ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 06 ກຸມພາ 2025

  

ກອງປະຊຸມເຊັນບົດບັນທຶກຖອນກຳລັງ ກອງ ກາ 53 ຄະນະສະເພາະກິດແຂວງກອນຕູມ ສສ ຫວຽດນາມ ກັບຄືນປະເທດ ປະຈຳປີ 2024
ເວລາອອກຂ່າວ: 2024-05-29 09:35:32 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1142 | ຄວາມນິຍົມ:



ກອງປະຊຸມເຊັນບົດບັນທຶກຖອນກຳລັງ ກອງ ກາ 53 ຄະນະສະເພາະກິດ ແຂວງກອນຕູມ ສ ສ ຫວຽດນາມ ກັບ ຄະນະປະຕິບັດງານພິເສດ ແຂວງຈຳປາສັກ ສ ປປ ລາວ ໄດ້ຈັດຂຶ້ນໃນວັນທີ27 ພຶດສະພາ 2024 ນີ້ຢູ່ທີ່ຫ້ອງປະຊຸມຂອງກອງບັນຊາການທະຫານແຂວງຈຳປາສັກ, ເຊິ່ງຝ່າຍຜູ້ແທນແຂວງກອນຕູມນຳໂດຍ ທ່ານ ນາງ ອີ ງັອກ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງ ຫົວໜ້າຄະນະສະເພາະກິດ ແຂວງກອນຕູມແລະຝ່າຍຜູ້ແທນແຂວງຈໍາປາສັກນຳໂດຍ ທ່ານ ສົມບູນ ເຮືອງວົງສາ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງ ວ່າການຫົວໜ້າຄະນະປະຕິບັດງານພິເສດ ແຂວງຈຳປາສັກ, ມີຄະນະສະເພາະກິິດແລະຄະນະປະຕິດບັດງານພິດເສດທັງສອງຝ່າຍເຂົ້າຮ່ວມ. ໂອກາດນີ້, ທ່ານ ສົມບຸນ ເຮືອງວົງສາ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງ ຫົວໜ້າຄະນະປະຕິບັດງານພິເສດແຂວງຈຳປາສັກ ກໍ່ໄດ້ຕາງໜ້າ ຄະນະພັກ, ອົງການປົກຄອງແຂວງ ແລະ ປະຊາຊົນຊາວແຂວງຈຳປາສັກ ກ່າວສະແດງຄວາມຕ້ອນຮັບ ທ່ານ ນາງ ອີ ງັອກ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງ ພ້ອມດ້ວຍຄະນະສະເພາະກິດ ແຂວງກອນຕູມ ທີ່ໄດ້ເດີນທາງມາເຄື່ອນໄຫວ ແລະ ເຮັດວຽກຢູ່ແຂວງຈຳປາສັກໃນຄັ້ງນີ້ ພ້ອມທັງໄດ້ຕີລາຄາຕໍ່ຜົນສຳເລັດການຮ່ວມມືຂອງສອງຝ່າຍ ຫວຽດນາມ-ລາວ, ລາວ-ຫວຽດນາມ. ເວົ້າລວມ, ເວົ້າສະເພາະແຂວງກອນຕູມ ກັບ ແຂວງຈຳປາສັກ ກໍຄື ກອງ ກາ 53 ແລະ ກອງບັນຊາການທະຫານແຂວງຈໍາປາສັກ ທີ່ສາມາດເຮັດສໍາເລັດໜ້າທີ່ ທີ່ໄດ້ຮັບມອບໝາຍແລະສາມາດຊອກຫາ-ຂຸດຄົ້ນໄດ້ຕື່ມຈໍານວນ 02 ອັດຖິ, 02 ລຸງທີ່ໄດ້ເສຍສະຫຼະຊີວິດໃນພາລະກິດປົດປ່ອຍຊາດເຊິ່ງແມ່ນຜູ້ທີ່ມີບຸນຄຸນ, ມີຜົນງານອັນຍີ່ງໃຫຍ່ແລະປະກອບສ່ວນອັນສໍາຄັນເຂົ້າໃນການປົດປ່ອຍປະເທດລາວ. ເຊິ່ງວຽກງານຊອກຫາ-ຂຸດຄົ້ນອັດຖິຂອງອາດີດທະຫານອາສາສະໝັກ, ຊ່ຽວຊານຫວຽດນາມແມ່ນວຽກງານໜຶ່ງທີ່ພັກແລະລັດຖະບານລາວໄດ້ໃຫ້ຄວາມສຳຄັນ ເວົ້າລວມ, ເວົ້າສະເພາະຄະນະພັກ, ອົງການປົກຄອງແຂວງ ກໍໄດ້ຖືເປັນວຽກງານບູລິມະສິດໜຶ່ງຂອງແຂວງ ຊຶ່ງຕາມການລາຍງານຂອງກອງເລຂາປະຕິບັດງານພິເສດແຂວງຈຳປາສັກ ຕໍ່ການຈັດຕັ້ງວຽກງານດັ່ງກ່າວ ນັບມື້ມີຄວາມຫຍຸ້ງຍາກ ເພາະແຫຼ່ງຂໍ້ມູນບ່ອນຝັງອັດຖິຂອງອາດີດທະຫານອາສາສະໝັກ, ຊ່ຽວຊານຫວຽດນາມແມ່ນນັບມື້ມີຂໍ້ມູນທີ່ເບົາບາງ ບວກກັບສະພາບພູມີປະເທດ ມີການປ່ຽນແປງຈາກເມືອກ່ອນຫຼາຍ ເຖິງແນວໃດກໍຕາມພວກເຮົາກໍ່ຕ້ອງໄດ້ພ້ອມກັນສ້າງທຸກເງື່ອນໄຂ ສຸມໃສ່ຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ມີຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້. ເພື່ອຕໍ່ຈັດຕັ້ງປະຕິບັດວຽກງານດັ່ງກ່າວໃນຕໍ່ໜ້າ ພວກເຮົາຈະອຳນວຍຄວາມສະດວກ ແລະ ໃຫ້ການສະໜັບສະໜູນ ໂດຍສະເພາະ ແມ່ນການໂຄສະນາຕໍ່ພໍ່ແມ່ປະຊາຊົນໃນທົ່ວແຂວງ ເພື່ອໃຫ້ການຮ່ວມມືແລະຕອບສະໜອງຂໍ້ມູນຂ່າວສານທີ່ຈຳເປັນຕໍ່ວຽກງານດັ່ງກ່າວເພື່ອນຳໄປສູ່ການຊອກຫາແລະຂຸດຄົ້ນເອົາອັດຖິຂອງອາດີດທະຫານອາສາສະໝັກ, ຊ່ຽວຊານຫວຽດນາມ ທີ່ຍັງຕົກຄ້າງຢູ່ດິນແດນລາວ ເວົ້າລວມ ເວົ້າສະເພາະ ຢູ່ດິນແດນແຂວງຈຳປາສັກ ເພື່ອນໍາສົ່ງບັນດາທ່ານເຫຼົ່ານັ້ນກັບຄືນສູ່ບ້ານເກີດເມືອງນອນ ໃຫ້ໄດ້ຢ່າງຄົບຖ້ວນ.ໃນຕອນທ້າຍທັງສອງຝ່າຍກໍ່ໄດ້ພ້ອມກັນເຊັນບົດບັນທຶກຖອນກຳລັງກອງ ກາ 53 ກັບຄືນປະເທດໂດຍການເຂົ້າຮ່ວມເປັນສັກຂີພະຍານຂອງຄະນະຜູ້ແທນທັງສອງຝ່າຍ ລາວ-ຫວຽດນາມ ຕື່ມອີກ. ຂ່າວ: ດາວົງ ບຸດຕະວົງ ພາບ: ນາງ ສີລິຄານ ສີດາວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ