ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 09 ກຸມພາ 2025

  

ຄະນະ​ພັກ​ຮາກ​ຖານ ພະ​ແນກ​ພະລາທິການ ກອງພັນ​ໃຫຍ່ 611 ສຳເລັດ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ I
ເວລາອອກຂ່າວ: 2024-05-29 08:49:04 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 452 | ຄວາມນິຍົມ:



ກອງ​ປະຊຸມ​ໃຫຍ່​ສະມາຊິກ​ພັກ ຄັ້ງ​ທີ I ຂອງ​ຄະນະ​ພັກ​ຮາກ​ຖານ ພະ​ແນກ​ພະລາທິການ ກອງພັນ​ໃຫຍ່ 611 ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 9 ພຶດສະພາ 2024 ນີ້, ໂດຍ​ການ​ເປັນ​ປະທານ ຂອງ​ສະຫາຍ ພັນ​ເອກ ອຸໄທ ຖະໜອມ​ໃຈ ເລຂາ​ຄະນະ​ພັກ, ຫົວໜ້າ​ການເມືອງ ກອງພັນ​ໃຫຍ່ 611, ມີ​ຄະນະ​ພັກ​ຮາກ​ຖານ, ພະ ນັກງານ​ສະມາຊິກ​ພັກ​ສົມບູນ ແລະ ສຳຮອງ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ຄຳ​ລຸນ ພິລາ​ວັນ ເລຂາ​ຄະນະ​ພັກ​ຮາກ​ຖານ, ຫົວໜ້າ​ພະ​ແນກ​ພະລາທິການ ໄດ້ຜ່ານ​ບົດ​ລາຍ​ງານ​ການເມືອງ​ທັງ​ສອງ​ພາກ ​ຍົກ​ໃຫ້​ເຫັນ​ຜົນງານ ແລະ ຜົນສຳເລັດ​ໃນ​ຫຼາຍ​ດ້ານ​ພົ້ນ​ເດັ່ນ​ທີ່​ສ້າງໄດ້​ຕະຫຼອດ​ໄລຍະ​ທີ່​ຜ່ານ​ມາ ແລະ ທິດ​ທາງ​ນຳພາ 5 ປີ​ຕໍ່ໜ້າ ໂດຍ​ປິ່ນ​ອ້ອມ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ​ທີ່​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ ຕິດ​ພັນ​ກັບ​ໜ້າທີ່​ການເມືອງ​ຂອງ​ກົມ​ກອງ ໂດຍ​ຖື​ເອົາ​ການ​ສຶກ​ສາ​ອົມ​ຮົບ​ການເມືອງ-ນຳພາ​ແນວ​ຄິດ​ເປັນ​ບັນຫາ​ສຳຄັນ​ເຊື່ອມ​ຊຶມ​ກໍາແໜ້ນ​ແນວທາງ​ນະໂຍບາຍ​ຂອງ​ພັກ, ບັນດາ​ກົດໝາຍ​ຂອງ​ລັດ ແລະ ຂອງ​ກອງທັບ, ພະນັກງານ-ສະມາຊິກ​ພັກ ​ມີ​ແນວ​ຄິດ​ອຸ່ນ​ອຽນ​ທຸ່ນ​ທ່ຽງ, ມີ​ຄວາມ​ສາມັກຄີ​ເປັນ​ເອກະ​ພາບ​ພາຍ​ໃນ, ມີ​ຄຸນ​ທາດ​ການເມືອງ​ໜັກ​ແໜ້ນ, ມີ​ຄຸນ​ນະ​ສົມບັດ​ສິນ​ທຳ​ປະຕິວັດ, ຖື​ວຽກ​ງານ​ກໍ່ສ້າງ​ພັກ-ພະນັກງານ​ຕາມ 5 ຫຼັກ​ການ 3 ທິດ​ນຳ​ຂອງ​ພັກ​ຕິດ​ພັນ​ກັບ​ການ​ກໍ່ສ້າງ​ພັກ​ໃຫ້​ເຂັ້ມແຂງ​ທັງ 4 ດ້ານ ແນໃສ່​ຍົກ​ສູງ​ຄຸນ​ທາດ​ການເມືອງ​ຂອງ​ພະນັກງານ​ສາ​ມະ​ຊິກ​ພັກ ນອກ​ນັ້ນ, ຍັງ​ໄດ້​ຊີ້​ນຳ​ພະນັກງານ-ນັກຮົບ​ເອົາໃຈໃສ່​ຕໍ່ໜ້າ​ທີ່​ວຽກ​ງານ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ພາຍ​ໃນ​ກົມ​ກອງ​ ໂດຍ​ຖື​ເອົາ​ການ​ປູກຝັງ-ລ້ຽງສັດ ແລະ ບໍລິການ​ຕ່າງໆ​ຕາມ​ເງື່ອນໄຂ​ທ່າແຮງ​ບົ່ມ​ຊ້ອນ​ ​ເພື່ອ​ຮັບປະກັນ​ໃຫ້​ແກ່​ຊີວິດ​ການ​ເປັນ​ຢູ່​ໃຫ້​ນັບ​ມື້​ດີ​ຂຶ້ນ​ເທື່ອ​ລະ​ກ້າວ. ປັດຈຸບັນ​ ຄະນະພັກຮາກຖານ ພະ​ແນກ​ພະລາທິການ ​ປະກອບ​ມີ 4 ໜ່ວຍ​​ພັກ​ຂຶ້ນ​ກັບ, ມີ​ສະມາຊິກ​ພັກ​ທັງ​ໝົດ 46 ສະຫາຍ, ສົມບູນ 44 ສະຫາຍ, ຍິງ 11 ສະຫາຍ, ສຳຮອງ 2 ສະຫາຍ. ຈາກ​ນັ້ນ, ກອງ​ປະຊຸມ​ຍັງ​ໄດ້​ປ່ອນ​ບັດ​ຄັດ​ເລືອກ​ເອົາ​ຄະນະ​ພັກ​ຮາກ​ຖານ​ຊຸດ​ໃໝ່​ ເລືອກ​ເອົາ ສະຫາຍ ພັນ​ໂທ ຄຳ​ລຸນ ພິລາ​ວັນ ເປັນ​ເລຂາ​ຄະນະ​ພັກ​ຮາກ​ຖານ, ສະຫາຍ ພັນ​ໂທ ແກ້ວ​ອຸດອນ ແສນ​ຜາ​ສຸກ ເປັນ ຮອງ​ເລຂາ​, ສະຫາຍ ພັນ​ຕີ ແກ້ວ​ອຸດອນ ສີ​ທອງ, ສະຫາຍ ​​ພັນ​ຕີ ບຸນ​ປອນ ພັກດີ​ສີ​ສຸກ, ສະຫາຍ ພັນ​ຕີ ບົວ​ຮອງ ວໍລະ​ເຊດ ເປັນ​ກຳມາ​ການ​ຄະນະ​ພັກ​ຮາກ​ຖານ. ໂດຍ: ພູ​ວາ ເພຍ​ຄຳ​ໂງ່ນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ