
ວປກ ສຳເລັດການປ້ອງກັນບົດວິທະຍານິພົນປະລິນຍາໂທ ການທະຫານ-ການເມືອງ ຊຸດທີ XV
ເວລາອອກຂ່າວ: 2024-05-28 10:07:18 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1248 | ຄວາມນິຍົມ:
ໃນລະຫວ່າງວັນທີ20-25 ພຶດສະພາ 2024 ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ), ສຳເລັດການປ້ອງກັນບົດວິທະຍານິພົນ ປະລິນຍາໂທ ການທະຫານ-ການເມືອງ ຊຸດທີ XV ສົກຮຽນ 2023–2024 ສາຂາຍຸດທະບັນຮົບ, ບັນຊາ-ເສນາ, ປັດຊະຍາມາກ-ເລນິນ ແລະ ສາຂາກໍ່ສ້າງພັກ. ໂດຍການເປັນປະທານຮ່ວມຂອງ ສະຫາຍ ພົນຈັດຕະວາ ຮອງສາດສະດາຈານ ປອ ສົມພອນ ສີສຸວັນນະ ຮອງຫົວໜ້າການເມືອງ, ຫົວໜ້າກົມການເມືອງ ວປກ ແລະ ສະຫາຍ ພົນຈັດຕະວາ ປອ ສົງກາ ບຸນຄຸນ ຮອງຫົວໜ້າການທະຫານ, ຫົວໜ້າກົມອົບຮົມ-ກໍ່ສ້າງ ວປກ, ມີອະນຸກຳມະການ, ຄະນະຮັບຜິດຊອບ ພ້ອມດ້ວຍນັກສຶກສາທັງສອງສາຂາວິຊາຮຽນເຂົ້າຮ່ວມ.
ໂດຍໄດ້ປະຕິບັດຕາມແຜນການຂອງ ຫ້ອງການເໜືອມະຫາ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ວ່າດ້ວຍ ການປ້ອງກັນບົດວິທະຍານິພົນຂັ້ນ ວິທະຍາຄານ ໃຫ້ນັກສຶກສາປະລິນຍາໂທການທະຫານ-ການເມືອງ ຊຸດທີ XV ສົກຮຽນ 2023-2024 ສະບັບເລກທີ: 733/ຫໜຫ ແລະ 734/ຫໜຫ ລົງວັນທີ: 3 ພຶດສະພາ 2024, ພິທີໄດ້ຈັດຂຶ້ນຢູ່ທີ່ຕຶກຫ້ອງຮຽນຂອງນັກສຶກສາ ຫ້ອງໝາຍເລກ: 301 ແລະ 309. ໂອກາດນີ້, ແຕ່ລະສະຫາຍ, ແຕ່ລະສາຂາວິຊາຮຽນ ໄດ້ຜັດປ່ຽນກັນຂຶ້ນສະເໜີບົດຂອງຕົນ ຢ່າງເປັນທາງການ, ເຊິ່ງປະກອບມີທັງໝົດ: 29 ຫົວບົດ ໃນນີ້, ປະລິນຍາໂທ ການທະຫານ ຈຳນວນ: 17 ຫົວບົດ ແລະ ປະລິນຍາໂທ ການເມືອງ ຈຳນວນ: 12 ຫົວບົດ. ທັງນີ້ກໍ່ເພື່ອເປັນການຕີລາຄາຄືນຄວາມຮູ້ຄວາມສາມາດ ແລະ ການເຂົ້າໃຈຕໍ່ບັນດາເນື້ອໃນພື້ນຖານ, ເຫັນໄດ້ຄວາມໝາຍ, ຄວາມສຳຄັນ ແລະ ຄວາມຮັບຮູ້ຕໍ່ລັດທິສັງຄວາມວິທະຍາສາດ, ກຳແໜ້ນ ແລະ ມີຄວາມຮັບຮູ້ຢ່າງເປັນລະບົບກ່ຽວກັບວຽກງານຍຸດທະບັ້ບຮົບ-ຍຸດທະສາດ, ວຽກງານພັກ-ວຽກງານການເມືອງ ຫຼັກມູນທິດສະດີທີ່ມີລັກສະນະຫຼັກການຂອງການເຄື່ອນໄຫວວຽກງານພັກ-ວຽກງານການເມືອງຢູ່ໃນກອງທັບ, ທັງເຫັນໄດ້ບັນຫາສຳຄັນ. ພ້ອມທັງເປັນການປັບປຸງ ວິທະຍານິພົນທີ່ນຳມາປ້ອງກັນໃນຄັງນີ້, ໃຫ້ມີເນື້ອໃນຮັດກຸມ, ແທດເໝາະກັບສະພາບການຕົວຈິງໃນໄລຍະໃໝ່ໃຫ້ໄດ້ຮັບຜົນດີ.
ພາບ-ຂ່າວ: ເຂັງພອນ ແກ້ວຄຳລຽງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ