລັງທ້ອງຖິ່ນໃຫ້ເປັນຂະບວນຟົດຟື້ນແຂງແຮງ ທັງເປັນການຊຸກຍູ້ຂະບວນການດ້ານຕ່າງໆຂອງອົງການຈັດຕັ້ງຊາວໜຸ່ມແມ່ຍິງໃນການຈັດຕັ້ງເຄື່ອນໄຫວປະຕິບັດໜ້າທີ່ຂອງຕົນຕິດພັນກັບຂະບວນການຈັດຕັ້ງປະຕິບັດຜັນຂະຫຍາຍເນືິອໃນຂໍ້ແຂ່ງຂັນ 4ບຸກຂອງຊາວໜຸ່ມແລະຂໍ້ແຂ່ງຂັນ 3ດີຂອງແມ່ຍິງໃຫ້ຟົດຟື້ນຢ່າງຕໍ່ເນື່ອງ. ໂອກາດດຽວກັນນີ້, ສະຫາຍ ພັນໂທ ຕ່າຍທອງ ທອງວັນ ພ້ອມດ້ວຍພະນັກງານ-ວິຊາການ ກໍຍັງໄດ້ເຄື່ອນໄຫວເກັບກຳຂ່າວ-ບົດຢູ່ກອງພັນໃຫຍ່202 ຕື່ມອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ