ສຳເລັດກອງປະຊຸມເອກະພາບເນື້ອໃນຂອງ 8 ແຂວງພາກເໜືອ ແລະ 2 ກອງພົນ
ເວລາອອກຂ່າວ: 2024-05-28 10:00:20 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1769 | ຄວາມນິຍົມ:
ກອງປະຊຸມເອກະພາບເນື້ອໃນບົດລາຍງານສະພາບ ແລະ ຄຳສະເໜີ ຂອງບັນດາກົມກອງພາກເໜືອຂອງລາວ ຕໍ່ກອງປະຊຸມສາມັນກັບ ກອງບັນຊາການທະຫານເຂດ 2 ສສ ຫວຽດນາມ ປະຈຳປີ 2024. ໄດ້ຈັດຂຶ້ນໃນວັນທີ26 ພຶດສະພາ 2024 ນີ້, ຢູ່ທີ່ກອງບັນຊາການທະຫານແຂວງບໍ່ແກ້ວ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ໄຊຍະວົງ ໄຊນາມທິລາດ ຫົວໜ້າການທະຫານກອງພົນທີ3, ມີບັນດາຜູ້ແທນກອງປະຊຸມມາຈາກ 8 ແຂວງພາກເໜືອ ແລະ 2 ກອງພົນ ເຊິ່ງປະກອບມີ: ກອງບັນຊາການທະຫານແຂວງໄຊຍະບູລີ, ຫຼວງພະບາງ, ຫົວພັນ, ອຸດົມໄຊ, ຫຼວງນໍ້າທາ, ບໍ່ແກ້ວ, ໂຮງຮຽນນາຍສິບເລກ1, ກອງພົນທີ2 ແລະ ທີ3 ເຂົ້າຮ່ວມ.
ກອງປະຊຸມຍັງໄດ້ຮັບຟັງບົດລາຍງານໂດຍຫຍໍ້ເຊິ່ງໄດ້ຍົກໃຫ້ເຫັນສະພາບການລວມຂອງໂລກ, ພາກພື້ນ, ຈຸດພິເສດທີ່ຕັ້ງ ກົມກອງພາກເໝືອຂອງລາວ ຕັ້ງຢູ່ທິດຕາເວັນອອກສຽງເໜືອຂອງປະເທດລາວ, ມີຊາຍແດນຕິດຈອດກັບ 4ປະເທດຄື: ຕິດກັບ ສສ ຫວຽດນາມ, ສ ປຈີນ, ລາດຊາອະນາຈັກໄທ, ສສ ມຽນມາ. ໃນນີ້ມີ 4 ແຂວງຕິດກັບ ສສ ຫວຽດນາມຄື: ແຂວງຊຽງຂວາງ, ຫຼວງພະບາງ, ຜົ້ງສາລີ ແລະ ແຂວງຫົວພັັນ. ກົມກອງພາກເໝືອມີຢູ່ 8 ແຂວງ, 2 ກອງພົນ ແລະ 1 ໂຮງຮຽນກໍ່ສ້າງນາຍສິບ, ມີພົນລະເມືອງທັງໝົດ 276,960 ຄົນ. ສະພາບການທີ່ພົ້ນເດັ່ນຢູ່ບັນດາແຂວງພາກເຫນືອລາວປີ 2023 -2024 ໂດຍລວມແມ່ນມີຄວາມສະຫງົບ, ແຕ່ລະແຂວງໄດ້ສຸມໃສ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີXI ຂອງພັກປະຊາຊົນປະຕິວັດລາວ ກໍ່ຄື 4ໜ້າທີ່ໃຫຍ່ 26ແຜນງານຂອງຄະນະພັກກະຊວງປ້ອງກັນປະເທດວາງອອກ ແລະ ສະເຫຼີມສະຫຼອງວັນປະຫວັດສາດສໍາຄັນຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ, ປັບປຸງບູລະນະການຈັດຕັ້ງຂັ້ນນໍາພາ-ບັນຊາເພື່ອໃຫ້ສອດຄ້ອງກັບສະພາບການຕົວຈິງຂອງແຕ່ລະກົມກອງ, ສ້າງຕາໜ່າງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສ້າງສາຍພົວພັນຮ່ວມມືສາກົນເພື່ອນ ມິດຍຸດຍະສາດ, ສ້າງເສັ້ນສາຍແດນສັນຕິພາບ, ມິດຕະພາບ, ພັດທະນາເສດຖະກິດສັງຄົມ, ປະຊາຊົນລາວບັນດາເຜົ່າເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດ, ແຕ່ກໍ່ຍັງມີກຸ່ມຄົນບໍ່ດີ ພວກອິດທິກໍາລັງປໍລະປັກຍັງສືບຕໍ່ເຄື່ອນໄຫວໂຄສະນາບິດເບືອນ ໄສ່ຮ້າຍປ່າຍສີຕໍ່ແນວທາງນະໂຍບາຍຂອງພັກ-ລັດ ສ້າງຄວາມບໍ່ສະຫງົບໃນສັງຄົມ, ເຂົ້າສາສະໜາຕາເວັນຕົກ, ຄ້າຂາຍເຖື່ອນ, ຄ້າຂາຍສິ່ງເສບຕິດ, ເຂົ້າ-ອອກເມືອງຜິດກົດໝາຍ, ເກັບເຄື່ອງປ່າຂອງດົງ, ຂຸດຄົ້ນບໍ່ແຮ່ບໍ່ຖືກຕ້ອງ, ລ່າສັດທີ່ຫວງຫ້າມ, ຂີ້ລັກງັດແງະອຸປະຕິເຫດຕາມທ້ອງຖະໜົນ ແລະ ແຕ່ງງານກັບຄົນຕ່າງປະເທດໂດຍບໍ່ໄດ້ຮັບອະນຸຍາດນັ້ນ ມັນໄດ້ສ້າງຄວາມສັບສົນໃຫ້ແກ່ສັງຄົມບໍ່ນ້ອຍ. ຕໍ່ກັບສະພາບດັ່ງກ່າວ ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນຢູ່ບັນດາແຂວງ-ບັນດາກົມກອງໄດ້ເອົາໃຈໃສ່ ເຄື່ອນໄຫວຫາທຸກວິທີຕອບຕ້ານ, ປະສານສົມທົບ ລະຫວ່າງກໍາລັງຫຼວງ ກັບ ກໍາລັງທ້ອງຖິ່ນ ແລະ ເພື່ອນບ້ານ ບັນດາກົມກອງແຮກສ່ຽວຂອງແຕ່ລະກົມກອງໂດຍພາຍໃຕ້ການຊີ້ນໍາຂອງກະຊວງປ້ອງກັນປະເທດ, ເພື່ອແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂື້ນຢ່າງຕັ້ງໜ້າ, ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ພະນັກງານສະມາຊິກພັກ, ນັກຮົບຕະຫຼອດຮອດປະຊາຊົນລາວບັນດາເຜົ່າ, ລົງກໍ່ສ້າງຮາກຖານການເມືອງຢູ່ບັນດາກຸ່ມບ້ານທີ່ຫ່າງໄກສອກຫຼີກ ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ປະຊາຊົນ ມີໂອກາດທໍາມາຫາກິນສ້າງສາເສດຖະກິດຄອບຄົວເຮັດໃຫ້ຊີວິດ ການເປັນຢູ່ໄດ້ຮັບການປັບປຸງປົວແປງດີຂຶ້ນເທື່ອລະກ້າວ.
ໂອກາດດັ່ງກ່າວ, ບັນດາຜູ້ແທນກອງປະຊຸມຍັງໄດ້ຜັດປ່ຽນກັນຂຶ້ນປະກອບຄວາມຄິດ ຄວາມເຫັນເຂົ້າໃນບົດລາຍງານຢ່າງກົງໄປກົງມາເພື່ອເຮັດໃຫ້ເນື້ອໃນບົດລາຍງານດັ່ງກ່າວມີເນື້ອໃນສົມບູນຄົບຖ້ວນ. ຈາກນັ້ນບັນດາກົມກອງຜູ້ແທນ 8 ແຂວງພາກເໝືອ ແລະ 2 ກອງພົນ ກໍ່ໄດ້ເຂົ້າຮ່ວມກິດຈະກຳປູກຕົ້ນໄມ້ ເພື່ອຂ່ຳນັບຮັບຕ້ອນວັນປູກຕົ້ນໄມ້ແລະ ວັນເດັກນ້ອຍສາກົນ (1ມີຖຸນາ 1950-1 ມິຖຸນາ 2024) ຄົບຮອບ 74 ປີອີກດ້ວຍ.
ພາບໂດຍ: ນາງ ນູ່ນີ ທຳມະວົງ, ຂ່າວໂດຍ: ວໍລະສິດ ພິດສະຫາຍ,
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ