ຄະນະພັກຮາກຖານ ອົງການສູນບັນຊາ 761 ດຳເນີນກອງປະຊຸມໃຫຍ່ ຄັ້ງທີ V
ເວລາອອກຂ່າວ: 2024-05-29 08:44:48 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 414 | ຄວາມນິຍົມ:
ວັນທີ 22 ພຶດສະພາ 2024 ນີ້, ຄະນະພັກຮາກຖານ ອົງການສູນບັນຊາ 761 ໄດ້ດຳເນີນກອງປະຊຸມໃຫຍ່ ຄັ້ງທີ V, ໂດຍການເປັນປະທານ ຂອງ ສະຫາຍ ພົນຈັດຕະວາ ອຸ່ນທອງ ບຸດສຸວັນ ກໍາມະການຄະນະພັກອົງການກົມໃຫຍ່, ຫົວໜ້າກົມປ້ອງກັນອາກາດ ກົມໃຫຍ່ເສນາທິການກອງທັບ, ມີຄະນະພັກຮາກຖານ, ສະມາຊິກພັກສົມບູນ ແລະ ສຳຮອງ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ພັນໂທ ເສີມ ບຸນຍະສານ ເລຂາຄະນະພັກ ຮາກຖານ, ຫົວໜ້າການເມືອງອົງການສູນບັນຊາ 761 ໄດ້ຜ່ານສະຫຼຸບບົດລາຍງານການເມືອງທັງສອງພາກ ຕະຫຼອດໄລຍະຜ່ານມາ, ຄະນະພັກຮາກຖານ ໄດ້ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ແກ່ສະມາຊິກພັກ, ພະນັກງານ-ນັກຮົບ ເຊື່ອມຊຶມກຳແໜ້ນແນວທາງຂອງພັກ, ລະບຽບກົດໝາຍຂອງລັດ ເປັນຕົ້ນແມ່ນບັນດາມະຕິ, ຄຳສັ່ງ ແລະ ເອກະສານສຳຄັນຕ່າງໆຂອງພັກ, ຂອງຊາດ, ມູນເຊື້ອ ຂອງກອງທັບປະຊາຊົນລາວ ຕິດພັນກັບການດຳເນີນຊີວິດການເມືອງພາຍໃນພັກເປັນປົກກະຕິ ຕາມ 5 ຫຼັກການ 3 ທິດນຳຂອງພັກ ກໍ່ສ້າງພັກໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ ທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນການນຳພາ ເຊິ່ງຄະນະພັກຮາກຖານ ມີ 3 ໜ່ວຍພັກຂຶ້ນກັບໄດ້ຮັບການຢັ້ງຢືນເປັນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ 5 ສະໄໝ, ສາມາດຕີລາຄາແບ່ງປະເພດສະມາຊິກພັກແຂງ ໄດ້ 80 ສະຫາຍ, ກາງ 2 ສະຫາຍ ແລະ ໄດ້ຂະຫາຍມະຫາຊົນເຂົ້າເປັນສະມາຊິກພັກໄດ້ 26 ສະຫາຍ ນອກນັ້ນ, ຍັງໄດ້ຮັບການຢັ້ງຢືນເປັນກົມກອງ 3 ປອດປະເພດ I, ກົມກອງລວມໝູ່ໄດ້ຮັບການຍ້ອງຍໍຫຼຽນໄຊແຮງງານ ຊັ້ນ III, 2 ໜ່ວຍ ແລະ ບຸກຄົນໄດ້ຮັບໃບຍ້ອງຍໍຈາກລັດຖະບານ, ກະຊວງປ້ອງກັນປະເທດ ຈຳນວນ 177 ສະຫາຍ, ຄະນະພັກຍັງໄດ້ຖືເອົາວຽກງານພະລາທິການແກ້ໄຂຊີວິດການເປັນຢູ່ ຕາມທິດ 4 ປູກ 4 ລ້ຽງ ເພື່ອສ້າງກົມກອງ ເພິ່ງຕົນເອງ ກູ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຕາມທ່າແຮງບົມຊ້ອນຂອງກົມກອງ ເອົາການປູກຝັງ-ລ້ຽງສັດ ເປັນຫຼັກ ປູກຜັກຕາມລະດູການສາມາດເພື່ອຕອບສະໜອງເຂົ້າເຮືອນຄົວລວມຢ່າງເປັນປົກກະຕິ. ກອງປະຊຸມຍັງໄດ້ປ່ອນບັດຄັດເລືອກເອົາຄະນະພັກຮາກຖານຊຸດໃໝ່ ເລືອກໄດ້ຄື: ສະຫາຍ ພັນໂທ ເສີມ ບຸນຍະສານ ເປັນເລຂາ, ພັນໂທ ຈັນສະໝອນ ໃບທອງສີ ເປັນຮອງເລຂາ, ພັນໂທ ຄຳມ່ວນ ທິດພາວັນ, ພັນໂທ ບຸນອ້ອມ ພົມມະຫອມ ແລະ ພັນໂທ ພິລາວົງ ພັກດີ, ຮ້ອຍເອກ ຫຼຽນທອງ ສີງສາຍຄຳ, ຮ້ອຍເອກ ບຸນມາ ທຳມະວົງ ເປັນກຳມະການ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ອຸ່ນທອງ ບຸດສຸວັນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ໂອ້ລົມຕໍ່ຄະນະພັກຊຸດໃໝ່ ເນັ້ນໜັກໃຫ້ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ເປັນແບບຢ່າງນຳໜ້າທຸກຂົງເຂດວຽກງານ, ຖືເອົາການປັບປຸງແບບແຜນວິທີເຮັດວຽກໃຫ້ສອດຄອງກັບສະພາບຕົວຈິງ ໄປພ້ອມກັບການກໍ່ສ້າງຮາກຖານຂອງພັກ, ການດຳເນີນຊີວິດພາຍໃນພັກໃຫ້ເປັນປົກກະຕິນຳເອົາບັນດາມະຕິ, ຄຳສັ່ງ, ແນວທາງຂອງພັກ ມາຈັດຕັ້ງເຜີຍແຜ່ເຮັດໃຫ້ສະມາຊິກພັກ ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສີນທຳປະຕິວັດແນ່ໃສ່ກໍສ້າງພັກໃຫ້ປອດໃສ ເຂ້ັມແຂງ ໜັກແໜ້ນ ຢ່າງບໍ່ຢຸດຢັ້ງ.
ໂດຍ: ພຸດທະວອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ