ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 20 ມີນາ 2025

  

ໂຮງງານ​ເກີບ​ທັນວາ​ກອງທັບ​ ສະຫຼຸບ​ຖອດ​ຖອນ​ບົດຮຽນ​ວຽກ​ງານ​ຮອບດ້ານ​ ປະຈຳ​ປີ 2023
ເວລາອອກຂ່າວ: 2024-05-29 08:36:43 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 473 | ຄວາມນິຍົມ:



ວັນ​ທີ 24 ພຶດສະພາ 2024 ນີ້, ໂຮງງານ​ເກີບ​ທັນວາ​ກອງທັບ​ ໄດ້​ຈັດ​ກອງ​ປະຊຸມ​ສະຫຼຸບ​ຖອດ​ຖອນບົດຮຽນ​ວຽກ​ງານ​ຮອບດ້ານ​ ປະຈຳ​ປີ 2023 ແລະ ທິດ​ທາງ​ແຜນການ​ ປະຈຳ​ປີ 2024, ໂດຍ​ການ​ເປັນ​ປະທານ​ຂອງສະຫາຍ ​ພັນ​ໂທ ສີ​ຫາ ແກ້ວ​ບຸນ​ຊູ ກຳມະການ​ຄະນະ​ພັກ, ຫົວໜ້າ​ພະ​ແນກ​ອຸປະໂພກ ກົມ​ອຸປະ ໂພກ-ບໍລິໂພກ ​ກົມ​ໃຫຍ່​ພະລາທິການ​ກອງທັບ, ມີຄະນະ​ພັກ-ຄະນະ​ອຳນວຍ​ການ ແລະ ພະນັກງານ-ນັກຮົບ​ພາຍ​ໃນ​ກົມ​ກອງ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ແສງ​ດາ​ວັນ ຫົວໜ້າ​ອຳນວຍ​ການ​ໂຮງງານ​ເກີບ​ທັນວາ​ກອງທັບ ໄດ້​ຜ່ານ​ບົດ​ສະຫຼຸບ​ວຽກ​ງານ​ຮອບດ້ານ​ປະຈຳ​ປີ 2023 ແລະ ທິດ​ທາງ​ແຜນການ ​ປະຈຳ​ປີ 2024 ເຊິ່ງ​ໄດ້​ຍົກ​ໃຫ້​ເຫັນ​ຜົນງານ​ຫຼາຍ​ດ້ານ​ທີ່​ພົ້ນ​ເດັ່ນ, ໂຮງງານ​ການ​ເກີບ​ທັນວາ​ກອງທັບ ​ເປັນ​ຫົວໜ່ວຍ​ການ​ຜະລິດ​ໜຶ່ງ ມີ​ຖານະ​ທຽບ​ເທົ່າ​ກອງພັນ​ໃຫຍ່, ໜ້າທີ່​ການ ເມືອງ​ຕົ້ນ​ຕໍຜະລິດ​ເກີບ​ແພ​ຂຽວ, ຄໍ​ສູງ, ພື້ນ​ສູງ, ບາ​ໂລ​ແພ​ຂຽວ​ປະເພດ​ແຜ່ນແພ​ຕະກຸນ​ແຂງ​ຮັບ​ໃຊ້​ກອງທັບ ແລະ ຜະລິດ​ຮັບໃຊ້​ ສັງຄົມ, ໄດ້​ຮັບ​ເງິນເດືອນ, ເງິນ​ ນະໂຍບາຍ​ຕ່າງໆ ​ຄື​ກັບກົມກອງ​ບໍລິຫານ, ວຽກ​ການ​ຜະລິດ​ແກ້​ ໄຂ​ຊີວິດ​ການ​ເປັນ​ຢູ່, ໂດຍ​ປະຕິ ບັດ​ສັນຍາ​ເຄື່ອງຮັບ​ໃຊ້​ກອງທັບ​ປະຈຳ​ປີ 2023 ປະກອບ​ມີ: ຜະ ລິດ​ເກີບ​ແພ​ຂຽວ, ແພ​ລາຍ​ໃຫ້​ກົມ​ກອງ 8 ເຫຼົ່າ​ຮົບ ຈຳນວນ 99.000 ຄູ່, ເສື້ອ​ຍືດ​ຊ້ອນ​ໃນ​ສີຂຽວ​ຄໍມົນ ​ແຂນ​ສັ້ນ 80.000 ຜືນ, ໄດ້​ຜະລິດ​ມາ​ຮອດ​ປັດຈຸ​ບັນ​ນີ້ ແລະ ໄດ້​ສົ່ງ​ມອບ-ຮັບ​ເຂົ້າ​ສາງ​ອຸປະໂພກ-ບໍລິໂພກ​ສຳເລັດ​ຕາມ​ແຜນ 100% ນອກ​ນັ້ນ, ​ໄດ້​ຮັບ​ຕັດຍິບ​ເຄື່ອງນອກ (ຮັບ​ໃຊ້​ສັງຄົມ) ຫາ​ລາຍໄດ້​ ເຂົ້າ​ໂຮງງານ​ເປັນ​ເງິນ​ກຳໄລ 497.791.295 ກີບ, ທຽບໃສ່​ ແຜນການ​ປະຕິບັດ​ໄດ້​ລື່ນ​ຄາດ ໝາຍ, ຄົ້ນ​ຄວ້​​າ​ອອກ​ແບບ​ເຄື່ອງ​ວາງສະແດງ ແລະ ວາງຂາຍຈຳ ນວນ​ໜຶ່ງ​ໃນ​ງານ​ສະເຫຼີມສະ ຫຼອງ​​ວັນ​ສ້າງຕັ້ງ​ກອງທັບ ​ຄົບ ຮອບ 75 ປີ ເຊິ່ງ​ໄດ້​ເງິນ​ທັງ​ໝົດ 59.000.000 ກີບ, ປັບປຸງ​ສະຖານທີ່​ກົມ​ກອງ, ພາຍຫຼັງ​ທີ່​ ໄດ້​ເຊັນ​ສັນຍາ​ບົດ​ບັນທຶກ ​ມອບ-ຮັບ​ ໂຄງການ​ກໍ່ສ້າງ​ພະລາທິການ​ໄລຍະ 2 ພະນັກງານ-ນັກ ຮົບ​ໄດ້​ນຳ​ໃຊ້​ຫ້ອງການ, ຫໍ​ພັກ​ຫຼັງ​ໃໝ່ ແລະ ໄດ້​ຮັບ​ການ​ຕິດ​ຕັ້ງ​ເຄື່ອງ​ຈັກ​ໃສ່​ຫ້ອງ​ຜະລິດ​ຈຳນວນ 170 ໜ່ວຍ, ໂຕະ​ພັບ​ແພ 1 ຊຸດ, ຕິດ​ຕັ້ງ​ເຄື່ອງ​ຈັກ​ອອກ​ແບບ​ການ​ຜະລິດ 1 ຊຸດ, ຕິດ​ຕັ້ງ​ເຕົາລີດ​ອາຍ​ນໍ້າ 1 ຊຸດ ມາຮອດ​ປັດຈຸ​ບັນ ​ໄດ້​ຕິດ​ຕັ້ງ​ປະກອບ​ທົດ​ລອງ​ນຳ​ໃຊ້​ປົກກະຕິ. ໂດຍ: ຄຳ​ປະສົງ ລາດ​ຊະ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ