
ທະຫານແຂວງຫຼວງພະບາງ ຕ້ອນຮັບການມາຢ້ຽມຢາມ ແລະ ເຮັດວຽກ ຂອງຄະນະຜູ້ແທນວິທະຍາຄານເຕັກໂນໂລຊີ ປ້ອງກັນຊາດ ສປ ຈີນ
ເວລາອອກຂ່າວ: 2024-05-29 08:38:18 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 441 | ຄວາມນິຍົມ:
ໃນວັນທີ 25 ພຶດສະພາ 2024 ນີ້, ສະຫາຍ ພັນເອກ ພິເສດ ຮສ ປອ ຮ່ວງຢົງ ຫົວໜ້າພະແນກອາຊີອາຄະເນ ພ້ອມດ້ວຍຄະນະຄູອາຈານ-ນັກສຶກສາວິທະຍາ ຄານເຕັກໂນໂລຊີ ປ້ອງກັນຊາດ ສປ ຈີນ, ໄດ້ເດີນທາງມາຢ້ຽມ
ແລະ ເຮັດວຽກຢູ່ກອງບັນຊາການທະຫານແຂວງຫຼວງພະບາງ, ໂດຍມີ ສະຫາຍ ພັນເອກ ວິລະສິນ ມິດຕະພອນ ຮອງຫົວ ໜ້າຫ້ອງການເມືອງກອງບັນ ຊາການທະຫານແຂວງຫຼວງພະບາງ ພ້ອມຄະນະໃຫ້ການຕ້ອນ ຮັບ.
ສະຫາຍ ພັນເອກ ວິລະສິນ ມິດຕະພອນ ໄດ້ລາຍງານຈຸດພິ ເສດພູມສາດ, ລວມທັງການພັດ ທະນາເສດຖະກິດ-ສັງຄົມຂອງແຂວງ ໃຫ້ຮູ້ວ່າ: ແຂວງຫຼວງພະບາງເປັນແຂວງໜຶ່ງຕັ້ງຢູ່ພາກເໜືອຂອງລາວ ມີເນື້ອທີ່ທັງໝົດ 16.875 ກິໂລຕາແມັດ, ພື້ນທີ່ສ່ວນຫຼາຍ່ເປັນພູດອຍ, ມີເຂດແດນຕິດກັບ 6 ແຂວງພາກເໜືອລາວ, ການປົກຄອງ ມີ 1 ນະຄອນ, 11 ເມືອງ, ມີພົນລະເມືອງ 400.000 ກວ່າຄົນ, ອາຊີບປະຊາຊົນສ່ວນຫຼາຍແມ່ນຢຶດຖື ເອົາການກະສິກຳປູກຝັງ-ລ້ຽງ ສັດ ແລະ ບໍລິການເປັນຕົ້ນຕໍ, ໄລຍະຜ່ານມາ ກອງບັນຊາການ ທະຫານແຂວງຫຼວງພະບາງ ໄດ້ພົວພັນຮັດແໜ້ນຄວາມສາ ມັກຄີກັບກົງສູນໃຫຍ່ ສປ ຈີນ ປະຈຳແຂວງຫຼວງພະບາງດ້ວຍ ການຈັດຕັ້ງຄະນະໄປອວຍພອນ ຊຸກຍູ້ໃຫ້ກຳລັງໃຈເຊິ່ງກັນ ແລະ ກັນໃນຍາມວັນບຸນສຳຄັນຕ່າງໆຂອງທັງສອງຊາດ, ທັງພົວພັນແລກປ່ຽນບົດຮຽນກັນ ແລະ ກັນເປັນປົກກະຕິ. ພ້ອມກັນນີ້, ຍັງໄດ້ຈັດຕັ້ງກຳລັງປ້ອງກັນບັນດາໂຄງການກໍ່ສ້າງເຂື່ອນໄຟຟ້າ, ໂຄງການຂຸດຄົ້ນບໍ່ແຮ່, ໂຄງ
ການເສັ້ນທາງລົດໄຟ ລາວ-ຈີນ ແລະ ໂຄງການອື່ນໆ ລວມທັງໝົດ 16 ໂຄງການ ເຊິ່ງຜ່ານມາສາມາດຮັບປະກັນຄວາມປອດໄພໃຫ້ແກ່ການລົງທຶນຂອງ
ສປ ຈີນ. ໂອກາດນີ້, ຍັງໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກ ຂອງສະຫາຍ ຮສ ປອ ຮ່ວງຢົງ ພ້ອມດ້ວຍຄະນະຢູ່ກອງບັນຊາການທະຫານ
ແຂວງຫຼວງພະບາງໃນຄັ້ງນີ້ສຸດທີ່ມີຄວາມໝາຍສຳຄັນ, ເປັນການເສີມຂະຫຍາຍມູນເຊື້ອສາຍພົວພັນສາມັກຄີໄມຕີຈິດມິດຕະພາບ ລະຫວ່າງ ສອງຊາດ, ສອງກອງທັບລາວ-ຈີນ ໃຫ້ນັບມື້ກ່າວເຂົ້າສູ່ລວງເລິກ.
ໂອກາດດຽວກັນນີ້, ສະຫາຍ ພັນເອກ ພິເສດ ຮສ ປອ ຮ່ວງຢົງ ໄດ້ສະແດງຄວາມຮູ້ສຶກດີໃຈ ແລະ ຕີຄວາມໝາຍສູງໃນການຕ້ອນຮັບອັນອົບອຸ່ນ, ພ້ອມທັງ ລາຍງານຈຸດປະສົງໃນການ ເຄື່ອນໄຫວພົບປະຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້ ເພື່ອນຳພາຄະນະ ຄູ-ອາຈານ ແລະ ນັກສຶກສາປີທີ 4 ຂອງວິທະຍາຄານ ເຕັກໂນໂລຊີ ປ້ອງກັນຊາດ ສປ ຈີນເຄື່ອນໄຫວຢ້ຽມຢາມທັດ
ສະນະສຶກສາແລກປ່ຽນບົດ ຮຽນທາງດ້ານວັດທະນະທຳ-ສັງຄົມລາວ ຢູ່ເມືອງມໍລະດົກ ໂລກ. ໂອກາດນີ້ທັງສອງຝ່າຍຍັງໄດ້ມອບຂອງຂວັນທີ່ລະນຶກໃຫ້ກັນ ແລະ ກັນຕື່ມອີກ.
ໂດຍ: ສົມພອນ ສຸວັນທອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ