ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 09 ກຸມພາ 2025

  

ແຂວງຫຼວງພະບາງຊຸກຍູ້ວຽກງານສຶກສາປ້ອງກັນຊາດ-ປ້ອງກັນຄວາມສະຫງົບ
ເວລາອອກຂ່າວ: 2024-05-29 09:37:21 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1175 | ຄວາມນິຍົມ:



ກອງປະຊຸມຊຸກຍູ້ວຽກງານສຶກສາປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວແຂວງຫຼວງພະບາງ ໄດ້ຈັດຂຶ້ນຕອນເຊົ້າວັນທີ28 ພຶດສະພາ 2024 ນີ້, ທີ່ສະໂມສອນກອງບັນຊາການທະຫານແຂວງ ໂດຍການເປັນປະທານຂອງ ທ່ານ ຄຳຂັນ ຈັນທະວີສຸກ ກຳມະການສູນກາງພັກ ເຈົ້າແຂວງ ປະທານ ປກຊ-ປກສ ແຂວງຫຼວງພະບາງ, ມີສະຫາຍ ພົນຕີ ສີດາລໍ່ ຈົ່ງເຕັ່ງເຈ້ຍຊ້າ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີກົມການທະຫານທ້ອງຖິ່ນ, ມີຄະນະກຳມະການສຶກສາ ປກຊ-ປກສ ຂັ້ນແຂວງ, ນະຄອນ, ກອງບັນຊາການທະຫານແຂວງ ແລະກອງບັນຊາການປ້ອງກັນຄວາມສະຫງົບແຂວງ, ພະແນກການ, ຫ້ອງການອ້ອມຂ້າງແຂວງ, ປະທານຄະນະກຳມະການສຶກສາ ປກຊ-ປກສ ສະຖາບັນການສຶກສາ, ອົງການ ແລະພະແນກການກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ສີວິໄຊ ເພັງສັນຕິສຸກ ກຳມະການພັກແຂວງ ຫົວໜ້າການເມືອງກອງບັນຊາການທະຫານແຂວງຫຼວງພະບາງໄດ້ໃຫ້ກຽດຂຶ້ນນຳສະເໜີບົດລາຍງານການຈັດຕັ້ງເຄື່ອນໄຫວວຽກງານ ປກຊ-ປກສ ທົ່ວແຂວງໃຫ້ຮູ້ວ່າ: ແຂວງຫຼວງພະບາງ ເປັນແຂວງທີ່ຕັ້ງຢູ່ໃຈກາງຂອງບັນດາແຂວງພາກເໜືອທັງເປັນຍຸດທະສາດສຳຄັນທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມເປັນທາງຜ່ານບັນດາແຂວງພາກເໜືອ ການປົກຄອງແຂວງປະກອບມີ 11 ເມືອງ 1 ນະຄອນ, ມີ 11 ກຸ່ມບ້ານ, ມີ 759 ບ້ານ, ມີພົນລະເມືອງທັງໝົດ 500.929 ຄົນ, ຍິງ 245.717 ຄົນ, ມີກອງຮ້ອຍກອງຫຼອນ 115 ກອງຮ້ອຍ, ມີ 365 ໝວດ ມີ 1.057 ໝູ່, ມີກຳລັງປ້ອງກັນຕົວ 1 ກອງຮ້ອຍ, 1 ໝວດ. ໃນສຸມປີຜ່ານມາໄດ້ຈັດຕັ້ງອົບຮົມ-ຫັດແອບບ້ານປ້ອມໝັ້ນ, ກຸ່ມບ້ານສູ້ຮົບຕິດລຽນໄດ້ 1 ກຸ່ມບ້ານ, ພ້ອມນີ້ຍັງໄດ້ອົບຮົມໃຫ້ກອງຫຼອນໄດ້ 7 ກຸ່ມບ້ານຄື: ກຸ່ມບ້ານຫ້ວຍຢໍ້ ເມືອງຈອມເພັດ, ກຸ່ມບ້ານຜາໂຄມ, ກຸ່ມພັດທະນາບ້ານຫາດພວນ ເມືອງປາກແຊງ, ກຸ່ມພັດທະນານໍ້າງາ ເມືອງນໍ້າບາກ ກຸ່ມເທດສະບານ ເມືອງປາກອູ, ກຸ່ມພູສະໜາມ ແລະກຸ່ມສົບເຮືອງ ເມືອງວຽງຄຳ, ກຸ່ມສົບວັນ ແລະກຸ່ມສົມຄານ ເມືອງງອຍ, ນອກນີ້ຍັງໄດ້ອົບຮົບພະນັກງານການນຳພັກ-ລັດ ເປົ້າໝາຍ3 ເປົ້າໝາຍ4 ຊຸດທີ5 ໄດ້ 1ຄັ້ງ ມີຈຳນວນພົນເຂົ້າຮ່ວມ 40 ທ່ານ, ຍິງ 1 ທ່ານ, ອົບຮົມ-ຫັດແອບວຽກງານສຶກສາ ປກຊ-ປກສ ໃຫ້ນັກສຶກສາຢູ່ບັນດາສະຖາບັນໄດ້ 5 ແຫ່ງ, ມີ 1.837 ຄົນ, ຍິງ 1.183 ຄົນ, ພ້ອມນີ້ຍັງໄດ້ຊີ້ນຳກອງບັນຊາການທະຫານເມືອງ, ນະຄອນ ອົບຮົມ-ຫັດແອບ ວຽກງານສຶກສາພື້ນຖານປ້ອງກັນຕົວໃຫ້ນັກຮຽນຊັ້ນມໍ5-ມໍ7 ໄດ້ 41 ແຫ່ງ, ມີ 7.753 ຄົນ, ຍິງ 3.549 ຄົນ, ໂອກາດນີ້ຜູ້ແທນກອງປະຊຸມໄດ້ຜັດປ່ຽນກັນຂຶ້ນປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ເຮັດໃຫ້ແຜນວຽກຈຸດສຸມໃນຕໍ່ໜ້າມີເນຶ້ອໃນຄົບຖ້ວນສົມບຸນ ແລະເອກະພາບນໍາໄປຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ໄດ້ຮັບໝາກຜົນສູງ. ເພື່ອຮັບປະກັນໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຕໍ່ໜ້າໃຫ້ໄດ້ຮັບໝາກຜົນສູງ ທ່ານ ຄຳຂັນ ຈັນທະວີສຸກ ໄດ້ມີຄຳເຫັນໂອ້ລົມຊີ້ນຳມາຍັງຄະນະກຳມະການສຶກສາ ປກຊ- ປກສ ແຕ່ລະຂັ້ນສຶບຕໍ່ຜັນຂະຫຍາຍແນວທາງສຶກສາ ປກຊ-ປກສ, ຕິດພັນວຽກງານສຶກສາອົບຮົມການເມືອງແນວຄິດນັກຮຽນຮູ້ປັນຍາຊົນນັກສຶກສາແຕ່ລະຂັ້ນໃຫ້ກ້ວາງຂວາງເລິກເຊິ່ງ ແລະປຸກລະດົມຂົນຂວາຍທົ່ວປວງຊົນເຂົ້າຮ່ວມເຮັດວຽກງານ ປກຊ-ປກສ ຢ່າງຕັ້ງໜ້າ, ສືບຕໍ່ອົບຮົມ-ຫັດແອບກໍາລັງກອງຫຼອນ ກຳລັງປ້ອງກັນຕົວ, ຕິດພັນກັບການອົບຮົມບ້ານປ້ອມໝັ້ນ ກຸ່ມບ້ານສູ້ຮົບຕິດລຽນ ໃຫ້ມີເປົ້າໝາຍຈຸດສຸມ ແລະມີຄຸນນະພາບ ກຽມພ້ອມເຮັດສໍາເລັດໜ້າທີ່ປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ. ຂ່າວ: ສົມພອນ ສຸວັນທອນ, ພາບ: ບຸນເພັງ ວົງແກ້ວມະນີ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ