ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 18 ມີນາ 2025

  

ກົມກໍ່ສ້າງຮາກຖານສະຫຼຸບຖອດຖອນບົດຮຽນວຽກງານກໍ່ສ້າງຮາກຖານການເມືອງ ໄລຍະ 3 ປີ
ເວລາອອກຂ່າວ: 2024-05-28 14:49:18 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1422 | ຄວາມນິຍົມ:



ວັນທີ28 ພຶດສະພາ 2024 ນີ້, ກົມກໍ່ສ້າງຮາກຖານ ກົມໃຫຍ່ການເມືອງກອງທັບ ໄດ້ຈັດຕັ້ງສະຫຼຸບຖອດຖອນບົດຮຽນການເຄື່ອນໄຫວວຽກງານກໍ່ສ້າງຮາກຖານການເມືອງໄລຍະ 3 ປີ (2021-2024), ເລື່ອນຊັ້ນ, ມອບໃບຢັ້ງຢືນໃຫ້ພະນັກງານທີ່ສໍາເລັດການລົງກໍ່ສ້າງຮາກຖານການເມືອງ ແລະ ຊັບຊ້ອນໜ້າທີ່ວຽກງານໃໝ່, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ບົວໄລ ພົມມະວົງ ກໍາມະການຄະນະພັກກົມໃຫຍ່ ຫົວໜ້າກົມກໍ່ສ້າງຮາກຖານ ກົມໃຫຍ່ການເມືອງກອງທັບ, ມີຄະນະກົມຈັດຕັ້ງພັກ, ຫ້ອງການເມືອງ, ກົມພະນັກງານ ແລະ ພະນັກງານທີ່ສໍາເລັດການລົງກໍ່ສ້າງຮາກຖານການເມືອງເຂົ້າຮ່ວມ. ສະຫາຍ ພັນໂທ ຄໍາພົດ ສີປະໄພ ຫົວໜ້າພະແນກກໍ່ສ້າງຮາກຖານ ກົມກໍ່ສ້າງຮາກຖານກົມໃຫຍ່ການເມືອງກອງທັບ ໄດ້ສະຫຼຸບຖອດຖອນບົດຮຽນຕີລາຄາ ສະພາບການເຄື່ອນໄຫວກໍ່ສ້າງຮາກຖານການເມືອງໃນໄລຍະ 3 ປີຜ່ານມາ, ໂດຍປະຕິບັດຕາມມະຕິຄໍາສັ່ງ, ແຜນນະໂຍບາຍຂອງພັກ-ລັດວາງອອກ, ໃນໄລຍະຜ່ານມາ ເຊິ່ງເລີ່ມແຕ່ປີ 2021-2024 ຄະນະຊີ້ນໍາວຽກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດ ຕິດພັນກັບວຽກງານ 3 ສ້າງໄດ້ສົບທົບກັບທ້ອງຖິ່ນຢູ່ຂອບເຂດທີ່ມີສະພາບຫຍຸ້ງຍາກ, ເຂດພູດອຍຫ່າງໄກສອກຫຼີກ, ໄດ້ສົ່ງພະນັກງານລົງກໍ່ສ້າງຮາກຖານການເມືອງ ຈໍານວນ 41 ສະຫາຍ ລົງຢູ່ບັນດາຈຸດສຸມຕ່າງໆເປັນຕົ້ນແມ່ນ ກຸ່ມບ້ານຫີນໂງ່ນ ເມືອງກາສີ ແຂວງວຽງຈັນ, ກຸ່ມບ້ານນາລວມ-ນໍ້າຕວນ ເມືອງໄຊຍະບູລີ, ກຸ່ມບ້ານປາກເປັດ ເມືອງຊຽງຮ່ອນ ແຂວງໄຊຍະບູລີ, ກຸ່ມບ້ານນໍ້າສຽມ ເມືອງຜາໄຊ ແຂວງຊຽງຂວາງ, ກຸ່ມບ້ານນໍ້າຣີ ເມືອງໝື່ນ ແຂວງວຽງຈັນ, ກຸ່ມບ້ານ ຜາແດງ ເມືອງກວັນ ແຂວງຫົວພັນ, ກຸ່ມບ້ານອອມ, ບ້ານອ່າວ ເມືອງອານຸວົງ, ກຸ່ມບ້ານ ໜອງພູນໄຊ ເມືອງລ້ອງແຈ້ງ, ກຸ່ມບ້ານຜູ້ ເມືອງທ່າໂທມ ແຂວງໄຊສົມບູນ, ກຸ່ມບ້ານ ກ້ອນຕື່ນ ເມືອງປາກທາ ແຂວງບໍ່ແກ້ວ, ກຸ່ມບ້ານທອງມີໄຊ ເມືອງວຽງທອງ ແຂວງບໍລິຄຳໄຊ, ກຸ່ມບ້ານປຸງເໜືອ, ເມືອງຫີນບູນ ແຂວງຄໍາມ່ວນ, ກຸ່ມບ້ານຄໍາຕື້ ເມືອງລະຄອນເພັງ ແຂວງສາລະວັນ ແລະ ກຸ່ມບ້ານຢືບ ເມືອງທ່າແຕງ ແຂວງເຊກອງ ຜ່ານການຈັດຕັ້ງປະຕິບັດວຽກງານຂອງບັນດາສະຫາຍພະນັກງານກໍ່ສ້າງຮາກຖານໃນໄລຍະ 3 ປີ ຜ່ານມາ ໄດ້ເຮັດໃຫ້ສະພາບແນວຄິດປະຊາຊົນຢູ່ທ້ອງຖິ່ນ ແລະ ຂອບເຂດຮັບຜິດຊອບຂອງຕົນມີຄວາມສະຫງົບ, ມີຄວາມອຸ່ນອ່ຽງທຸ່ນທ່ຽງ, ມີຄວາມເຊື່ອໝັ້ນຕໍ່ແນວທາງແຜນນະໂຍບາຍ, ມະຕິຄໍາສັ່ງຂອງອໍານາດການປົກຄອງທຸກຂັ້ນ. ສະພາບຂອງສັດຕູ ແລະ ກຸ່ມຄົນບໍດີຢູ່ຂອບເຂດຮັບຜິດຊອບໄດ້ຄ່ອຍໆຫຼຸດລົງ ແລະ ກ້າວໄປເຖິງມີຄວາມສະຫງົບໂດຍພື້ນຖານ, ປະຊາຊົນຮູ້ທາງທຳມາຫາກິນເພີ່ມພູນຜະລິດຜົນພັດທະນາຄອບຄົວຂອງຕົນເອງ, ກໍາລັງ ກປຊ-ປກສ ໄດ້ຮັບການເຝິກອົບຮົມ ແລະ ປັບປຸງທາງດ້ານການເມືອງ ແນວຄິດ ແລະ ການຈັດຕັ້ງນັບມື້ນັບດີຂຶ້ນ, ເຊິ່ງເຫັນໄດ້ຫຼາຍທ້ອງຖິ່ນຂອບເຂດຮັບຜິດຊອບຂອງພວກເຮົາສາມາດແກ້ໄຂໄດ້ບັນຫາປະກົດການຫຍໍ້ທີ່ເກີດຂຶ້ນ ເປັນຕົ້ນບັນຫາຢາເສບຕິດທີ່ເກີດຂຶ້ນຢູ່ຂອບເຂດຮັບຜິດຂອງກອງປະຕິບັດງານ213, ການແກ້ໄຂອັດປ່ອງຂ້າມລອຍຂອບເຂດຊາຍແດນ ກອງ 208, 216, 217 . ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນບັນດາເຜົ່າໄດ້ຮັບການປັບປຸງແກ້ໄຂ, ໂດຍສະເພາະການ ສ້າງພື້ນຖານໂຄງລ່າງ (ເສັ້ນທາງ, ໂຮງໝໍ, ໂຮງຮຽນ, ໄຟຟ້າ, ນໍ້າລິນ, ນໍ້າບາດານ ແລະ ອື່ນໆ) ແລະ ເຫັນໄດ້ວ່າ ຄອບຄົວທຸກຍາກຫຼຸດລົງເປັນກ້າວໆ, ລະບົບການສຶກສາກໍໄດ້ຮັບການປັບປຸງແກ້ໄຂທາງດ້ານການຮຽນ, ການສິດສອນຂອງຄູອາຈານ, ເດັກໃນເກນອາຍຸໄດ້ເຂົ້າຮໍ່າຮຽນແຕ່ 90% ຂຶ້ນໄປ, ຮັກສາໄດ້ຮີດຄອງປະເພນີອັນດີງາມ, ແຕ່ລະບ້ານຮັກສາໄດ້ວຽກງານ 3 ສະອາດ, ແມ່ຍິງ ແລະ ເດັກນ້ອຍໄດ້ຮັບການຢອດຢ່າ, ສັກຢາຕາມລະດູການ, ລະບົບເສັ້ນທາງກໍເຫັນໄດ້ວ່າຫຼາຍທ້ອງຖິ່ນ ໃນຂອບເຂດຮັບຜິດຊອບໄດ້ຮັບການບູລະນະ ຈາກໃນເມື່ອກ່ອນທຽວໄດ້ລະດູດຽວ ມາເຖີງປັດຈຸບັນ ສາມາດທຽວໄດ້ສອງລະດູ, ເຊິ່ງມັນໄດ້ສ້າງຄວາມສະດວກໃຫ້ພໍ່ແມ່ປະຊາຊົນໃນການໄປມາຫາສູ່ກັນ. ລະບົບປະຊາທິປະໄຕຢູ່ຮາກຖານບ້ານໄດ້ຮັບການປັບປຸງໂດຍສະເພາະແມ່ນ 5 ໜ່ວຍງານ ຂອງບ້ານໄດ້ຮັບການປັບປຸງທາງດ້ານທິດສະດີ, ພາລະບົດບາດສິດໜ້າທີ່ ແລະ ພາກປະຕິບັດຕົວຈິງ ມາຮອດປັດຈຸບັນນີ້ໄດ້ຄ່ອຍໆເຂົ້າສູ່ລະບົບ, ລະບຽບດີພໍສົມຄວນ. ຈາກນັ້ນ ສະຫາຍ ພັນເອກ ຄໍາເອ້ຍ ສຸກແສງເໜືອ ຮອງຫົວໜ້າກົມພະນັກງານກົມໃຫຍ່ການເມືອງກອງທັບ ຍັງໄດ້ຜ່ານຂໍ້ຕົກລົງເລື່ອນຊັ້ນຮ້ອຍໂທຂຶ້ນຮ້ອຍເອກ 39 ສະຫາຍ, ພ້ອມທັງຜ່ານຄໍາສັ່ງຖອດຖອນ ແລະ ນໍາສົ່ງໃຫ້ພະນັກງານຈົບກໍ່ສ້າງຮາກຖານ. ພ້ອມທັງໄດ້ມອບໃບຢັ້ງຢືນໃນການລົງກໍ່ສ້າງຮາກຖານການເມືອງໃຫ້ບັນດາສະຫາຍພະນັກງານກໍ່ສ້າງຮາກຖານການເມືອງທີ່ຈົບຈາກຮາກຖານກັບຄືນໄປຮັບໜ້າທີ່ຢູ່ກົມກອງ. ໃນໂອກາດດັ່ງກ່າວ, ສະຫາຍ ພົນຈັດຕະວາ ບົວໄລ ພົມມະວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ພະນັກງານກໍ່ສ້າງຮາກຖານສາມາດສ້າງມາໄດ້ ແລະ ຍົກໃຫ້ເຫັນຄວາມໝາຍ, ຄວາມສຳຄັນຂອງວຽກງານລົງກໍ່ສ້າງຮາກຖານ, ເປັນຕົ້ນແມ່ນວຽກງານການປັບປຸງທາງດ້ານແນວຄິດ, ທາງດ້ານເສດຖະກິດ-ສັງຄົມຕິດພັນກັບວຽກງານ 3ສ້າງ ແລະ 4ພາລະບົດບາດຂອງພະນັກງານກໍ່ສ້າງຮາກຖານ. ພ້ອມນັ້ນ, ກໍເນັ້ນໜັກໃຫ້ພະນັກງານກໍ່ສ້າງຮາກຖານການເມືອງຈົ່ງພ້ອມກັນສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງຍົກສູງຄວາມຮູ້ຄວາມສາມາດ, ຄຸນສົມບັດ, ສິນທຳປະຕິວັດ, ຈົງຮັກພັກດີຕໍ່ປະເທດຊາດ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ເຂັ້ມງວດຕໍ່ລະບຽບກົດໝາຍຂອງລັດ, ພ້ອມກັນເຮັດໜ້າທີ່ການເມືອງຂອງຕົນ, ພັດທະນາທ້ອງຖິ່ນ ແລະ ສ້າງກົມກອງຂອງຕົນໃຫ້ມີຄວາມສະຫງົບປອດໄພ ແລະ ເຕີບໃຫຍ່ເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ. ໂດຍ: ສຸເວດ ສີດາຄຳ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ