ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 06 ກຸມພາ 2025

  

ປະກາດການ​ແຕ່ງຕັ້ງ​ໜ້າທີ່​ໃຫ້​ນາຍ​ທະຫານ ​ຢູ່​ກອງພັນ 415 ກອງບັນຊາການທະຫານ​ແຂວງ​ຫຼວງ​ພະ​ບາງ
ເວລາອອກຂ່າວ: 2024-05-29 08:46:39 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 358 | ຄວາມນິຍົມ:



ພິທີ​ປະກາດການ​ແຕ່ງຕັ້ງໜ້າທີ່​ໃຫ້​ນາຍ​ທະຫານ​ຢູ່ກອງພັນ 415 ກອງບັນຊາການທະຫານ​ແຂວງ​ຫຼວງ​ພະ​ບາງ ໄດ້​ຈັດ​ຂຶ້ນ​ວັນ​ທີ 27 ພຶດສະພາ 2024 ນີ້, ໂດຍ​ການ​ເປັນ​ປະທານຂອງ ສະຫາຍ ພົນ​ຈັດຕະວາ ສີ​ວິ​ໄຊ ເພັງ​ສັນຕິ​ສຸກ ຫົວໜ້າ​ການເມືອງ​ ກອງ​ບັນຊາ​ການ​ທະຫານ​ແຂວງ​ຫຼວງ​ພະ​ບາງ, ມີ​ຄະນະ​ພັກ-ຄະນະ​ບັນຊາ​ກົມ​ກອງ, ພະແນກການ​ທີ່​ກ່ຽວຂ້ອງຕະຫຼອດ​ຮອດ​ພະນັກງານ-ນັກຮົບ ​ພາຍ​ໃນ​ກອງພັນ​ເຂົ້າ​ຮ່ວມ. ໂອກາດ​ນີ້, ສະຫາຍ ພັນ​ໂທ ອຸ່ນ ລັດຕະນະ ຮອງ​ຫົວໜ້າ​ພະ​ແນກ​ພະນັກງານ ກອງບັນຊາການ​ທະຫານ​ແຂວງ ໄດ້​​ຜ່ານ​ຂໍ້​ຕົກລົງ ຂອງ​ກອງ​ບັນຊາ​ການ​ທະຫານ​ແຂວງ​ຫຼວງ​ພະ​ບາງ ວ່າ​ດ້ວຍ​ການ​ຍົກຍ້າຍ ສະຫາຍ ພັນ​ໂທ ສີ​ຈັນ ໄຊ​ຍະ​ວັນ ຫົວໜ້າ​ການເມືອງ​ກອງພັນ 415 ໄປ​ຮັບ​ໜ້າທີ່​ໃໝ່​ຢູ່​ກອງ​ບັນຊາ​ການ​ທະຫານ​ເມືອງ​ປາກ​ອູ ແລະ ​ແຕ່ງຕັ້ງ ສະຫາຍ ພັນ​ໂທ ພອນ​ວັນ ມີ​ປະເສີດ ເປັນ​ຫົວໜ້າ​ການເມືອງ​ກອງພັນ 415 ກອງບັນຊາການທະຫານ​ແຂວງ​ຫຼວງ​ພະ​ບາງ ຕາມ​ຂໍ້​ຕົກລົງ​ ຂອງ​ກົມ​ໃຫຍ່​ການເມືອງ​ກອງທັບ​ປະຊາຊົນ​ລາວ ນອກ​ນີ້, ຍັງ​ໄດ້​ປະກາດ​ແຕ່ງຕັ້ງ​ໜ້າທີ່​ໃຫ້​ພະນັກງານ​ຂັ້ນ​​ໝວດ ຕື່ມ​ອີກ​ຈຳນວນ​ໜຶ່ງ. ສະຫາຍ ພົນ​ຈັດຕະວາ ສີ​ວິ​ໄຊ ເພັງ​ສັນຕິ​ສຸກ ໄດ້​ມີ​ຄຳ​ເຫັນ​ໂອ້​ລົມ​​ວ່າ: ການ​ປະກາດ​ແຕ່ງຕັ້ງ​ມອບ​ໝາຍ​ໜ້າທີ່​ຂອງ​ພະນັກງານ ເປັນ​ກົດເກນ​ການ​ເຕີບ​ໃຫຍ່​ຂະຫຍາຍຕົວ​ ຂອງ​ນາຍ​ທະຫານ, ເປັນ​ການ​ປັບປຸງ​ບູລະນະ​ກົງຈັກ​ການຈັດຕັ້ງ​ນຳ ພາ-ບັນຊາ​ໃນ​ກຳລັງ​ປະກອບ​ອາວຸດ​ໃຫ້​ເຂັ້ມແຂງ​ໜັກ​ແໜ້ນ​ຮອບດ້ານ ເພື່ອ​ເຮັດ​ສຳເລັດ​ໜ້າທີ່​ປົກ​ປັກ​ຮັກສາ ແລະ ພັດທະນາ​ປະເທດ​ຊາດ ໃນ​ໄລຍະ​ໃໝ່. ພ້ອມ​ທັງ​ເນັ້ນໜັກ​ໃຫ້​ຜູ້​ທີ່​ໄດ້​ຮັບ​ໜ້າທີ່​ໃໝ່​ໃນ​ຄັ້ງ​ນີ້ ຈົ່ງ​ເພີ່ມ​ທະວີ​ເອົາໃຈໃສ່​ຈັດ​ຕັ້ງ​ນຳພາ-ບັນຊາ​ກົມ​ກອງ​ຢ່າງ​ຕັ້ງໜ້າ, ສຸມ​ທຸກ​ສະຕິ​ປັນຍາ​ເຫື່ອແຮງ​ເຂົ້າ​ໃນ​ການ ປຸກລະດົມ​ຂົນຂວາຍ​ພະນັກງານ-ນັກຮົບ ພາຍ​ໃນ​ກົມ​ກອງ​ໃຫ້​ມີ​ຄຸນ​ທາດ​ການເມືອງ​ທີ່​ໜັກ​ແໜ້ນ, ແຂັ້ມ​ແຂງ​ທາງ​ດ້ານ​ການຈັດຕັ້ງ ໄປ​ຄຽງ​ຄູ່​ກັນ​ນັ້ນ​ ​ຕ້ອງ​ໄດ້​ເຕົ້າໂຮມ​ຄວາມ​ສາມັກຄີ​ພາຍ​ໃນ-ພາຍ​ນອກ​ໃຫ້​ເປັນ​ປຶກ​ແຜ່ນ​ແໜ້ນໜາ, ມີ​ຄວາມ​ຮັບຜິດຊອບ​ສູງ​ຕໍ່ໜ້າ​ທີ່​ວຽກ​ງານກ້າ​ເຮັດ​ກ້າ​ຕັດ​ສີນ​ໃຈ ແລະ ກ້າ​ຮັບຜິດຊອບ, ບົນ​ພື້ນຖານ​ຕາມ​ຫຼັ້ກ​ການ​ຄວາມ​ຖືກຕ້ອງ ເຮັດ​ວຽກ​ເປັນ​ໝູ່​ຄະນະເຄົາລົບ​ຫຼັກການ​ລວມ​ສູນ​ປະຊາທິປະໄຕ ແລະ ຕັ້ງໜ້າ​ປະກອບສ່ວນ​ປັບປຸງ​ກໍ່ສ້າງ​ກົມ​ກອງ ​ວັດທະນະທຳ​ໃຫ້​ປະກົດ​ຜົນ​ເປັນ​ຈິງ. ໂດຍ: ບຸນ​ເພັງ ວົງ​ແກ້ວ​ມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ