ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 20 ມີນາ 2025

  

ເອົາໃຈໃສ່​ຄຸ້ມ​ຄອງ​ພາຫະນະ​ເຕັກນິກ ໃຫ້​ມີ​ປະສິດທິພາບ ແລະ ນຳ​ໃຊ້​ໄດ້​ຍາວ​ນານ
ເວລາອອກຂ່າວ: 2024-05-29 08:50:19 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 449 | ຄວາມນິຍົມ:



ຫ້ອງ​ເຕັກນິກ ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ສົມບູນ ມີ​ພາລະ​ບົດບາດ​ເປັນ​ເສນາ​ທິ​ການ​ຮັບປະກັນ​ດ້ານ​ວຽກ​ງານ​ເຕັກນິກ ໃຫ້​ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ສົມບູນ ເປັນຕົ້ນ​ແມ່ນ​ຮັບປະກັນ​ດ້ານ​ເຕັກນິກ​ການ​ທະຫານ, ອາວຸດ-ກະສຸນ ແລະ ອຸປະກອນ​ເຕັກນິກ​ຂອງ​ກົມ​ກອງ ໃຫ້​ພຽງພໍ​ທາງ​ດ້ານ​ຈຳນວນ ແລະ ​ຄຸນ​ນະ​ພາບ, ຮັບປະກັນ​ຄວາມ​ປອດ​ໄພ​ໃນ​ເວລາ​ນຳ​ໃຊ້ ເພື່ອ​ແນ​ໃສ່​ເຮັດ​ໃຫ້​ກົມ​ກອງ​ເຄື່ອນ​ໄຫວ​ເຮັດ​ສຳເລັດ​ໜ້າທີ່​ກຽມພ້ອມ​ສູ້​ຮົບ ແລະ ສູ້​ຮົບ​ມີ​ໄຊ ທັງ​ຮັບປະ ກັນ​ໃຫ້​ແກ່​ການ​ອົບຮົມ-ຫັດ​ແອບ, ປັບປຸງ​ກໍ່ສ້າງ​ກຳລັງ ໃນ​ແຕ່​ລະ​ໄລຍະ ມີ​ຜົນສຳເລັດ​ສູງ. ສະຫາຍ ພັນ​ເອກ ສີ​ສະໄຫວ ຄຳ​ພິ​ມາ ຫົວໜ້າ​ຫ້ອງ​ເຕັກນິກ ກອງ​ບັນຊາ​ການ​ທະຫານ​ແຂວງ ໄຊ​ສົມບູນ ​ໃຫ້​ຮູ້​ວ່າ: ເພື່ອ​ຕອບ​ສະໜອງ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ໜ້າທີ່​ການເມືອງ ໃນ​ສະພາບ​ການ​ໃໝ່ ແລະ ປະຕິ ບັດ​ຕາມ​ພາລະ​ບົດບາດ, ໜ້າທີ່​ຄວາມ​ຮັບຜິດຊອບ ຂອງ​ຫ້ອງ​ເຕັກນິກ​ນັ້ນ, ໂດຍ​ພາຍ​ໃຕ້​ການ​ຊີ້​ນຳ​ ຂອງ​ຄະນະ​ພັກ-ຄະນະ​ບັນຊາ ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ສົມບູນ ກໍ​ຄື​ກົມ​ໃຫຍ່​ເຕັກນິກ​ກອງທັບ ໃນ​ໄລຍະ​ຜ່ານ​ມາ, ຫ້ອງ​ເຕັກນິກ ​ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ສົມບູນ ໄດ້​ເຄື່ອນ​ໄຫວ​ຊີ້​ນຳ 5 ພະແນກການ​ທີ່​ກ່ຽວຂ້ອງ ແລະ 1 ກອງຮ້ອຍ​ສ້ອມແປງ​ປະສົມ​ທີ່​ຂຶ້ນ​ກັບ ​ຖື​ເອົາ​ວຽກ​ງານ​ຄຸ້ມ​ຄອງ​ພາຫະນະ​ເຕັກນິກ ອາວຸດ-ກະສຸນ ແລະ ອຸປະກອນ​ເຕັກນິກ​ຕ່າງໆ ທີ່​ຂັ້ນ​ເທິງ​ປະກອບ​ໃຫ້ ຢ່າງ​ເຂັ້ມ​ງວດ, ຮັບປະກັນ​ດ້ານ​ບຸກ​ຄະລາ​ກອນ​ເຕັກນິກ ສ້ອມແປງ​ລົດ, ສ້ອມແປງ​ອາວຸດ ເຂົ້າ​ໃນ​ການເຝິກແອບ​ຮ່ຳຮຽນ, ການ​ກຽມພ້ອມ​ສູ້​ຮົບ ເພື່ອ​ຮັບປະກັນ​ໃຫ້​ແກ່​ການ​ຄຸ້ມ​ຄອງ-ນຳ​ໃຊ້​ພາຫະນະ​ເຕັກນິກ ທີ່​ໄດ້​ປະກອບ​ໃຫ້​ມີປະສິດທິພາບ, ມີ​ຄຸນ​ນະ​ພາບ ແລະ ນຳ​ໃຊ້​ໄດ້​ຍາວ​ນານ. ນອກຈາກ​ນີ້, ຫ້ອງ​ເຕັກນິກ​ ກອງ​ບັນ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ສົມບູນ ຍັງ​ໄດ້​ສ້າງ​ຂໍ້​ກຳນົດ​ກ່ຽວ​ກັບ​ວຽກ​ງານ​ຄຸ້ມ​ຄອງ-ນຳ​ໃຊ້, ການ​ບົວລະບັດ​ຮັກສາ ແລະ ສ້ອມ​ແປງ​ປ່ຽນ​ຖ່າຍ​ວັດຖຸ​ອາ​ໄຫຼ່ ເພື່ອ​ເປັນ​ບ່ອນ​ອີງ​ໃຫ້​ບັນດາ​ກົມ​ກອງຂຶ້ນ​ກັບຈັດ​ຕັ້ງ​ປະຕິບັດ​ຢ່າງ​ຖືກຕ້ອງ. ໃນ​ຜ່ານ​ມາ ​ເຫັນ​ວ່າ ມີ​ຫຼາຍ​ກົມ​ກອງ​ໄດ້​ເປັນ​ເຈົ້າ​ການ​ຄຸ້ມ​ຄອງ-ນຳ​ໃຊ້​ພາຫະນະ​ເຕັກນິກ ຖືກຕ້ອງ​ຕາມ​ລະບຽບ​ຫຼັກການ, ມີ​ຄວາມ​ປອດ​ໄພ 100% ແລະ ຮັບປະກັນ​ບໍ່​ໃຫ້​ຕົກເຮ່ຍ​ເສຍ​ຫາຍ​ໂດຍ​ບໍ່​ມີ​ເຫດຜົນ. ປັດຈຸບັນ​, ສາມາດ​ຕີ​ລາຄາ​ການ​ຮັບປະກັນດ້ານ​ຄຸນ​ນະ​ພາບ​ເຕັກນິກ​ໄດ້ 90% ຂຶ້ນ​ໄປ. ສະຫາຍ ພັນ​ເອກ ສີ​ສະໄຫວ ຄຳ​ພິ​ມາ ໃຫ້​ຮູ້​ຕື່ມ​ວ່າ: ທິດ​ທາງ​ແຜນການ​ໃນຕໍ່ໜ້າ​ນີ້ ຈະ​ສືບຕໍ່​ຍົກ​ສູງ​ດ້ານ​ການເມືອງ​ນຳພາ​ແນວ​ຄິດ​ເປັນ​ກົກ ສອດ​ຫ້ອຍ​ເຂົ້າ​ໃນ​ທຸກ​ຂົງເຂດ​ວຽກ​ງານ ແນໃສ່​ເຮັດ​ໃຫ້​ພະນັກງານ-ນັກຮົບ ວິຊາ​ສະເພາະ ມີ​ທັດສະນະ​ຫຼັກ​ໝັ້ນ, ມີ​ຄຸນ​ທາດ​ການເມືອງ​ໜັກ​ແໜ້ນ, ສືບຕໍ່​ເຄື່ອນ​ໄຫວ​ນຳພາ​ກົມ​ກອງ​ເຮັດ​ວຽກ​ງານ​ຮັບປະກັນ​ເຕັກນິກ ໃຫ້​ແກ່​ກົມ​ກອງ​ເຮັດ​ສຳເລັດ​ໜ້າທີ່, ມີ​ພາຫະນະ​ຮັບ​ໃຊ້​ພຽງພໍ ພ້ອມ​ທັງ​ຮັບປະກັນ​ດ້ານ​ຄຸນ​ນະ​ພາບ​ການ​ໃຊ້​ງານ, ສືບຕໍ່​ປັບປຸງ​ກໍ່ສ້າງ​ກຳລັງ​ໃຫ້​ຮັບປະກັນ​ໄດ້​ດ້ານ​ວິຊາ​ການ​ເຕັກນິກ, ຍົກ​ລະດັບ​ຄວາມ​ຮູ້​ຄວາມ​ສາມາດ ຂອງ​ພະນັກງານ​ວິຊາ​ການ ວຽກ​ງານ​ເຕັກນິກ ເປັນຕົ້ນ​ແມ່ນ ນາຍ​ຊ່າງ​ສ້ອມແປງ, ນັກ​ຂັບ​ຂີ່ ແລະ ວິຊາ​ການ​ຄຸ້ມ​ຄອງ​ພາຫະນະ​ປະເພດ​ຕ່າງໆ ໃຫ້​ໄດ້​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ, ສືບຕໍ່​ອົບຮົມ-ຫັດ​ແອບ​ທາງ​ດ້ານ​ວິຊາ​ສະເພາະ​ເຕັກນິກ​ລົດ, ການ​ຂັບ​ຂີ່​ລົດ-ເຮືອ, ການ​ບົວລະບັດ​ສ້ອມແປງ ໃຫ້​ຖືກຕ້ອງ​ຕາມ​ເນື້ອ​ໃນ​ຂໍ້​ກຳນົດ ທີ່​ກົມ​ໃຫຍ່​ເຕັກນິກ​ກອງທັບ ວາງ​ອອກ, ສ້າງ​ໃຫ້​ມີ​ຄວາມ​ຊິນ​ເຄີຍ ແລະ ຊຳນິ​ຊຳນານ ກາຍເປັນ​ມື​ອາຊີບ​ໃນຕໍ່ໜ້າ. ໂດຍ: ບິກ​ໄຊ ສົມ​ພູ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ