
ໂຮງງານເກີບທັນວາກອງທັບ ສະຫຼຸບຖອດຖອນບົດຮຽນວຽກງານຮອບດ້ານ ປະຈຳປີ 2023
ເວລາອອກຂ່າວ: 2024-05-29 08:36:43 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 472 | ຄວາມນິຍົມ:
ວັນທີ 24 ພຶດສະພາ 2024 ນີ້, ໂຮງງານເກີບທັນວາກອງທັບ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານຮອບດ້ານ ປະຈຳປີ 2023 ແລະ ທິດທາງແຜນການ ປະຈຳປີ 2024, ໂດຍການເປັນປະທານຂອງສະຫາຍ ພັນໂທ ສີຫາ ແກ້ວບຸນຊູ ກຳມະການຄະນະພັກ, ຫົວໜ້າພະແນກອຸປະໂພກ ກົມອຸປະ ໂພກ-ບໍລິໂພກ ກົມໃຫຍ່ພະລາທິການກອງທັບ, ມີຄະນະພັກ-ຄະນະອຳນວຍການ ແລະ ພະນັກງານ-ນັກຮົບພາຍໃນກົມກອງເຂົ້າຮ່ວມ.
ສະຫາຍ ພັນໂທ ແສງດາວັນ ຫົວໜ້າອຳນວຍການໂຮງງານເກີບທັນວາກອງທັບ ໄດ້ຜ່ານບົດສະຫຼຸບວຽກງານຮອບດ້ານປະຈຳປີ 2023 ແລະ ທິດທາງແຜນການ ປະຈຳປີ 2024 ເຊິ່ງໄດ້ຍົກໃຫ້ເຫັນຜົນງານຫຼາຍດ້ານທີ່ພົ້ນເດັ່ນ, ໂຮງງານການເກີບທັນວາກອງທັບ ເປັນຫົວໜ່ວຍການຜະລິດໜຶ່ງ ມີຖານະທຽບເທົ່າກອງພັນໃຫຍ່, ໜ້າທີ່ການ ເມືອງຕົ້ນຕໍຜະລິດເກີບແພຂຽວ, ຄໍສູງ, ພື້ນສູງ, ບາໂລແພຂຽວປະເພດແຜ່ນແພຕະກຸນແຂງຮັບໃຊ້ກອງທັບ ແລະ ຜະລິດຮັບໃຊ້ ສັງຄົມ, ໄດ້ຮັບເງິນເດືອນ, ເງິນ ນະໂຍບາຍຕ່າງໆ ຄືກັບກົມກອງບໍລິຫານ, ວຽກການຜະລິດແກ້ ໄຂຊີວິດການເປັນຢູ່, ໂດຍປະຕິ ບັດສັນຍາເຄື່ອງຮັບໃຊ້ກອງທັບປະຈຳປີ 2023 ປະກອບມີ: ຜະ ລິດເກີບແພຂຽວ, ແພລາຍໃຫ້ກົມກອງ 8 ເຫຼົ່າຮົບ ຈຳນວນ 99.000 ຄູ່, ເສື້ອຍືດຊ້ອນໃນສີຂຽວຄໍມົນ ແຂນສັ້ນ 80.000 ຜືນ, ໄດ້ຜະລິດມາຮອດປັດຈຸບັນນີ້ ແລະ ໄດ້ສົ່ງມອບ-ຮັບເຂົ້າສາງອຸປະໂພກ-ບໍລິໂພກສຳເລັດຕາມແຜນ 100% ນອກນັ້ນ, ໄດ້ຮັບຕັດຍິບເຄື່ອງນອກ (ຮັບໃຊ້ສັງຄົມ) ຫາລາຍໄດ້ ເຂົ້າໂຮງງານເປັນເງິນກຳໄລ 497.791.295 ກີບ, ທຽບໃສ່ ແຜນການປະຕິບັດໄດ້ລື່ນຄາດ ໝາຍ, ຄົ້ນຄວ້າອອກແບບເຄື່ອງວາງສະແດງ ແລະ ວາງຂາຍຈຳ ນວນໜຶ່ງໃນງານສະເຫຼີມສະ ຫຼອງວັນສ້າງຕັ້ງກອງທັບ ຄົບ ຮອບ 75 ປີ ເຊິ່ງໄດ້ເງິນທັງໝົດ 59.000.000 ກີບ, ປັບປຸງສະຖານທີ່ກົມກອງ, ພາຍຫຼັງທີ່ ໄດ້ເຊັນສັນຍາບົດບັນທຶກ ມອບ-ຮັບ ໂຄງການກໍ່ສ້າງພະລາທິການໄລຍະ 2 ພະນັກງານ-ນັກ ຮົບໄດ້ນຳໃຊ້ຫ້ອງການ, ຫໍພັກຫຼັງໃໝ່ ແລະ ໄດ້ຮັບການຕິດຕັ້ງເຄື່ອງຈັກໃສ່ຫ້ອງຜະລິດຈຳນວນ 170 ໜ່ວຍ, ໂຕະພັບແພ 1 ຊຸດ, ຕິດຕັ້ງເຄື່ອງຈັກອອກແບບການຜະລິດ 1 ຊຸດ, ຕິດຕັ້ງເຕົາລີດອາຍນໍ້າ 1 ຊຸດ ມາຮອດປັດຈຸບັນ ໄດ້ຕິດຕັ້ງປະກອບທົດລອງນຳໃຊ້ປົກກະຕິ.
ໂດຍ: ຄຳປະສົງ ລາດຊະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ