ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 18 ມັງກອນ 2025

  

ພະແນກ ວສ-ປສ ການທະຫານ ກອງບັນຊາການທະຫານແຂວງອຸດົມໄຊຜ່ານບົດປະຫວັດມູນເຊື້ອຂອງຫ້ອງການ
ເວລາອອກຂ່າວ: 2024-05-31 12:10:17 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1171 | ຄວາມນິຍົມ:



ໃນຕອນບ່າຍຂອງວັນທີ30 ພືດສະພາ 2024 ນີ້, ພະແນກວິທະຍາສາດ-ປະຫວັດສາດການທະຫານ ກອງບັນຊາການທະຫານແຂວງ ອຸດົມໄຊ ໄດ້ເປີດກອງປະຊຸມຜ່ານບົດປະຫັວດມູນເຊື້ອການສ້າງຕັ້ງຂອງຫ້ອງການກອງບັນຊາການທະຫານແຂວງອຸດົມໄຊ ຄົບຮອບ 54 ປີ ວັນທີ1 ມັງກອນ 1970–1 ມັງກອນ 2024 ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຄຳເຜີຍ ໂສມພັນ ຫົວໜ້າການທະຫານ ປະທານສະພາວິທະຍາສາດ-ປະຫວັດສາດການທະຫານກອງບັນຊາການທະຫານແຂວງ ອຸດົມໄຊ, ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ພັນເອກ ຕຸ້ຍ ພົມມີໄຊ ຫົວໜ້າການເມືອງ ຮອງປະທານສະພາວິທະຍາສາດ-ປະຫວັດສາດການທະຫານ, ມີຄະນະສະພາ, ຫົວໜ້າພະແນກແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນຕີ ທະນູວັນ ແກ້ວມະນີ ຊ່ວຍວຽກພະແນກວິທະຍາສາດ-ປະຫວັດສາດການທະຫານ ໄດ້ຂຶ້ນຜ່ານເນື້ອໃນບົດປະຫວັດມູນເຊື້ອການສ້າງຕັ້ງຂອງຫ້ອງການ ກອງບັນຊາການທະຫານແຂວງອຸດົມໄຊ ເຊິ່ງເນື້ອໃນບົດລວມມີ 3ພາກ ແຕ່ລະພາກໄດ້ສ່ອງແສງໃຫ້ເຫັນເຖິງປະຫັວດມູນເຊື້ອການເຕີບໃຫຍ່ຂະຫຍາຍຕົວຂອງກົມກອງໃນແຕ່ລະໄລຍະ ແຕ່ອະດີດຈົນເຖິງປັດຈຸບັນ ເຊິ່ງແມ່ນການອຸທິດຕົນຂອງພະນັກງານສະມາຊິກພັກ-ນັກຮົບ ໃນພາລະກິດປະຕິວັດຊາດ, ພາລະກິດປົກປັກແລະສ້າງສາພັດທະນາປະເທດຊາດຕາມແນວທາງຂອງພັກ ເພື່ອຄົນຮຸ້ນໃໝ່ໄດ້ສຶກສາຮຽນຮູ້, ສືບທອດປ່ຽນແທນແລະເສີມຂະຫຍາຍໃຫ້ນັບມື້ດີຂຶ້ນເລື້ອຍໆ, ພ້ອມດຽວກັນນີ້ ຄະນະສະພາແຕ່ລະສະຫາຍກໍ່ໄດ້ພ້ອມກັນປະກອບຄຳຄິດຄຳເຫັນໃສ່ເນື້ອໃນບົດໃຫ້ມີຄວາມຖືກຕ້ອງ, ສອດຄອງກັບປະຫວັດຄວາມເປັນຈິງ ແລະເຮັດໃຫ້ເນື້ອໃນຂອງບົດມີຄວາມສົມບູນ ເພື່ອເຮັດໃຫ້ພະນັກງານ-ນັກຮົບຮຸ້ນຫຼັງໄດ້ສຶກສາຄົ້ນຄວ້າຮ່ຳຮຽນເອົາປະຫວັດມູນເຊືອອັນດີງານຂອງພະນັກງານຮຸ້ນກ່ອນທີ່ໄດ້ສ້າງໄວ້ ເປັນບົດຮຽນໃນການດຳລົງຊີວິດແລະເປັນແວ່ນແຍງໃນການປະຕິບັດໜ້າທີ່ວຽກງານຂອງຕົນ. ໃນຕອນທ້າຍກອງປະຊຸມ ໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ພົນຈັດຕະວາ ຄໍາເຜີຍ ໂສມພັນ ຫົວໜ້າການທະຫານ ປະທານສະພາວິທະຍາສາດ-ປະຫວັດສາດການທະຫານກອງບັນຊາການທະຫານແຂວງອຸດົມໄຊ ເຊິ່ງກ່ອນອື່ນສະຫາຍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບຄົ້ນຄວ້າ-ຮຽບຮຽງແລະຂຽນປະຫັວດມູນເຊື້ອການສ້າງຕັ້ງຫ້ອງການເຫຼັ້ມນີ້, ພ້ອມທັງເນັ້ນນັກໃຫ້ເອົາໃຈໃສ່ສືບຕໍ່ຄົ້ນຄ້ວາຮຽບຮຽງຫາຂໍມູນນຳຫຼາຍພາກສ່ວນເພີ່ມຕື່ມ ເພື່ອເຮັດໃຫ້ເນື້ອໃນຂອງບົດມີຄວາມຖຶກຕ້ອງ, ຊັດເຈນ ເຮັດໃຫ້ຜູ້ຮຽນ, ຜູ້ຮຽນຮູ້ໄດ້ເຂົ້າໃຈງ່າຍ, ແລະຖືກຕ້ອງຕາມຄວາມເປັນຈິງຂອງປະຫວັດສາດ ເພື່ອນໍາສະເໜີໃຫ້ກົມວິທະຍາສາດ ປະຫວັດສາດການທະຫານ ກະຊວງປ້ອງກັນປະເທດຮັບຮອງ ແລະ ຈັດຕີພີມ. ຂ່າວ-ພາບ: ທະນູວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ