
ຮອງຫົວໜ້າຫ້ອງການ ກົມໃຫຍ່ເສນາທິການກອງທັບ ເຄື່ອນໄຫວກວດກາຜົນກະທົບຈາກໄພພິບັດທຳມະຊາດ ຢູ່ກອງພັນໃຫຍ່ 102
ເວລາອອກຂ່າວ: 2024-05-29 08:42:44 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 451 | ຄວາມນິຍົມ:
ໃນວັນທີ 23 ພຶດສະພາ 2024 ນີ້, ສະຫາຍ ພັນເອກ ປາດຖະໜາ ບຸດຕິຈັກ ຮອງຫົວໜ້າຫ້ອງການກົມໃຫຍ່ເສນາທິການ, ຫົວໜ້າຄະນະກວດກາຜົນກະທົບ ຂອງກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວກວດກາຜົນກະທົບຈາກໄພພິບັດທຳມະຊາດ ຢູ່ ກອງພັນໃຫຍ່ 102 ກອງພົນທີ 1, ເຊິ່ງສະຫາຍ ພັນໂທ ຄຳໄພວັນ ພະຈັນທອງ ຫົວໜ້າການເມືອງ ກອງພັນໃຫຍ່ 102
ພ້ອມດ້ວຍຄະນະ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ.
ໃນໂອກາດດັ່ງກ່າວນີ້, ສະຫາຍ ພັນໂທ ຄຳໄພວັນ ພະຈັນທອງ ຕາງໜ້າໃຫ້ແກ່ຄະນະ ພັກ-ຄະນະບັນຊາກອງພັນໃຫຍ່ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການເຄື່ອນໄຫວພົບປະໂອ້ລົມ ແລະ ເຮັດວຽກ ຂອງສະຫາຍ ຮອງຫົວໜ້າຫ້ອງການ ກົມໃຫຍ່ເສນາທິການກອງທັບ, ພ້ອມທັງລາຍງານໂດຍຫຍໍ້ກ່ຽວກັບສະພາບທີ່ຕັ້ງ, ຈຸດພິເສດ ແລະ ໜ້າທີ່ຕົ້ນຕໍຂອງກົມກອງ. ຈາກນັ້ນ, ສະຫາຍ ພັນໂທ ບຸນທ່ຽງ ໄຊຍະຈິດ ຫົວໜ້າພະແນກພະລາທິການ ກອງ
ພັນໃຫຍ່102 ໄດ້ລາຍງານສະພາບໄພພິບັດທີ່ເກີດຂຶ້ນພາຍໃນກົມກອງ ເຊິ່ງໃຫ້ຮູ້ວ່າ: ໃນວັນທີ 16 ເມສາ 2024 ໄດ້ເກີດມີຝົນຕົກ, ລົມແຮງ ຈາກພາຍຸລະດູຮ້ອນພັດຖະຫຼົ່ມເຮືອນຊານບ້ານຊ່ອງ ຂອງປະຊາຊົນ ແລະ ຄ້າຍທະຫານ ກໍຄືກອງພັນໃຫຍ່ 102 ເຊິ່ງໄດ້ສ້າງຄວາມເສຍຫາຍຫຼາຍສົມຄວນ, ຄວາມເສຍຫາຍ
ເບື້ອງຕົ້ນແມ່ນເຮືອນນອນ, ຫ້ອງການ, ສະໂມສອນ, ເຮືອນຄົວ ເພພັງ, ຫຼັງຄາຖືກລົມພັດປິວຈຳນວນໜຶ່ງ, ເສົາໄຟຟ້າລົ້ມເນີ້ງເຮັດໃຫ້ໄຟຟ້າດັບ, ສ່ວນກໍາລັງທະ
ຫານບໍ່ມີໃຜໄດ້ຮັບບາດເຈັບ.
ຈາກນັ້ນ, ສະຫາຍ ພັນເອກ ປາດຖະໜາ ບຸດຕິຈັກ ພ້ອມດ້ວຍຄະນະ ແລະ ພະແນກການທີ່ກ່ຽວຂ້ອງ ໄດ້ເຄື່ອນໄຫວເກັບກຳຂໍ້ມູນຄວາມເສຍຫາຍຕົວຈິງຂອງກົມກອງ, ເພື່ອນຳໄປປະເມີນຄ່າຄວາມເສຍຫາຍ, ຄົ້ນຄວ້າພິ
ຈາລະນາ ເພຶ່ອສະເໜີຂັ້ນເທິງຊ່ວຍເຫຼືອ ແລະ ສ້ອມແປງໃຫ້ຄືນສູ່ສະພາບເດີມ ໃຫ້ທ່ວງທັນເວລາ.
ໂດຍ: ຊັນໂດ ລາດຊະພູມີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ