ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 23 ມັງກອນ 2025

  

ປະກາດໃຫ້ຄະນະພັກ-ຄະນະອຳນວຍຢູ່ ວນກ ພັກການເພື່ອກຽມຮັບບໍານານ
ເວລາອອກຂ່າວ: 2024-05-28 09:57:52 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1855 | ຄວາມນິຍົມ:



ວັນທີ27 ພຶດສະພາ 2024 ນີ້, ວິທະຍາຄານນາຍທະຫານບົກກົມມະດຳ ໄດ້ປະກາດໃຫ້ນາຍທະຫານພັກການເພື່ອກຽມຮັບບໍານານ ໂດຍການເປັນປະທານຂອງ ສະຫາຍ ພົນຕີ ຄຳເພັດ ສີຊານົນ ຄະນະປະຈຳພັກກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນະພັກ-ຄະນະອຳນວຍການ, ມີກົມທີ່ກຽ່ວຂ້ອງ, ຄະນະຫ້ອງ, ພະແນກການ ເຂົ້າຮ່ວມ. ສະຫາຍ ພັນເອກ ປະລິນຍາເອກ ສົມພິດ ແກ້ວວັນທອງ ຮອງຫົວໜ້າກົມເສນາ-ພະລາ ກົມໃຫຍ່ພະລາທິການກອງທັບໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດວ່າດ້ວຍການອະນຸມັດໃຫ້ນາຍທະຫານພັກການເພື່ອກຽມຮັບບຳນານ, ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ ສະບັບເລກທີ່ 43/ສພຊ ລົງວັນທີ14 ມິຖຸນາ 2018 ໃນພາກທີIII ໝວດທີ1 ມາດຕາ33 ວ່າດ້ວຍອາຍຸກະສຽນຮັບບໍານານຂອງນາຍທະຫານ, ດັ່ງນັ້ນ, ກະຊວງປ້ອງກັນປະເທດ ຕົກລົງໃຫ້ສະຫາຍ ພັນເອກ ຄໍາແອ້ວ ໜໍາທະພັນ ຮອງອຳນວຍການ ຮັບຜິດຊອບວຽກງານພະລາທິການ ຫົວໜ້າຫ້ອງພະລາທິການ ວິທະຍາຄານ ພັກການເພື່ອກຽມຮັບບຳນານ. ໂອກາດນີ້, ສະຫາຍ ພົນຕີ ຄຳເພັດ ສີຊານົນ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ນາຍທະຫານທີ່ເຂົ້າຮັບບໍານານໃນຄັ້ງນີ້ ທີ່ໄດ້ເຮັດສໍາເລັດໜ້າທີ່ການເມືອງ, ສຸມສະຕິປັນຍາ ເຫື່ອແຮງຂອງຕົນໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ ພ້ອມທັງຮຽກຮ້ອງໃຫ້ສະຫາຍຈົ່ງຮັກສາມູນເຊື້ອອັນດີງາມ ຄຸນງາມຄວາມດີຂອງຕົນໄວ້ໃຫ້ເປັນຢ່າງດີ ແລະ ສຶກສາອົບຮົມລູກຫຼານໃຫ້ເປັນຄົນຮູ້ຜູ້ດີເປັນຜູ້ສຶບທອດໃນອະນາຄົດ. ຂ່າວ-ພາບ: ລຸນທອງ ສີບຸນເຮືອງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ